ປ້ອງກັນອາການຫອບຫືດເມື່ອອາກາດເຢັນ

26

ພະຍາດຫືດ ຫຼື ຫອບຫືດ ເກີດຈາກການອັກເສບຂອງຫຼອດລົມຊໍ້າເຮື້ອຮ່ວມກັບການທີ່ຫຼອດລົມມີຄວາມໄວຕໍ່ສິ່ງມາກະຕຸ້ນຫຼາຍຜິດປົກກະຕິ ເຮັດໃຫ້ເກີດອາການຂອງພະຍາດຫືດ ເຊັ່ນ: ສານກໍ່ພູມແພ້ໃນ ແລະ ນອກຄົວເຮືອນເຊັ່ນ: ຝຸ່ນ, ຂົນສັດ, ເກສອນດອກໄມ້ ເປັນຕົ້ນ. ນອກຈາກນີ້ຍັງພົບວ່າສະພາບອາກາດທີ່ເຢັນ ແລະ ແຫ້ງ ເປັນສິ່ງກະຕຸ້ນໃຫ້ເກີດອາການຫອບຫືດໄດ້ອີກ.

■ ວິທີປ້ອງກັນຕົນເອງມີດັ່ງນີ້:
1.ຫຼີກລ່ຽງການຢູ່ໃນສະຖານທີ່ແອອັດ ຫຼື ບ່ອນທີ່ມີຄົນຫຼາຍ ຈະສາມາດຫຼຸດໂອກາດການຕິດເຊື້ອໄຂ້ຫວັດອັນເປັນສາເຫດຂອງອາການຫືດໄດ້
2. ຮັກສາຄວາມອົບອຸ່ນຂອງຮ່າງກາຍ ໂດຍນຸ່ງເຄື່ອງກັນໜາວ, ແພພັນຄໍ ແລະ ປ້ອງກັນບໍ່ໃຫ້ເປັນຫວັດ.
3. ໃສ່ຜ້າອັດປາກເພື່ອປ້ອງກັນບໍ່ໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ ຍັງເປັນການຮັກສາອຸນຫະພູມ ແລະ ຄວາມຊຸ່ມຂອງໂຜ້ງດັງໃຫ້ຄົງທີ່.

4. ດື່ມນໍ້າອຸ່ນ ແລະ ກິນຢາຕາມເວລາ ເຮັດຕາມຄໍາແນະນໍາຂອງແພດຢ່າງເຄັ່ງຄັດ, ຢ່າຢຸດຢາ ເພາະເຫັນວ່າອາການຫອບຫືດບໍ່ສະແດງດົນແລ້ວ.
5. ບໍ່ຄວນດື່ມນໍ້າເຢັນ: ຄົນທີ່ເປັນພູມແພ້ ບໍ່ຄວນດື່ມນໍ້າເຢັນຫຼັງອອກກໍາລັງກາຍ ໂດຍສະເພາະຢ່າງຍິ່ງໃນເດັກນ້ອຍ.
6. ປິ່ນປົວອາການຕິດເຊື້ອ ເມື່ອມີອາການຕິດເຊື້ອ ເຖິງຈະມີອາການເລັກໜ້ອຍຄວນໄປຫາໝໍເພື່ອປິ່ນປົວແຕ່ຫົວ ທີ.
[ ຂໍ້ມູນຈາກ ສຸຂະພາບມາກ່ອນ ]