ອັດຕາເງິນເຟີ້ເດືອນຕຸລາ ຍັງສູງຢູ່ໃນລະດັບ 25,8%

54

ສະພາບລາຄາສິນຄ້າ ແລະ ບໍລິການ ໃນເດືອນຕຸລາ 2023 ແມ່ນຍັງມີທ່າອ່ຽງເພີ່ມຂຶ້ນ ເຮັດໃຫ້ດັດຊະນີລາຄາສິນຄ້າລວມຢູ່ໃນລະດັບ 206,7 ເຊິ່ງເພີ່ມຂຶ້ນຈາກ 164,3 ໃນເດືອນຕຸລາ 2022. ເຮັດໃຫ້ອັດຕາເງິນເຟີ້ລວມຂອງ ສປປ ລາວ ໃນເດືອນຕຸລາ 2023 ຢູ່ໃນລະດັບ 25,8% ( ເພີ່ມຂຶ້ນເລັກໜ້ອຍຈາກເດືອນກັນຍາ ທີ່ຢູ່ໃນລະດັບ 25,7% ).

ຕາມການລາຍງານຂອງສູນສະຖະຕິແຫ່ງຊາດ ໃຫ້ຮູ້ວ່າ: ອັດຕາເງິນເຟີ້ລວມ ໃນເດືອນຕຸລາ 2023 ຢູ່ໃນລະດັບ 25,8%; ໃນນີ້ ໝວດສິນຄ້າທີ່ມີອັດຕາເງິນເຟີ້ສູງກວ່າໝູ່ແມ່ນໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 34,6%; ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 29,0%; ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 28,1%; ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 27,3%; ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 24,5%; ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 24,4%, ຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 21,1%; ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫູງຕົ້ມ ເພີ່ມຂຶ້ນ 17,9%; ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 18,8%.

ເມື່ອທຽບລາຄາສິນຄ້າ ແລະ ບໍລິການເດືອນຕຸລາ 2023 ທຽບກັບເດືອນກັນຍາ 2023 ເຫັນວ່າລາຄາສິນຄ້າແມ່ນຍັງມີທ່າອ່ຽງເພີ່ມຂຶ້ນຢູ່ໃນລະດັບ 2,4%.
ປັດໄຈຕົ້ນຕໍການເພີ່ມຂຶ້ນຂອງລາຄາສິນຄ້າໃນເດືອນນີ້ ຍັງແມ່ນປັດໄຈຄືກັບເດືອນຜ່ານມາ ເຊັ່ນ:
(1) ຖານການຜະລິດພາຍໃນບໍ່ເຂັ້ມແຂງທີ່ຕ້ອງໄດ້ອາໄສການນໍາເຂົ້າ ແລະ ພ້ອມນັ້ນການຜະລິດຢູ່ພາຍໃນ ເປັນຕົ້ນແມ່ນສິນຄ້າກະສິກໍາຍັງໄປຕາມລະດູການ.
(2) ການອ່ອນຄ່າຂອງເງິນກີບ ເມື່ອທຽບກັບສະກຸນເງິນຂອງປະເທດຄູ່ຄ້າ ເມື່ອທຽບເດືອນຜ່ານມາ ເງິນກີບອ່ອນຄ່າ 5,3% ແລະ 2,0% ເມື່ອທຽບກັບເງິນໂດລາ ແລະ ເງິນບາດ ຕາມລໍາດັບ.
(3) ເງິນໂດລາເອງກໍມີທ່າອ່ຽງແຂງຄ່າຂຶ້ນ ເຊິ່ງເຫັນໄດ້ດັດຊະນີເງິນໂດລາ ເພີ່ມຂຶ້ນຈາກ 121,9 ໃນຕົ້ນເດືອນກັນຍາເປັນ 123,8 ໃນຕົ້ນເດືອນຕຸລາ 2023.