ລັດຖະບານ ຄາດຄະເນໝົດປີ ເສດຖະກິດຈະຂະຫຍາຍຕົວ 4,2%

76

 

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ໃນ 9 ເດືອນ ປີ 2023 ລວມຍອດຜະລິດຕະພັນພາຍໃນ ( GDP ) ຂະຫຍາຍຕົວໃນລະດັບ 4,4% ຂະແໜງກະສິກຳ – ປ່າໄມ້ ຂະຫຍາຍຕົວ 3,4% ຂະແໜງອຸດສາຫະກຳຂະຫຍາຍຕົວ 3,5%, ຂະແໜງບໍລິການ ຂະຫຍາຍຕົວ 5,6%, ຂະແໜງພາສີ – ອາກອນຜະລິດຕະພັນຂະຫຍາຍຕົວ 3,9% ຄາດຄະເນໝົດປີລວມຍອດຜະລິດຕະພັນພາຍໃນຢູ່ໃນລະດັບ 4,2%.

ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 31 ຕຸລາ 2023 ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ໃນ 9 ເດືອນ ປີ 2023 ລວມຍອດຜະລິດຕະພັນພາຍໃນ ( GDP ) ຂະຫຍາຍຕົວ ໃນລະດັບ 4,4% ແລະ ຄາດຄະເນໝົດປີ 2023 ຈະຂະຫຍາຍຕົວຢູ່ໃນລະດັບ 4,2% ( ມະຕິສະພາ ໝົດປີໃຫ້ບັນລຸ 4,5%, GDP ) ສະເລ່ຍຕໍ່ຫົວຄົນຕໍ່ປີ ເທົ່າກັບ 1.824 ໂດລາສະຫະລັດ ( ມະຕິສະພາ 1.625 ໂດລາສະຫະລັດ ), ລວມຍອດລາຍໄດ້ແຫ່ງຊາດ ( GNI ) ສະເລ່ຍຕໍ່ຫົວຄົນຕໍ່ປີ 1.712 ໂດລາສະຫະລັດ ( ມະຕິສະພາ 1.534 ໂດລາສະຫະລັດ ) ໃນນີ້: ຂະແໜງກະສິກຳ – ປ່າໄມ້ ໃນ 9 ເດືອນ ຂະຫຍາຍຕົວໃນລະດັບ 3,4% ກວມ 17,3% ຂອງ GDP ແລະ ໝົດປີຄາດຄະເນຂະຫຍາຍຕົວ 3,4% ກວມ 21,4% ຂອງ GDP ( ແຜນການ ຂະຫຍາຍຕົວ 2,5% ກວມ 17,20% ຂອງ GDP ); ຂະແໜງອຸດສາຫະກຳ, ໃນໄລຍະ 9 ເດືອນ ຂະຫຍາຍຕົວໃນລະດັບ 3,5% ກວມ 34,5% ຂອງ GDP ແລະ ໝົດປີຄາດຄະເນຂະຫຍາຍຕົວ 3,1% ກວມ 32,2% ຂອງ GDP ( ແຜນການຂະຫຍາຍຕົວ 5,0% ກວມ 34,20% ຂອງ GDP ); ຂະແໜງບໍລິການ, ໃນໄລຍະ 9 ເດືອນ ຂະຫຍາຍຕົວໃນລະດັບ 5,6% ກວມ 37,2% ຂອງ GDP ແລະ ໝົດປີຄາດຄະເນຂະຫຍາຍຕົວ 5,6% ກວມ 35,9% ຂອງ GDP ( ແຜນການຂະຫຍາຍຕົວ 4,7% ກວມ 37,50% ຂອງ GDP ); ຂະແໜງພາສີ – ອາກອນຜະລິດຕະພັນໃນໄລຍະ 9 ເດືອນ ຂະຫຍາຍຕົວໃນລະດັບ 3,9% ກວມ 10,6% ຂອງ GDP ແລະ ໝົດປີຄາດຄະເນຂະຫຍາຍຕົວ 3,8% ກວມ 11,0% ຂອງ GDP ( ແຜນການ ຂະຫຍາຍຕົວ 4,3% ກວມ 11,10% ຂອງ GDP ).

