ສຳມະນາ ພັດທະນານະໂຍບາຍທາງການຄ້າ ເອເລັກໂຕຣນິກໃນ SME

65

ເພື່ອຊ່ວຍໃຫ້ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນ ສປປ ລາວ ມີຄວາມເຂັ້ມແຂງ ຫັນທຸລະກິດໃຫ້ກ້າວເຂົ້າສູ່ຍຸກສະໄໝທັນສະໄໝ ນັ້ນກໍຄືສັງຄົມດິຈີຕ້ອນ. ໃນວັນທີ 15 ພະຈິກ 2023 ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະຖາບັນແມ່ນໍ້າຂອງ ທີ່ ຈັງຫວັດຂອນແກ່ນ ປະເທດໄທ ແລະ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ). ໄດ້ຈັດເຝິກອົບຮົມ ໃນຫົວຂໍ້: ການພັດທະນານະໂຍບາຍການຄ້າອອນລາຍ ແລະຍຸດທະສາດສູ່ຄວາມສຳເລັດຂອງຈຸນລະວິສາຫະກິດໃນລາວ ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ.

No description available.
ທ່ານ ທະນົງສິນ ກັນລະຍາ ຮອງປະທານຜູ້ປະຈຳການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວກ່າວບາງຕອນວ່າ: ການຈັດຝຶກອົບຮົມໃນຫົວຂໍ້ “Ecommerce Policy Development and Implementation Strategy for MSMEs in Lao PDR” ແມ່ນມີຄວາມສໍາຄັນຫຼາຍຕໍ່ພາກທຸລະກິດ ກໍຄືຕໍ່ມະຫາພາກ ຂອງ ສປປ ລາວ, ເປັນຕົ້ນແມ່ນພາກທຸລະກິດທີ່ເປັນ MSME ຊຶ່ງກວມເອົາສ່ວນໃຫຍ່ຂອງພາກທຸລະກິດຢູ່ພາຍໃນປະເທດເຮົາ, ພາກລັດທີ່ ດູແລ, ຮັບຜິດຊອບວຽກງານ ດັ່ງກ່າວມານີ້. ຫົວຂໍ້ນີ້ມັນຮຽກຮ້ອງ ການວາງແຜນ ແລະການອອກແບບຍຸທະສາດທີ່ດີ ແລະ ຮອບຄອບ ຄົບຖ້ວນເຮົາຄວນຮູ້ຫຍັງແນ່ ແລະ ຕ້ອງໄດ້ກໍານົດເປົ້າໝາຍ ແລະ ຈຸດປະສົງ ຂອງນະໂຍບາຍທີ່ເຮົາຢາກໄດ້ຢ່າງຊັດເຈນ ຂອບເຂດ, ອານາເຂດ, ຕະຫຼາດ ປະສົບການຜູ້ບໍລິໂພກ, ສົ່ງເສີມການຜະລິດເປັນສິນຄ້າ.

No description available.

ດໍາເນີນການສໍາຫຼວດ ຢ່າງລະອຽດ ແລະວິເຄາະ ເພື່ອໃຫ້ເຂົ້າໃຈໄດ້ ສະພາບ ສິ່ງແວດລ້ອມ ຄວາມເປັນຈິງ ຂອງ ອີຄອມເມີຊ ຈຸດເດັ່ນປະເມີນ ພື້ນຖານໂຄງລ່າງ ຄວາມອາດສາມາດດ້ານເຕັກໂນໂລຢີ ສັບພະຍາກອນ ທີ່ມີຕ້ອງສົ່ງເສີມ ການລົງທຶນ ຕື່ມດ້ານໃດບໍ່? ອັນໃດຂາດ? ດ້ານແວດລ້ອມ, ດ້ານນິຕິກໍາ, ລະບຽບການຕ່າງໆ ທີ່ປະຕິບັດກັນຢູ່ ນະໂຍບາຍທີມີສອດຄ່ອງກັບ ກົດໝາຍການປົກປ້ອງຜູ້ບໍລິໂພກ ຫລືບໍ່ ລະບຽບການດ້ານ ດາຕ້າ ແລະ ແພັດຟອມດິຈີຕອນຕ່າງໆ ເພື່ອຈັດສັນ ການປະຕິດບັດງານຂອງເຮົາ ໃຫ້ບັນລຸເປົ້າໝາຍ.

