ໄນກີ ຍື່ນຟ້ອງ 2 ບໍລິສັດຄູ່ແຂ່ງ ໃນຂໍ້ຫາລະເມີດສິດທິບັດ

32

ສຳນັກຂ່າວຕ່າງປະເທດລາຍງານວ່າ: ບໍລິສັດໄນກີ (Nike) ຜູ້ຜະລິດອຸປະກອນກີລາລາຍໃຫຍ່ຂອງສະຫະລັດອາເມຣິກາ ໄດ້ຍື່ນຟ້ອງ 2 ບໍລິສັດຄູ່ແຂ່ງຢ່າງ New Balance ແລະ Skechers ຕໍ່ສານໃນອາເມຣິກາ ເມື່ອວັນທີ 6 ພະຈິກຜ່ານມາ ໂດຍກ່າວຫາວ່າ ທັງ 2 ບໍລິສັດລະເມີດສິດທິບັດທີ່ກ່ຽວຂ້ອງກັບເຕັກໂນໂລຊີຂອງ ໄນກີໃນການຜະລິດເບື້ອງເທິງຂອງເກີບຜ້າ.

ໃນເອກະສານຍື່ນຟ້ອງລະບຸວ່າ ເກີບກີລາຂອງ ບໍລິສັດ New Balance ແລະ ເກີບຜ້າຂອງບໍລິສັດ Skechers ໄດ້ນຳໃຊ້ເຕັກໂນໂລຊີ Flyknit ເຊິ່ງໄນກີຖືຄອງສິດທິບັດຢູ່ ໄປໃນທາງທີ່ຜິດ ໂດຍນຳໄປຜະລິດເກີບກີລາສຳລັບໃສ່ແລ່ນ, ເກີບເຕະບານ ແລະ ເກີບສຳລັບໃສ່ຫຼິ້ນກີລາບານບ້ວງ.

ໄນກີ ລະບຸວ່າ: ເຕັກໂນໂລຊີ Flyknit ໃຊ້ເສັ້ນໄຍຄວາມແຂງແຮງສູງໃນການຜະລິດສ່ວນເທິງຂອງເກີບທີ່ມີນ້ຳຫນັກເບົາ, ມີພື້ນທີ່ຮອງຮັບນ້ຳຫນັກ ຍຶດຍຸ່ນ ແລະ ລະບາຍອາກາດໄດ້ດີ ເຊິ່ງໃນເອກະສານຍື່ນຟ້ອງລະບຸວ່າ ເຕັກໂນໂລຊີດັ່ງກ່າວສາມາດເຮັດໃຫ້ເບື້ອງເທິງຂອງເກີບມີປະສິດທິພາບສູງ.

ສ່ວນຄຳຮ້ອງຂອງໄນກີ ທີ່ຍື່ນຟ້ອງບໍລິສັດ Skechers ລະບຸວ່າ: ເກີບຂອງ Skechers ນັບແຕ່ລຸ້ນ Fresh Foam, FuelCell ແລະ ລຸ້ນອື່ນໆ ອີກຫຼາຍລຸ້ນ ລ້ວນແຕ່ລະເມີດສິດທິບັດຂອງໄນກີ.

ທັງນີ້ ການຍື່ນຟ້ອງຂອງໄນກີ ຍັງບໍ່ລະບຸລາຍລະອຽດເຖິງຈຳນວນເງິນທີ່ປັບໃໝ ແລະ ຂໍໃຫ້ສານອອກຄຳສັ່ງໃຫ້ 2 ບໍລິສັດດັ່ງກ່າວຢຸດຕິການລະເມີດສິດທິບັດຢ່າງຖາວອນ.

ກ່ອນຫນ້ານີ້ ໄນກີ ໄດ້ຍື່ນຟ້ອງ ບໍລິສັດ Adidas, Puma ແລະ ບໍລິສັດ Lululemon ໃນຂໍ້ຫາລະເມີດສິທິບັດ Flyknit ມາແລ້ວ ເຊິ່ງບໍລິສັດ Adidas ແລະ Puma ໄດ້ຢຸດຕິຄະດີດັ່ງກ່າວແລ້ວ, ສ່ວນ ຄະດີຟ້ອງຮອງບໍລິສັດ Lululemon ຍັງຢູ່ໃນຂັ້ນຕອນການສືບສວນ ສອບສວນ.