ປັດໄຈທີ່ເຮັດໃຫ້ການຂະຫຍາຍຕົວເສດຖະກິດບໍ່ບັນລຸຄາດໝາຍນັ້ນ ຕົ້ນຕໍແມ່ນຍ້ອນຕົ້ນທຶນການຜະລິດເພີ່ມຂຶ້ນ, ການຜະລິດໃນຂະແໜງພະລັງງານ ກໍມີທ່າອ່ຽງຫຼຸດລົງເຊັ່ນກັນ ເນື່ອງຈາກໄດ້ຮັບຜົນກະທົບຈາກໄພທຳມະຊາດແຫ້ງແລ້ງ ເຮັດໃຫ້ເຂື່ອນໄຟຟ້າຈຳນວນໜຶ່ງບໍ່ສາມາດຜະລິດກະແສໄຟຟ້າໄດ້ຕາມແຜນກໍານົດໄວ້, ເຖິງແນວໃດກໍຕາມ ຂະແໜງບໍລິການຍັງສືບຕໍ່ເປັນປັດໄຈສຳຄັນປະກອບສ່ວນເຂົ້າໃນການຂະຫຍາຍຕົວເສດຖະກິດຂອງຊາດ ໂດຍສະເພາະການຂາຍຍົກ – ຂາຍຍ່ອຍ, ຂະແໜງຂົນສົ່ງ ແລະ ຂະແໜງທີ່ພັກອາໄສ ແລະ ອາຫານ ( ຂະແໜງທ່ອງທ່ຽວ ) ທີ່ມີການຂະຫຍາຍຕົວດີພໍສົມຄວນ ແລະ ຂະແໜງກະສິກຳ ກໍເປັນອີກຂະແໜງການໜຶ່ງທີ່ສືບຕໍ່ຂະຫຍາຍຕົວດີ.


+ ກ່ຽວກັບເງິນຕາ: ມີ 4 ຕົວຊີ້ບອກ ຄາດວ່າສາມາດບັນລຸໄດ້ 1 ຕົວຊີ້ບອກ ເຊິ່ງໃນວຽກງານນີ້ແມ່ນໄດ້ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດນະໂຍບາຍເງິນຕາ ແລະ ນະໂຍບາຍອັດຕາແລກປ່ຽນ ເພື່ອຮັກສາສະຖຽນລະພາບເງິນຕາ ແລະ ລາຄາ ເຊິ່ງໃນໜຶ່ງປີຜ່ານມາ ມີຜົນໄດ້ຮັບດັ່ງນີ້: ປະລິມານເງິນລວມ M2 ມາຮອດທ້າຍເດືອນ 9 ປີ 2023 ຂະຫຍາຍຕົວໃນລະດັບ 31,49% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ຂະຫຍາຍຕົວ 22,82% ທຽບໃສ່ທ້າຍປີຜ່ານມາ ແລະ ຮອດທ້າຍປີ 2023 ຄາດວ່າຈະຂະຫຍາຍຕົວຢູ່ໃນລະດັບ 28,54% ທຽບໃສ່ປີຜ່ານມາ ( ມະຕິສະພາ ບໍ່ໃຫ້ເກີນ 26% ); ອັດຕາເງິນເຟີ້ ສະເລ່ຍ 9 ເດືອນ ຢູ່ໃນລະດັບ 33,69% ແລະ ຄາດຄະເນສະເລ່ຍໝົດປີ 31,63% ( ມະຕິສະພາ ສະເລ່ຍໝົດປີບໍ່ໃຫ້ເກີນ 9% ), ໃນໄລຍະ 9 ເດືອນ ເຫັນວ່າອັດຕາເງິນເຟີ້ມີທ່າອ່ຽງຫຼຸດລົງ ຈາກລະດັບ 41,26% ໃນເດືອນກຸມພາຫຼຸດລົງມາໃນລະດັບ 25,69% ໃນເດືອນກັນຍາ.

