ການລົງທຶນໃສ່ຄູ ເເມ່ນການລົງທຶນໃສ່ອະນາຄົດຂອງ ສປປ ລາວ

80

ວຽກງານການສຶກສາເປັນວຽກງານທີ່ສຳຄັນຕໍ່ການພັດທະນາຊັບພະຍາກອນມະນຸດ ເຊິ່ງຕະຫຼອດໄລຍະຜ່ານມາ ລັດຖະບານລາວ ໄດ້ເອົາໃຈໃສ່ຍົກລະດັບພື້ນຖານໂຄງລ່າງຂອງລະບົບການສຶກສາ ສົມທົບກັບການຊ່ວຍເຫຼືອຂອງບັນດາອົງການຈັດຕັ້ງສາກົນຕ່າງໆ ກໍໄດ້ໃຫ້ການຊ່ວຍເຫຼືອດ້ານການສຶກສາໃນ ສປປ ລາວ.
ທ່ານ ນາງ ປອ. ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍ ທ່ານ ນາງ ອີນາ ມາຊິວລີໂອນີແຕ ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ທ່ານ ນາງ ດຣ. ເພຍ ເຣເບນໂລ ບຣິໂຕ ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ ໄດ້ຂຽນເຖິງການສຶກສາໃນລາວ ດັ່ງນີ້:

ທ່ານ ນາງ ປອ. ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ກ່າວວ່າ: ການພັດທະນາເຕັກໂນໂລຊີໃນໂລກປັດຈຸບັນໄດ້ນັບມື້ຂະຫຍາຍຕົວ ເຮັດໃຫ້ຜູ້ຄົນທົ່ວທຸກມຸມໂລກສາມາດຕິດຕໍ່ສື່ສານເຖິງກັນໄດ້ງ່າຍຂຶ້ນ ແຕ່ມີຄຳເວົ້າໜຶ່ງທີ່ຍັງຄົງນຳໃຊ້ໄດ້ທຸກຍຸກສະໄໝ: “ ປູກເຂົ້າໃຊ້ເວລາໜຶ່ງປີ, ປູກຕົ້ນໄມ້ໃຫ້ກາຍເປັນຮົ່ມເງົາໃຊ້ເວລາສິບປີ, ເພື່ອສ້າງອະນາຄົດທີ່ດີ ຕ້ອງໃຫ້ການສຶກສາແກ່ລູກຫຼານຂອງພວກເຮົາ ”. ນີ້ຄືເຫດຜົນທີ່ ສປປ ລາວ ໄດ້ໃຫ້ຄຳໝັ້ນສັນຍາຕໍ່ການພັດທະນາການສຶກສາຂອງປະເທດ ໂດຍໃຫ້ ຄວາມສຳຄັນຕໍ່ສິດທິຂອງເດັກທຸກຄົນໃນການຮຽນຮູ້ ແລະ ເຕີບໂຕ.
ໃນໄລຍະ 50 ປີທີ່ຜ່ານມາ, ລັດຖະບານ ແຫ່ງ ສປປ ລາວ ໄດ້ເຮັດວຽກກັບຄູ່ຮ່ວມພັດທະນາຕ່າງໆ ເປັນຕົ້ນແມ່ນອົງການອຸຍນິເຊັບ ແລະ ສະຫະພາບເອີຣົບ ເພື່ອສ້າງລະບົບການສຶກສາທີ່ເດັກນ້ອຍທຸກຄົນສາມາດເຂົ້າເຖິງໄດ້. ນັບຕັ້ງແຕ່ການສ້າງອາຄານຮຽນ ຈົນໄປເຖິງການປັບປຸງຫຼັກສູດການຮຽນ – ການສອນ ພວກເຮົາໄດ້ສຸມຄວາມພະຍາຍາມຢ່າງບໍ່ຢຸດຢັ້ງຕໍ່ວຽກງານການສຶກສາ ເຊິ່ງເຮັດໃຫ້ໄດ້ຮັບໝາກຜົນທີ່ເພິ່ງພໍໃຈໃນລະດັບໜຶ່ງ. ແຕ່ເຖິງແນວໃດກໍຕາມ, ສິ່ງທີ່ພວກເຮົາຄວນເອົາໃຈໃສ່ຫຼາຍກວ່ານີ້ ແມ່ນຄຸນນະພາບຂອງຄູ.