No description available.

ທ່ານນາງ ຈັສມິນ Jasmine Lal Fakmawii ຜູ້ປະສານງານໂຄງການການຄ້າ ແລະ ການລົງທຶນ ພາກພື້ນ ສະຖາບັນ ແມ່ນໍ້າຂອງ ທີ່ ຈັງຫວັດຂອນແກ່ນ ປະເທດໄທກ່າວບາງຕອນວ່າ: ນະໂຍບາຍການພັດທະນາທຸລະກິດ SME ແມ່ນມີການພັດທະນາປ່ຽນແປງໄປເລື້ອຍໆ ເຊິ່ງພວກເຮົາຈະເນັ້ນໃສ່ການພັດທະນາ SME ທີ່ຜະລິດສິນຄ້າຕ່າງໆເພື່ອສົ່ງອອກ ໂດຍການນຳໃຊ້ ແລະ ຫັນທຸລະກິດເປັນເອເລັກໂຕຣນິກ ດິຈີຕອນ ຈະຊ່ວຍໃຫ້ບັນດາລູກຄ້າ ບໍ່ວ່າຈະຢູ່ພາຍໃນປະເທດ ຫຼື ຕ່າງປະເທດໄດ້ເຫັນ ແລະ ຮັບຮູ້ສິນຄ້າ ພ້ອມຂໍ້ມູນຕ່າງໆຂອງບໍລິສັດໄດ້ງ່າຍ. ປະຈຸບັນ SME ຢູ່ຫຼາຍປະເທດໄດ້ມີການຫັນປ່ຽນແລ້ວ ແລະ ຫວັງວ່າ SME ໃນ ສປປ ລາວ ຈະມີການຫັນປ່ຽນ ແລະ ພັດທະນາທຸລະກິດຕົນໃນຍຸກກ້າວເຂົ້າສູ່ສັງຄົມດິຈີຕອນແບບນີ້.

No description available.

ທ່ານ ນາງ ລັດທະນາ ດວງບຸບຜາ ຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸສາຫະກຳ ແລະການຄ້າກ່າວວ່າ: ການເຝິກອົບຮົບຄັ້ງນີ້ເປັນສິ່ງທີ່ດີ ແລະ ການເຮັດທຸລະກິດຫັນເປັນດິຈີຕອນ ແມ່ນນະໂຍບາຍໜຶ່ງຂອງລັດຖະບານຢາກສົ່ງເສີມ ເພື່ອເຮັດແນວໃດຈະຊ່ວຍໃຫ້ SME ເຂົ້າເຖິງຕະຫຼາດທັງພາຍໃນ ແລະ ຕ່າງປະເທດໄດ້ ໃຫ້ມີປະສິດທິຜົນແບບບໍ່ມີພົມແດນ. ນອກນີ້ລັດຖະບານໄດ້ມີດຳລັດແຕ່ງຕັ້ງຄະນະຮັບຜິດຊອບການຫັນເປັນດິຈີຕອນ ແລະ ກະຊວງ ອຄ ກໍໄດ້ຮັບຊີ້ນຳໃຫ້ບັນດາທຸລະກິດນຳໃຊ້ອີຄອມເມີສ ຊ່ວຍໃນການດຳເນີນທຸລະກິດ, ເພື່ອເຮັດແນວໃດໃຫ້ບັນດາທຸລະກິດ SME ສາມາດຜະລິດ ແລະ ສາມາດສົ່ງອອກໄດ້ຕາມມາດຕະຖານ ໂດຍໄດ້ປະສິດທິພາບ ແລະ ພາກລັດ ແລະ ພາກທຸລະກິດຕ້ອງຮ່ວມມືກັນ ເພື່ອໃຫ້ພາກທຸລະກິດສາມາດຄ້າຂາຍໄດ້ຢ່າງແທ້ຈິງ.

No description available.