ໂຄງການສ້າງນ້ອງໆຜູ້ສືບທອດໃນອະນາຄົດ The Top 100 Future Leaders ພັດທະນາແນວຄິດ 12 ດ້ານ

13

ໂຄງການສ້າງນ້ອງໆຜູ້ສືບທອດໃນອະນາຄົດ The Top 100 Future Leaders ເປັນໂຄງການທີ່ສ້າງນ້ອງໆຮວບຮວມເອົານ້ອງໆເຍົາວະຊົນ ອາຍຸ 9 ຫາ 15 ປີ ເພື່ອມາປູກຈິດໃຕ້ສໍານຶກ, ພ້ອມຮຽນຮູ້ກ່ຽວກັບການເປັນຜູ້ປະກອບການຕັ້ງແຕ່ນ້ອຍ, ທັງເປັນການຝຶກຝົນຫຼໍ່ຫຼອມໃຫ້ນ້ອງໆມີແຮງບັນດານໃຈໃນການຊ່ວຍເຫຼືອຜູ້ອື່ນ, ຊ່ວຍເຫຼືອໝູ່ເພື່ອນ, ຊ່ວຍເຫຼືອສັງຄົມ ແລະ ຊ່ວຍເຫຼືອປະເທດຊາດ.

ທ່ານ ຫັດສະຫວັນ ແຮມະນີ ( ຄູເຊັ່ງ ) ຜູ້ອຳນວຍການ ສູນການສຶກສາລາວສ້າງຝັນ ຫຼື ຜູ້ອຳນວຍການ ສູນພັດທະນາການສຶກສາ IZUMI Laos, ທັງເປັນຜູ້ກໍ່ຕັ້ງໂຄງການສ້າງນ້ອງໆຜູ້ສືບທອດໃນອະນາຄົດ The Top 100 Future Leaders ໄດ້ສ້າງໂຄງການສ້າງນ້ອງໆຜູ້ສືບທອດໃນອະນາຄົດ The Top 100 Future Leaders ໂດຍໂຄງການດັ່ງກ່າວນີ້ໄດ້ຮວບຮວມເອົາເຍົາວະຊົນ ອາຍຸ 9 ຫາ 15 ປີ ຈາກບັນດາໂຮງຮຽນຕ່າງໆໃນ ນະຄອນຫຼວງວຽງຈັນ ເພື່ອມາປູກຈິດໃຕ້ສໍານຶກໃຫ້ກາຍເປັນບຸກຄົນທີ່ສາມາດສ້າງຄຸນຄ່າໃຫ້ສັງຄົມ ແລະ ປະເທດຊາດໃນອະນາຄົດ.

ພ້ອມນີ້, ກໍເປັນການປູກຝັງ, ສົ່ງເສີມໃຫ້ນ້ອງນ້ອຍເຍົາວະຊົນໃນທີ່ຮ່ວມໂຄງການໄດ້ຮຽນຮູ້ກ່ຽວກັບການເປັນຜູ້ປະກອບການຕັ້ງແຕ່ນ້ອຍ, ທັງເປັນການຝຶກຝົນຫຼໍ່ຫຼອມໃຫ້ນ້ອງໆມີແຮງບັນດານໃຈໃນການຊ່ວຍເຫຼືອຜູ້ອື່ນ, ຊ່ວຍເຫຼືອໝູ່ເພື່ອນ, ຊ່ວຍເຫຼືອສັງຄົມ ແລະ ຊ່ວຍເຫຼືອປະເທດຊາດ.

ນ້ອງໆທີ່ເຂົ້າຮ່ວມໂຄງການນີ້ ແມ່ນຈະໄດ້ພັດທະນາຄວາມຄິດ 12 ດ້ານ ຄື: 1). ໃຈດີຕໍ່ຜູ້ອື່ນ; 2). ຍິ່ງເກັ່ງເທົ່າໃດຈະຕ້ອງຍິ່ງຖະໜອມຖ່ອມຕົວ, ຍິ່ງເກັ່ງເທົ່າໃດຈະຕ້ອງຍິ່ງຮຽນຮູ້ຈາກຜູ້ອື່ນ; 3). ບໍລິສຸດ, ຊື່ສັດ ແລະ ຈິງໃຈສະເໝີ; 4). ຮູ້ສຳນຶກບຸນຄຸນ, ກະຕັນຍູ ແລະ ຮູ້ຂອບໃຈຕະຫຼອດເວລາ; 5). ຈົ່ງຢ່າລືມທີ່ຈະເອົາໃຈໃສ່ຄົນອ້ອມຂ້າງເຮົາສະເໝີ; 6). ເມດຕາຕໍ່ກັບທຸກໆຄົນດ້ວຍຄວາມສະເໝີພາບ; 7). ເປັນມິດກັບທຸກຄົນ ແລະ ຍິ້ມຕະຫຼອດເວລາ; 8).