ຄູ ບໍ່ພຽງແຕ່ແມ່ນຜູ້ໃຫ້ການສຶກສາ ແຕ່ພວກເຂົາຍັງເປັນຕົວແບບ ແລະ ແຮງບັນດານໃຈ ໃຫ້ກັບນັກຮຽນ – ນັກສຶກສາ ແລະ ຍັງເປັນຜູ້ສ້າງອະນາຄົດຂອງພວກເຮົາ. ສຳລັບຫຼາຍໆຄົນອາດຈະມີຄູ – ອາຈານຜູ້ໃດໜຶ່ງທີ່ເຮົາຍັງຈົດຈຳໄດ້ດີ ແລະ ຜູ້ທີ່ໄດ້ປ່ຽນແປງຊີວິດຂອງເຮົາ, ແລະ ເປັນຜູ້ທີ່ໄດ້ໃຫ້ບົດຮຽນອັນລ້ຳຄ່າແກ່ພວກເຮົາມາຮອດທຸກມື້ນີ້. ບາງຄົນຍັງໄດ້ຮັບແຮງບັນດານໃຈເພື່ອເຮັດວຽກເປັນຄູສອນຍ້ອນມີຄູ – ອາຈານເປັນຕົວແບບໃນຊີວິດຂອງພວກເຂົາ.
“ ການເປັນຄູແມ່ນຄວາມໃຝ່ຝັນຂອງຂ້າພະເຈົ້າ. ຕອນທີ່ຍັງນ້ອຍ, ຄູ – ອາຈານໄດ້ເປັນຕົວແບບ ແລະ ເຮັດໃຫ້ຂ້າພະເຈົ້າເກີດແຮງບັນດານໃຈໃນການເປັນຄູໃນມື້ນີ້ ”. ນີ້ຄືຄຳເວົ້າຈາກ ທ່ານ ສອນໄຊ ຈັນທະມາລາ ເຊິ່ງປັດຈຸບັນລາວກໍໄດ້ບັນລຸຄວາມຝັນຂອງລາວ ໂດຍການເປັນຄູສອນຢູ່ທີ່ໂຮງຮຽນມັດທະຍົມສຶກສາຕອນຕົ້ນສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ໃນມື້ນີ້ລາວກໍເປັນອີກຜູ້ໜຶ່ງທີ່ສືບຕໍ່ສ້າງແຮງບັນດານໃຈ ແລະ ເປັນຕົວແບບທີ່ດີໃຫ້ກັບຄົນຮຸ່ນຕໍ່ໆໄປ.
ຜົນຈາກການຄົ້ນຄວ້າຮ່ວມກັບສະຫະພາບເອີຣົບ ພົບວ່າຄຸນນະພາບຂອງຄູນັ້ນ ແມ່ນຕົວຊີ້ວັດອັນສຳຄັນທີ່ບົ່ງບອກເຖິງຜົນການຮຽນຂອງນັກຮຽນ. ຫຼາຍໂຮງຮຽນແມ່ນປະຕິບັດໄດ້ດີ ໂດຍສຸມໃສ່ການຮຽນຮູ້ສໍາລັບນັກຮຽນທຸກຄົນ ໂດຍສະເພາະແມ່ນໃຫ້ຄວາມເອົາໃຈໃສ່ຕໍ່ນັກຮຽນທີ່ມີຜົນການຮຽນຕໍ່າ.

ຕົວຊີ້ວັດເຫຼົ່ານີ້ຍັງສະທ້ອນເຖິງຄວາມເຂົ້າໃຈໃນລະດັບໂລກກ່ຽວກັບການສຶກສາ. ຕົວຢ່າງ, ລະບົບການສຶກສາຂອງ ປະເທດຟິນແລນ ທີ່ປະສົບຜົນສຳເລັດ ເພາະໄດ້ສຸມໃສ່ຄວາມສະເໝີພາບໃນການຮຽນຮູ້ສຳລັບເດັກທຸກຄົນ ໂດຍສະເພາະໃນການສະໜັບສະໜູນເດັກນ້ອຍທີ່ດ້ອຍໂອກາດທີ່ສຸດ ເພື່ອຜົນປະໂຍດຂອງທຸກຄົນ. ຢູ່ ສ.ເກົາຫຼີ ເຊັ່ນດຽວກັນ, ອາຊີບຄູ ເປັນອາຊີບທີ່ໄດ້ຮັບຄວາມນັບຖືຢ່າງກວ້າງຂວາງ ແລະ ມີບົດບາດອັນລ້ຳຄ່າ.
ສ່ວນລະບົບການສຶກສາຂອງປະເທດຫວຽດນາມ ແມ່ນຖືກຍອມຮັບວ່າປະສົບຜົນສຳເລັດຫຼາຍຄືບັນດາປະເທດຕາເວັນຕົກ ເຊັ່ນ: ປະເທດອັງກິດ ແລະ ການາດາ. ຍ້ອນຫຍັງ? ເຫດຜົນກໍຍ້ອນວ່າພວກເຂົາໄດ້ລົງທຶນໃສ່ການສ້າງຄວາມອາດສາມາດຂອງຄູ ແລະ ໄດ້ໃຫ້ການຝຶກອົບຮົມຕ່າງໆແກ່ຄູ – ອາຈານຢ່າງຕໍ່ເນື່ອງ. ນີ້ແມ່ນເປັນການຢືນຢັນຄຳເວົ້າທີ່ວ່າ ” ຄູທີ່ດີກໍຄືນັກຮຽນທີ່ດີ “.
ສປປ ລາວ ໄດ້ມີການພັດທະນາລະບົບການສຶກສາຂອງຕົນເອງມາຢ່າງຕໍ່ເນື່ອງ ແລະ ເຖິງເວລາທີ່ຈະກ້າວໄປອີກຂັ້ນຕອນໜຶ່ງ ນັ້ນກໍຄືການປັບປຸງການສຶກສາເພື່ອເດັກທຸກຄົນ. ໃນປັດຈຸບັນ, ງົບປະມານເພື່ອສະໜັບສະໜູນຄູ – ອາຈານແມ່ນຍັງບໍ່ພຽງ ພໍ; ດັ່ງນັ້ນ, ການຈັດສັນງົບປະມານຂອງລັດທີ່ເພີ່ມຂຶ້ນ ເພື່ອລົງທຶນໃນການຝຶກອົບຮົມສ້າງຂີດ ຄວາມສາມາດຂອງຄູ ແລະ ຮັບປະກັນການສຶກສາທີ່ມີຄຸນນະພາບ ຈຶ່ງເປັນເປົ້າໝາຍທີ່ສຳຄັນຂອງໂຄງການສະໜັບສະໜູນດ້ານງົບປະມານຂອງສະຫະພາບເອີຣົບ ໃຫ້ແກ່ລັດຖະບານ ສປປ ລາວ. ເຖິງເວລາແລ້ວທີ່ ສປປ ລາວ ຈະຕ້ອງຈັດລໍາດັບເອົາການສຶກສາເປັນບຸລິມະສິດສູງສຸດຂອງປະເທດ ລວມໄປທັງການຮັບປະກັນວ່າຄູ – ອາຈານໄດ້ຮັບເງິນເດືອນທີ່ເໝາະສົມກັບໜ້າທີ່ພວກເຂົາ ແລະ ສ້າງແຮງຈູງໃຈຕ່າງໆໃຫ້ກັບຄູ ເຊິ່ງທັງໝົດນີ້ກໍຄືການລົງທຶນໃສ່ອະນາຄົດຂອງປະເທດຊາດພວກເຮົາຢ່າງແທ້ຈິງ.

