ປວດຫຼັງ ສັນຍານເຕືອນຄວາມເສື່ອມຂອງກະດູກສັນຫຼັງ

24

ອາການປວດຫຼັງເປັນອາການທີ່ພົບເລື້ອຍໃນກຸ່ມຄົນທຸກເພດທຸກໄວ ບໍ່ສະເພາະແຕ່ຜູ້ອາຍຸສູງເທົ່ານັ້ນ ໃນປັດຈຸບັນພົບຫຼາຍໃນກຸ່ມຄົນທີ່ກໍາລັງເຮັດວຽກ ເຊິ່ງຈະມີອາການປວດຄໍ, ປວດຫຼັງຊໍ້າເຮື້ອ ສາເຫດສ່ວນຫຼາຍມາຈາກການທີ່ກະດູກສັນຫຼັງຢູ່ໃນທ່າທີ່ບໍ່ເໝາະສົມເປັນໄລຍະເວລາດົນ ເຊັ່ນ: ການນັ່ງເຮັດວຽກ ຫຼື ຢູ່ໜ້າຈໍຄອມພິວເຕີທີ່ຈັດວາງບໍ່ເໝາະສົມກັບສັດສ່ວນ ຫຼື ບາງຄົນອາດມີການເຄື່ອນໄຫວບໍ່ຖືກ ເຊັ່ນ: ມີການຍົກເຄື່ອງໜັກ, ບິດຄໍ, ບິດຫຼັງ ແບບກະທັນຫັນ ຖ້າເຮັດແບບນັ້ນເລື້ອຍໆ ແລະ ປວດຫຼາຍຂຶ້ນຈະສົ່ງຜົນກະທົບຕໍ່ການດໍາລົງຊີວິດປະຈໍາວັນ.

ເພື່ອປ້ອງກັນບໍ່ໃຫ້ເກີດອາການເສື່ອມຂອງກະດູກສັນຫຼັງແນະນໍາໃຫ້ປະຕິບັດ ດັ່ງນີ້:
1. ບໍລິຫານຫຼັງໃຫ້ຖືກວິທີເຊັ່ນ: ເວລານັ່ງເຮົາຄວນຢືດຕົວໃຫ້ຊື່, ຫຼັງຕິດກັບຕັ່ງ ຫຼື ບ່ອນອີງ, ອາດຈະມີມອນນ້ອຍໆຮອງບໍລິເວນຫຼັງ ຫຼື ຝາອີງ, ໝອນອີງຄວນຢູ່ສູງຮອດບໍລິເວນໄຫຼ່;ສ່ວນຄໍ ບາງຄັ້ງເຮົາອາດຈະກົ້ມເບິ່ງໂທລະສັບ, ໜັງສື, ໂນດບຸກ ເປັນເວລາດົນຈະເຮັດໃຫ້ປວດຄໍ, ສະນັ້ນຄວນກົ້ມເບິ່ງຢ່າງເໝາະສົມປະມານ 15 – 20 ອົງສາ.
2. ບໍ່ຄວນຢູ່ທ່າເກົ່າເປັນເວລາດົນ ຄວນພັກຢືດເສັ້ນຢືດສາຍ ເຊັ່ນ: ການນັ່ງເກີນ 45 ນາທີ ຄວນມີເວລາພັກປ່ຽນອາລິຍະບົດ ປະມານ 10 – 15 ນາທີ.

3. ອອກກໍາລັງກາຍ ເຊັ່ນ: ຝຶກຄຶງໜ້າທ້ອງ ແລະ ກ້າມຊີ້ນຫຼັງໃນຕອນນັ່ງເຮັດວຽກ ຫຼື ຈັດເວລາອອກກໍາລັງກາຍເສີມ ຄວາມແຂງແຮງຂອງກ້າມຊີ້ນກາງລໍາຕົວ ເຊັ່ນ: Planking ແລະ ຍັງສາມາດອອກກໍາລັງກາຍດ້ວຍວິທີອື່ນໆ ເພື່ອເສີມ ຄວາມຢືດຢຸ່ນຂອງຮ່າງກາຍ.
4. ປັບປ່ຽນສິ່ງແວດລ້ອມໃຫ້ມີຄວາມເໝາະສົມເຊັ່ນລະດັບ ຄວາມສູງຂອງໂຕະ ແລະ ຕັ່ງໃຫ້ມີຄວາມສໍາພັນກັນ.
5. ທາຢາບັນເທົາອາການປວດ ຫຼື ຮັບປະທານຢາແກ້ປວດຫຼັງ, ຢາແກ້ອັກເສບ.
[ ຂໍ້ມູນຈາກ: Sanook ]