ວິຕາມິນ ແລະ ແຮ່ທາດ ທີ່ຊ່ວຍໃນການນອນຫຼັບ

64

1. ເມລາໂທນິນ: ເຖິງວ່າສານນີ້ບໍ່ແມ່ນວິຕາມິນ ແຕ່ເປັນຮໍໂມນທີ່ສຳຄັນທີ່ກ່ຽວຂ້ອງກັບການນອນຫຼັບ ເມື່ອຮອດເວລາກາງຄືນ ຮໍໂມນໂຕນີ້ກໍຈະຫຼັ່ງຫຼາຍຂຶ້ນ ເຮັດໃຫ້ເຮົາຮູ້ສຶກເຫງົານອນ ເພາະສະນັ້ນຄົນທີ່ຫຼັບຍາກ ຫຼັບແລ້ວຕື່ນຕອນເດິກ ການກິນເມລາໂທນິນ ຫຼື ອາຫານທີ່ມີເມລາໂທນິນ ກໍອາດຊ່ວຍໃຫ້ຫຼັບໄດ້ດີຂຶ້ນ.ອາຫານທີ່ມີເມລາໂທນິນສູງມີ: ນົມ/ນົມຖົ່ວເຫຼືອງ,ໝາກກ້ວຍ, ຖົ່ວດິນ, ຖົ່ວແອວມ່ອນ, ຜັກຂົມ, ປາແຊວມ່ອນ ເປັນຕົ້ນ.
2. ແມັກນີຊ່ຽມ: ແມັກນີຊ່ຽມ ມີສ່ວນສຳຄັນກັບຮ່າງກາຍຫຼາຍຢ່າງເຊັ່ນ ເຮັດໃຫ້ກ້າມຊີ້ນຄາຍໂຕ, ຮູ້ສຶກຜ່ອນຄາຍ ຊ່ວຍຫຼຸດອາການເຈັບຫົວ ເຊັ່ນ: ໄມເກຼນໄດ້ ລວມໄປເຖິງຊ່ວຍໃຫ້ການນອນດີຂຶ້ນນໍາ. ຄວນຮັບປະທານອາຫານທີ່ມີແມັກນີຊ່ຽມສູງ ເຊັ່ນ: ຜັກໃບຂຽວ, ຜັກຂົມ/ບັອກໂຄຣີ່, ປາທູນ່າ, ປາແຊວມ່ອນ, ເຂົ້າໂອ໊ດ, ເຂົ້າກໍ່າ, ເຂົ້າຮາງ, ເຕົ້າຮູ້, ໝາກກ້ວຍ, ໝາກອາໂວກາໂດ່ ເປັນຕົ້ນ.

3. ວິຕາມິນ B 6: ເປັນວິຕາມິນຫຼັກທີ່ຊ່ວຍເລື່ອງລະບົບປະສາດແລະ ສະໝອງ ເຊັ່ນຊ່ວຍເລື່ອງອາການມຶນຊາ ລວມໄປເຖິງມີຜົນຕໍ່ຄວາມຈື່ຈຳ ແລະ ສະໝອງໄດ້ ແລະ ຊ່ວຍເລື່ອງການນອນຫຼັບ ໂດຍວິຕາມິນB6 ຈະຊ່ວຍໃນການສ້າງຮໍໂມນເຊໂຣໂຕນິນ ເຊິ່ງຈະນຳໄປສ້າງເປັນເມລາໂທນິນຕໍ່ໄປ.ອາຫານທີ່ມີວິຕາມິນ B6 ສູງ ເຊັ່ນ: ນົມ, ໄຂ່, cheese, ເຂົ້າໂອ໊ດ/ເຂົ້າກໍ່າ/ເຂົ້າຮາງ…
4. ວິຕາມິນ B12: ວິຕາມິນ B12 ກ່ຽວຂ້ອງກັບກົນໄກການຫຼັບຕື່ນຂອງຮ່າງກາຍ, ອາຫານທີ່ມີວິຕາມິນ B12 ສູງ ໄດ້ແກ່ ໄຂ່, ນົມງົວ, ຊີ້ນສັດ, ປາ…
5. ວິຕາມິນ D: ເຮົາຮູ້ກັນດີວ່າວິຕາມິນດີມີໜ້າທີ່ຫຼັກກ່ຽວກັບການສ້າງກະດູກ ແຕ່ແທ້ຈິງແລ້ວວິຕາມິນ D ຍັງຊ່ວຍເລື່ອງລະບົບພູມຄຸ້ມກັນ, ອາລົມ, ລວມໄປເຖິງການນອນ ພົບວ່າຄົນທີ່ຂາດວິຕາມິນ D ອາດຈະເຮັດໃຫ້ນອນຫຼັບໄດ້ບໍ່ມີປະສິດທິພາບ ຫຼັບແລ້ວຕື່ນໄວ ນອນຕໍ່ບໍ່ໄດ້ ໂດຍສະເພາະໃນຜູ້ທີ່ມີອາຍຸຫຼາຍກວ່າ 50 ປີ. ອາຫານທີ່ມີວິຕາມິນ D ສູງ ໄດ້ແກ່ ໄຂ່ແດງ, ນໍ້າມັນຕັບປາ, ໝາກຖົ່ວ, ນົມຖົ່ວເຫຼືອງ, ປາທູນ່າ, ປາແຊວມອນ, cheese, ໝາກອາໂວກາໂດ…