ເພື່ອສະໜັບສະໝູນໃຫ້ ສປປ ລາວ ມີຄວາມພ້ອມໃນອະນາຄົດ, ພວກເຮົາຕ້ອງໃຊ້ແນວທາງ 3 ປະການ: ການລົງທຶນດ້ານງົບປະມານ, ການປັບປຸງນະໂຍບາຍ ແລະ ການປ່ຽນແປງວັດທະນະທຳໄປສູ່ການຮັບຮູ້ຄວາມສຳຄັນຂອງຄູ. ຜົນປະໂຫຍດຈາກການລົງທຶນໃນວຽກງານດັ່ງກ່າວນີ້ແມ່ນບໍ່ຈຳກັດ ແລະ ໃນຂະນະທີ່ພວກເຮົາສືບຕໍ່ສ້າງທ່າແຮງດ້ານມະນຸດຂອງຊາດ, ພວກເຮົາຕ້ອງສຸມ ຄວາມເອົາໃຈໃສ່ຕໍ່ຜູ້ທີ່ເປັນກຸນແຈໃນການສ້າງທ່າແຮງນັ້ນໃຫ້ຫຼາຍຂຶ້ນ ນັ້ນກໍຄືຄູ – ອາຈານຂອງພວກເຮົາ.
ການພັດທະນາປະເທດໃນໄລຍະຍາວເລີ່ມຕົ້ນຢູ່ທີ່ຫ້ອງຮຽນ. ຜ່ານການຈັດຕັ້ງປະຕິບັດວຽກງານການສຶກສາ ໄດ້ສະແດງໃຫ້ເຫັນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ ພວກເຮົາສາມາດຍາດໄດ້ມີຜົນສຳເລັດຫຼາຍດ້ານ. ເຖິງຢ່າງໃດກໍຕາມ, ການເດີນທາງແມ່ນຍັງບໍ່ທັນສິ້ນສຸດ ແລະ ມັນຮຽກຮ້ອງໃຫ້ພວກເຮົາບໍ່ປ່ຽນແປງຈຸດໝາຍປາຍທາງ ເພາະສະຫວັດດີການ ແລະ ທ່າແຮງຂອງໄວໜຸ່ມ 3 ລ້ານຄົນໃນ ສປປ ລາວ ແມ່ນຂຶ້ນຢູ່ກັບຄວາມເອົາໃຈໃສ່ຂອງພວກເຮົາໃນມື້ນີ້.
ໃນຂະນະທີ່ພວກເຮົາສະເຫຼີມສະຫຼອງໂອກາດຄົບຮອບ 50 ປີ ຂອງການຮ່ວມມືລະ ຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ອົງການອຸຍນີເຊັບ, ພວກເຮົາຕ້ອງຈັດເອົາການລົງທຶນໃສ່ການສຶກສາທີ່ມີຄຸນນະພາບເປັນບຸລິມະສິດອັນຮີບດ່ວນທີ່ສຸດ.
ອະນາຄົດຂອງ ສປປ ລາວ ແມ່ນຢູ່ໃນຫ້ອງຮຽນຂອງພວກເຮົາໃນມື້ນີ້ ແລະ ອະນາຄົດນັ້ນແມ່ນເລີ່ມຕົ້ນດ້ວຍການລົງທຶນໃສ່ຄູຂອງພວກເຮົາ.