+ ອັດຕາແລກປ່ຽນ ສະເລ່ຍໃນເດືອນກັນຍາທຽບໃສ່ທ້າຍປີ 2022 ເງິນກີບທຽບເງິນໂດລາ ອ່ອນຄ່າ 18,4% ແລະ ໝົດປີສູ້ຊົນຄຸ້ມຄອງອັດຕາແລກປ່ຽນໃຫ້ເໜັງຕີງຢູ່ໃນລະດັບບໍ່ສ້າງແຮງກົດດັນຕໍ່ອັດຕາເງິນເຟີ້; ຄັງສຳຮອງເງິນຕາຕ່າງປະເທດ ມາຮອດທ້າຍເດືອນ 9 ໃຫ້ສາມາດກຸ້ມການນຳເຂົ້າໄດ້ 4,3 ເດືອນ ແລະ ຮອດທ້າຍປີຄາດວ່າຈະສາມາດກຸ້ມການນຳເຂົ້າໄດ້ຢ່າງໜ້ອຍ 4 ເດືອນ ( ມະຕິສະພາ ບໍ່ໃຫ້ຫຼຸດ 3 ເດືອນ ).

ໃນໄລຍະ 9 ເດືອນຜ່ານມາ ສາມາດເກັບລາຍຮັບໄດ້ທັງໝົດ 29.821 ຕື້ກີບ ເທົ່າກັບ 77% ຂອງແຜນການ ແລະ ໝົດປີຄາດວ່າຈະປະຕິບັດໄດ້ຕາມແຜນການ ຫຼື ລື່ນແຜນ ແລະ ລາຍຈ່າຍທັງໝົດ ປະຕິບັດໄດ້ 26.785 ຕື້ກີບ ເທົ່າກັບ 60% ຂອງແຜນການ ແລະ ໝົດປີຄາດວ່າຈະປະຕິບັດໄດ້ຕາມແຜນການ.

ໃນໄລຍະ 9 ເດືອນຜ່ານມາ ມູນຄ່າການສົ່ງອອກ ປະຕິບັດໄດ້ 5.954,75 ລ້ານໂດລາ ເທົ່າກັບ 72,94% ຂອງແຜນການ, ໝົດປີຈະປະຕິບັດໄດ້ 8.036,99 ລ້ານໂດລາ ເທົ່າກັບ 97,71% ຂອງແຜນການ; ມູນຄ່າການນຳເຂົ້າ ປະຕິບັດໄດ້ 5.010,97 ລ້ານໂດລາ ເທົ່າກັບ 70,58% ຂອງແຜນການ ແລະ ຄາດຄະເນໝົດປີ ຈະປະຕິບັດໄດ້ 6.937,08 ລ້ານໂດລາ ເທົ່າກັບ 97,71% ຂອງແຜນການ; ດຸນການຄ້າເກີນດຸນ 943,79 ລ້ານໂດລາ ແລະ ໝົດປີຈະປະຕິບັດໄດ້ຕາມແຜນການ ( 1.125 ລ້ານໂດລາ ), ແຕ່ການຊຳລະສະສາງຜ່ານລະບົບທະນາຄານຮອດເດືອນກັນຍາ ໄດ້ 41,32% ຂອງມູນຄ່າການສົ່ງອອກ.
ການລົງທຶນລວມທັງໝົດໃນ 9 ເດືອນຜ່ານມາ ປະຕິບັດໄດ້ 78.693,90 ຕື້ກີບ ເທົ່າກັບ 151,05% ຂອງແຜນການ ເຊິ່ງຄາດຄະເນໝົດປີຈະສາມາດບັນລຸໄດ້ 90.838,00 ຕື້ກີບ ເທົ່າກັບ 174,36% ຂອງແຜນການ ( ມະຕິສະພາ 52.098 ຕື້ກີບ ) ເຊິ່ງລື່ນແຜນຍ້ອນມາຈາກການລົງທຶນຂອງພາກເອກະຊົນມີທ່າອ່ຽງເພີ່ມຂຶ້ນ.

[ ຂ່າວ: ຄຳນ້ອຍ;
ຮູບ: ຄູນທະວີໄຊ ]