ລົດໄຟຂົນສົ່ງອາຫານແຊ່ເຢັນສາກົນຈີນ-ລາວແລະຈີນ-ຫວຽດນາມໄດ້ໄດ້ເລີ່ມຂຶ້ນແລ້ວ

176

ສີສັນການຂົນສົ່ງສິນຄ້າຜ່ານແດນລະຫວ່າງລາວ-ຈີນ ແລະບັນດາປະເທດທີ່ຢູ່ຕາມແລວທາງລົດໄຟເລີ່ມຄັກຄັກຂຶ້ນໃນແຕ່ລະໄລຍະ ຕາມຄວາມຕ້ອງການຕົວຈີງຂອງຕະຫຼາດ ແລະຄວາມສາມາດຕອບສະໜອງຂອງຜູ້ຜະລິດ ຫຼ້າສຸດນີ້ແມ່ນໄດ້ເປີດຂະບວນລົດຂົນສົ່ງອາຫານແຊ່ເຢັນຈີນ-ລາວ ແລະຈີນ-ຫວຽດນາມເປັນທີ່ຮຽບຮ້ອຍແລ້ວ.

May be an image of train, railroad and text
ຕອນເຊົ້າວັນທີ 16 ຕຸລາຜ່ານມາ ລົດໄຟຂົນສົ່ງອາຫານແຊ່ເຢັນສອງຂະບວນທີ່ບັນທຸກຜັກ ແລະໝາກໄມ້ທີ່ເປັນເອກະລັກພິເສດຂອງແຂວງຢຸນນານຈີນໄດ້ແລ່ນອອກຈາກສະຖານີຢຽນເຮີນະຄອນຢູ້ສີ່ແຂວງຢຸນນານໃນເວລາດຽວກັນ, ລົດໄຟຈະບສນນີ້ແມ່ນໄດ້ອອກເດີນທາງໄປຮອດນະຄອນຫຼວງວຽງຈັນຂອງລາວ ແລະແຂວງລາວກາຍຂອງຫວຽດນາມຕາມລຳດັບໃນວັນທີ 17 ຕຸລາ ຖືວ່າໃຊ້ເວລາ 1 ວັນມີການຂົນສົ່ງ.

ນີ້ເປັນສັນຍາລັກສະແດງໃຫ້ເຫັນວ່າ, ຂະບວນລົດໄຟຂົນສົ່ງອາຫານແຊ່ເຢັນສາກົນຈີນ-ລາວແລະຈີນ-ຫວຽດນາມໄດ້ເປີດນຳໃຊ້ຢ່າງເປັນທາງການແລ້ວ.

May be an image of train, railroad and text
ຂ່າວແຈ້ງໃຫ້ຮູ້ວ່າ, ໃນໄລຍະເບື້ອງຕົ້ນ, ຂະບວນລົດໄຟຂົນສົ່ງອາຫານແຊ່ເຢັນສາກົນຈີນ-ລາວ ຈາກຄຸນໝິງໄປຫາວຽງຈັນຈະແລ່ນລົດມື້ລະຖ້ຽວ, ຂະບວນລົດໄຟຂົນສົ່ງອາຫານແຊ່ເຢັນສາກົນຈີນ-ຫວຽດນາມ ຈາກຄຸນໝິງໄປຫາລາວກາຍແລ່ນລົດອາທິດລະຖ້ຽວ. ພາກສ່ວນທາງລົດໄຟຈະປັບຄວາມຖີ່ການແລ່ນລົດໄຟຕາມຄວາມຕ້ອງການຂອງລູກຄ້າ.

ຂ່າວຈາກ: CRI