ມີຈິດວິນຍານໃນການບໍລິການ ແລະ ຮັບໃຊ້ຜູ້ອື່ນ; 9). ແບ່ງປັນຄວາມສຸກ ແລະ ຄວາມຮັ່ງມີກັບຄົນທີ່ຢູ່ອ້ອມຂ້າງເຮົາ; 10). ຄິດບວກກັບຕົນເອງວ່າໂຊກດີສະເໝີ ທຸກໆເຫດການທີ່ເກີດຂຶ້ນບໍ່ວ່າຈະລົ້ມແຫຼວ ຫຼື ສຳເລັດໃນຊີວິດໃຫ້ຖືເປັນໂອກາດສະເໝີ; 11). ຮັບຜິດຊອບຊີວິດຕົນເອງ ແລະ ຊ່ວຍເຫຼືອຊີວິດຜູ້ອື່ນຕາມ ຄວາມສາມາດທີ່ຕົນເອງເຮັດໄດ້; 12). ເປັນຄົນທີ່ພັດທະນາຕົນເອງ ແລະ ຮຽນຮູ້ໄປຕະຫຼອດຊີວິດ.

ໂຄງການນີ້ຈະສອນໃຫ້ນ້ອງໆ ທຸກໆວັນພະຫັດ ເວລາ 17:00 – 18:00 ໂມງ ໂດຍແບ່ງອອກເປັນ 2 ພາກຄື: 1). ພານ້ອງໆຮຽນຮູ້ຄວາມເຕີບ ໃຫຍ່ ແລະ ຄວາມຄິດກ້າວໜ້າ ( Growth Mimdset ), ຮຽນຮູ້ເຄັດລັບຄວາມສຳເລັດ ແລະ ຄວາມລົ້ມແຫຼວໃນການເຮັດທຸລະກິດ ໂດຍຍົກຕົວຢ່າງຂອງບໍລິສັດຕ່າງໆ ແລະ ຜູ້ປະກອບການໂດດເດັ່ນຕ່າງໆ ( Business Know-how ), ຮຽນຮູ້ການຕະຫຼາດ, ການຂາຍ, ການເງິນ, ການສື່ສານ, ການເວົ້າຕໍ່ໜ້າມວນຊົນ, ການເວົ້າຕໍ່ໜ້າກ້ອງ, ການສ້າງຕົນຕົວໃນໂລກອອນລາຍ ແລະ ໂລກຄວາມເປັນຈິງ ( Personal Branding ); 2).

ພານ້ອງໆໄປຢ້ຽມຢາມບໍລິສັດຕ່າງໆ ເພື່ອໃຫ້ນ້ອງໆໄດ້ຮຽນຮູ້ ແລະ ສຳຜັດກັບບັນຍາກາດຕົວຈິງຈາກຜູ້ກໍ່ຕັ້ງ, ຜູ້ປະກອບການ, ນັກທຸລະກິດ ແລະ ຜູ້ບໍລິຫານລະດັບສູງ ເຊິ່ງນ້ອງໆໄດ້ຮຽນຮູ້ວິໄສທັດ, ພາລະກິດ, ສິນຄ້າ, ຜະລິດຕະພັນ ແລະ ການບໍລິການ. ລວມເຖິງກົນລະຍຸດການສ້າງຍອດຂາຍ, ຜົນກໍາໄລ, ການສ້າງຄຸນຄ່າໃຫ້ແກ່ສັງຄົມ, ການສ້າງ ຄວາມແຕກຕ່າງ, ຈຸດເດັ່ນ, ຈຸດແຂງ, ຈຸດຂາຍ ແລະ ຈຸດໄດ້ປຽບຂອງແຕ່ລະບໍລິສັດ, ການບໍລິຫານຄົນ, ການພັດທະນາຄົນໃນອົງກອນ, ການບໍລິຫານຊັບພະຍາກອນຊັບສິນຂອງບໍລິສັດ ແລະ ການນໍາໃຊ້ຊັບພະຍາກອນທີ່ມີຢູ່ໃຫ້ເກີດຜົນປະໂຫຍດສູງສຸດໃນການດຳເນີນທຸລະກິດ.