ກຕສ ວາງ 12 ຄາດໝາຍ ພັດທະນາເສດຖະກິດດີຈີຕອນແຫ່ງຊາດ

94

 

ການພັດທະນາເສດຖະກິດດີຈີຕອນ ແມ່ນເປັນວຽກງານໜຶ່ງທີ່ສຳຄັນຕໍ່ການພັດທະນາເສດຖະ ກິດ – ສັງຄົມ ໃນຍຸກແຫ່ງການເຊື່ອມໂຍງແບບບໍ່ມີຂີດຈຳກັດ ຜ່ານລະບົບດີຈີຕອນ, ດັ່ງນັ້ນເພື່ອເຮັດໃຫ້ແຜນດັ່ງກ່າວສຳເລັດເປັນຮູບປະທຳ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ( ກຕສ ) ໄດ້ວາງ 12 ຄາດໝາຍສູ້ຊົນຕົ້ນຕໍ ໃນແຜນການ 5 ປີ 2021 – 2025.

ອີງຕາມແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ ໄລຍະ 5 ປີ ( 2021 – 2025 ) ຂອງກະຊວງ ກຕສ ໃຫ້ຮູ້ວ່າ: ກຕສ ໄດ້ວາງວິໄສທັດການພັດທະນາເສດຖະກິດດີຈີຕອນແຫ່ງຊາດ ໄລຍະ 20 ປີ ( 2021 – 2040 ); ຍຸດທະສາດການພັດທະນາເສດຖະກິດດີຈີຕອນແຫ່ງຊາດ ໄລຍະ 10 ປີ ( 2021 – 2030 ) ແລະ ແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ ໄລຍະ 5 ປີ ( 2021 – 2025 ).
ສະເພາະແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ ໄລຍະ 5 ປີ ( 2021 – 2025 ) ກະຊວງໄດ້ວາງ 12 ຄາດໝາຍສູ້ຊົນຕົ້ນຕໍ ດັ່ງນີ້:


1). ພັດທະນາໃຫ້ການຄ້າເອເລັກໂຕຣນິກ ໃຫ້ເກີດເປັນຮູບປະທຳ ເຊິ່ງປະກອບດ້ວຍຖານລະບົບການຄ້າເອເລັກໂຕຣນິກ, ການຊຳລະແບບເອເລັກໂຕຣນິກ, ໂລຊິດສະຕິກ, ຜະລິດຕະພັນ, ສິນຄ້າ ແລະ ການບໍລິການ.
2). ພັດທະນາໃຫ້ຜູ້ປະກອບການທຸລະກິດພາຍໃນປະເທດມີຄວາມເຂັ້ມແຂງ ໂດຍສະເພາະຜູ້ປະກອບການຂະໜາດກາງ, ຂະໜາດນ້ອຍ, ຈຸນລະວິສາຫະກິດ ແລະ ສະຕາດອັບ ໃຫ້ມີການນຳໃຊ້ເຕັກໂນໂລຊີດີຈີຕອນ ແລະ ການຄ້າເອເລັກໂຕຣນິກ.

3). ສຳເລັດການຕິດຕັ້ງລະບົບຫ້ອງການທັນສະໄໝຂອງພາກລັດ ເປັນຕົ້ນແມ່ນລະບົບຄຸ້ມຄອງເອກະສານເອເລັກໂຕຣນິກ, ການສື່ສານພາຍໃນອົງກອນພາກລັດ, ເຄືອຂ່າຍພາກລັດ, ສູນຂໍ້ມູນພາກລັດ, ສູນເຊື່ອມຕໍ່ແລກປ່ຽນຂໍ້ມູນພາກລັດ ໃຫ້ທຸກກະຊວງ ແລະ ອົງການທຽບເທົ່າ, ຫ້ອງວ່າການແຂວງ ທີ່ມີ ຄວາມພ້ອມ ແລະ ຈຳເປັນເລັ່ງດ່ວນ.
4). ຫັນການບໍລິການພື້ນຖານຂອງພາກລັດ ໃຫ້ເປັນການບໍລິການຜ່ານອອນລາຍ ໃຫ້ໄດ້ 50%, ເພື່ອຍົກລະດັບດັດສະນີຕົວຊີ້ວັດດ້ານການບໍລິຫານລັດດ້ວຍເອເລັກໂຕຣນິກ ແລະ ດ້ານການພັດທະນາໄອຊີທີ ໃຫ້ດີຂຶ້ນ.