6. ທາດເຫຼັກ: ຫຼາຍຄົນອາດຈະສົງໄສວ່າຂາດທາດເຫຼັກ ຫຼື ມີພາວະຈືດກ່ຽວຂ້ອງກັບການນອນບໍ່ຫຼັບແນວໃດ ? ຍ້ອນວ່າພາວະຂາດທາດເຫຼັກຈະສໍາພັນກັບພະຍາດໜຶ່ງຄືກຸ່ມອາການຂາຢູ່ບໍ່ເປັນສຸກ ( Restless leg ayndrome ).
ເຊິ່ງຄົນເຈັບຈະມີອາການປວດຂາ ໂດຍສະເພາະຕອນຈະນອນ ຕ້ອງຕີງຂາອາການປວດຈຶ່ງຈະດີຂຶ້ນ ຖ້າຢູ່ຊື່ໆຈະປວດຫຼາຍ ເຮັດໃຫ້ມີບັນຫາຕໍ່ການນອນໄດ້ຍ້ອນຄວາມເຈັບປວດ. ອາຫານທີ່ມີທາດເຫຼັກຫຼາຍໄດ້ແກ່ ຕັບ, ຖົ່ວ, ຊີ້ນແດງ, ທັນຍາພືດ ເປັນຕົ້ນ.
7. Vitamin E Vitamin C: ວິຕາມິນອີ ແລະ ວິຕາມິນຊີ ທັງ 2 ໂຕນີ້ ເປັນວິຕາມິນທີ່ຊ່ວຍໃນການຕໍ່ຕ້ານອະນຸມູນອິດສະຫຼະ ຊ່ວຍໃຫ້ຈຸລັງຕ່າງໆໃນຮ່າງກາຍເຮັດວຽກໄດ້ດີ ກ່ຽວຂ້ອງກັບລະບົບພູມຄຸ້ມກັນ ແລະ ລະບົບເສັ້ນເລືອດ ແລະ ຍັງພົບວ່າ ຊ່ວຍໃນເລື່ອງພະຍາດນອນບໍ່ຫຼັບໄດ້ ໂດຍສະເພາະກຸ່ມພະຍາດນອນໂກນ ຫຼື ພາວະຢຸດຫາຍໃຈຂະນະນອນຫຼັບ. ອາຫານທີ່ມີວິຕາມິນອີ ແລະ ຊີ ໄດ້ແກ່ ຜັກຂົມ, ບັອກເຄີ ຣີ, ໝາກເຫຼ່ນ, ນໍ້າມັນຖົ່ວເຫຼືອງ, ຖົ່ວແອວມອນ, ຖົ່ວດິນ, ສ່ວນວິຕາມິນຊີ ກໍຍັງພົບໄດ້ໃນໝາກໄມ້ລົດສົ້ມຕ່າງໆ ເຊັ່ນໝາກກ້ຽງ, ໝາກກີວີ່, ໝາກມ່ວງ, ໝາກນັດ, ເປັນຕົ້ນ.
[ ຂໍ້ມູນຈາກ: ສຸຂະພາບມາກ່ອນ ]