5). ສຳເລັດການຫັນບໍລິການຂອງພາກລັດ ເປັນຮູບແບບຜ່ານປະຕູດຽວຢູ່ສູນກາງ ແລະ ແຂວງ.
6). ປັບປຸງລະບົບການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ດ້ວຍລະບົບທັນສະໄໝຜ່ານການເງິນ – ການທະນາຄານ ແລະ ການຊຳລະເອເລັກໂຕຣນິກໃຫ້ສໍາເລັດ ເປັນຕົ້ນແມ່ນຜ່ານລະບົບທະນາຄານເອເລັກໂຕຣນິກ, ລະບົບການເງິນເອເລັກໂຕຣນິກໃນໂທລະສັບມືຖື ( Mobile Money ).
7). ສ້າງເຂດນິຄົມດີຈີຕອນ ໃຫ້ໄດ້ 1 ແຫ່ງ ເພື່ອດຶງດູດການລົງທຶນຈາກຕ່າງປະເທດ.

8). ສົ່ງເສີມການພັດທະນາໂຄງລ່າງພື້ນຖານດີຈີຕອນ ເປັນຕົ້ນແມ່ນສູນຂໍ້ມູນມະຫາສານໃຫ້ໄດ້ 3 ແຫ່ງ, ສ້າງທາງຜ່ານການເຊື່ອມຕໍ່ອິນເຕີເນັດ ພາຍໃນ ແລະ ຕ່າງປະເທດ ໂດຍນໍາໃຊ້ໂຄງລ່າງພື້ນຖານຂອງບັນດາ ບໍລິສັດ ໂທລະຄົມມະນາຄົມ, ເສັ້ນທາງດ່ວນ, ເສັ້ນທາງລົດໄຟ ລາວ – ຈີນ ແລະ ສາຍສົ່ງໄຟຟ້າແຫ່ງຊາດ ເຫຼົ່ານີ້ເປັນຕົ້ນ.
9). ຂະຫຍາຍໂຄງລ່າງພື້ນຖານເຕັກໂນໂລຊີດີຈີຕອນ ຄວາມໄວສູງໄປສູ່ເຂດໝູ່ບ້ານໃຫຍ່ ແລະ ຕົວເມືອງຢູ່ຊົນນະບົດ ຕິດພັນກັບວຽກງານສາມສ້າງ ໃຫ້ໄດ້ 80%, ຂະຫຍາຍສະຖານີ ຮັບ – ສົ່ງສັນຍານມືຖື 4G ໃຫ້ໄດ້ 90% ແລະ 5G ໃຫ້ໄດ້ 50% ຂອງພື້ນທີ່ທົ່ວປະເທດ.

10). ສ້າງແຮງງານດ້ານເຕັກໂນໂລຊີດີຈີຕອນ ທີ່ມີ ຄວາມຮູ້, ຄວາມສາມາດ ແລະ ຄວາມເປັນຊ່ຽວຊານ ຈາກ 0,3% ໃຫ້ໄດ້ 1% ຂອງຈຳນວນແຮງງານເຮັດວຽກຕົວຈິງ.
11). ສົ່ງເສີມເສດຖະກິດດີຈີຕອນສ້າງລາຍຮັບປະກອບເຂົ້າໃນ GDP ໃຫ້ໄດ້ 5%.
12). ຮັບປະກັນການນຳໃຊ້ເຕັກໂນໂລຊີດີຈີຕອນ ໃຫ້ມີຄວາມປອດໄພໃນວຽກງານ ປກຊ – ປກສ ແລະ ໃນການບໍລິຫານວຽກງານລັດ, ການດຳເນີນທຸລະກິດ ແລະ ການນໍາໃຊ້ທົ່ວສັງຄົມ.