ທ່ານ ທອງລຸນ ສີສຸລິດ ລົງຕິດຕາມໂຄງການກໍ່ສ້າງໂຮງໝໍມະໂຫສົດ ພ້ອມຢ້ຽມຢາມຄົນເຈັບ

126

ໃນວັນທີ 12 ຕຸລາ ນີ້ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມໂຄງການກໍ່ ສ້າງໂຮງໝໍມະໂຫສົດ ໂດຍການຕ້ອນຮັບຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ; ມີທ່ານ ຫວາງຊາງ ອຸປະທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ຊູຊາດ ວົງພະຈັນ ຜູ້ອຳນວຍ ການໂຮງໝໍມະໂຫສົດ ພ້ອມດ້ວຍພະນັກງານແພດ-ໝໍ ເຂົ້າຮ່ວມ.

May be an image of 7 people, hospital and dais

ທ່ານ ຊູຊາດ ວົງພະຈັນ ໄດ້ລາຍງານສະພາບລວມກ່ຽວກັບຄວາມຄືບໜ້າໃນການກໍ່ສ້າງ ແລະ ນຳໃຊ້ໂຮງໝໍມະໂຫສົດຫຼັງໃໝ່ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນ ໃນປີ 2017 ຊຶ່ງມີເນື້ອທີ່ 31.500 ຕາແມັດ ກວມເອົາ 60% ຂອງເນື້ອທີ່ທັງໝົດ ມູນຄ່າການກໍ່ສ້າງ 590.790.977 ຢວນ ໂຮງໝໍຫຼັງໃໝ່ນີ້ໄດ້ມີພິທີວາງສີລາລືກ ກໍ່ສ້າງໃນວັນທີ 14 ພະຈິກ 2017 ໂດຍແມ່ນທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ແລະ ທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ພາຍຫຼັງກໍ່ສ້າງສຳເລັດສາມາດບັນຈຸໄດ້ 600 ຕຽງ.

May be an image of 9 people and hospital

ໃນນັ້ນ ການກໍ່ສ້າງໄດ້ແບ່ງອອກ 2 ໄລຍະຄື: ໄລຍະທີ 1. ກໍ່ສ້າງ 2 ຕຶກ 8 ຊັ້ນ ແລະ 4 ຊັ້ນ ເລີ່ມກໍ່ສ້າງໃນທ້າຍປີ 2017 ແລະ ມອບ-ຮັບໃນວັນທີ 11 ພະຈິກ 2021; ໄລຍະທີ 2. ກໍ່ສ້າງ 2 ຕຶກ (4 ຊັ້ນ ແລະ 5 ຊັ້ນ) ລວມມີຕຶກບໍລິຫານ, ເຕັກນິກ, ຕຶກຜ່າຕັດ, ບ່ອນຈອດລົດຊັ້ນໃຕ້ດິນ ແລະ ອ່າງບໍາບັດນໍ້າເສຍ ເລີ່ມກໍ່ສ້າງໃນຕົ້ນເດືອນມັງກອນ 2022 ປັດຈຸບັນສຳເລັດ 70%. (ຕາມການລາຍງານຂອງຄະນະຮັບ ຜິດຊອບການກໍ່ສ້າງຂອງບໍລິສັດ BUCC).

May be an image of 4 people

ການອອກແບບແມ່ນໄດ້ມາດຕະຖານ ປະກອບມີ 4 ຕຶກຄື: ຕຶກ 8 ຊັ້ນ ແມ່ນຕຶກນອນຄົນເຈັບ, ຕຶກ 4 ຊັ້ນ ແມ່ນຕຶກນອນຄົນເຈັບ ແລະ ຈຸລິນຊີ ເປັນຫ້ອງວິເຄາະລະດັບ 3 (ທີ່ມີການຮ່ວມມືກັບ LOMWRU) ຊຶ່ງຢູ່ໃນໄລຍະ 1 ສຳເລັດ ແລະ ຖືກນຳໃຊ້ໃນວັນທີ 2 ທັນວາ 2021; ຕຶກ 5 ຊັ້ນ ແມ່ນຕຶກບໍລິຫານ ແລະ ກວດເຂດນອກຄົນເຈັບ; ຕຶກຕໍ່ລະຫວ່າງ 8 ຊັ້ນ ແລະ 5 ຊັ້ນແມ່ນຕຶກເຕັກນິກ ຊຶ່ງກຳລັງກໍ່ສ້າງໄດ້ 70% ຄາດວ່າຈະໃຫ້ສໍາເລັດໃນເດືອນພະຈິກ 2023 ນີ້.

May be an image of skyscraper

ສຳລັບຈຳນວນຕຽງນອນ ທັງໝົດ 600 ຕຽງ ໃນນີ້ມີຫ້ອງ VVIP ແລະ VIP 24 ຫ້ອງ, ຫ້ອງພິເສດ 2 ຕຽງ 75 ຫ້ອງ, ຫ້ອງທໍາມະດາທົ່ວໄປ 6 ຕຽງ 34 ຫ້ອງ, ຫ້ອງຄວາມດັນລົບ 5 ຫ້ອງ (20 ຕຽງ), ຫ້ອງຜ່າ ຕັດ 10 ຫ້ອງ, ຫ້ອງປະຊຸມ 1 ຫ້ອງບັນຈຸໄດ້ 400 ຄົນ.

May be an image of 5 people, hospital and text

ພາຍຫຼັງໄດ້ຮັບຟັງການລາຍງານສະພາບລວມກ່ຽວກັບຄວາມຄືບໜ້າການກໍ່ສ້າງ ແລະ ນຳໃຊ້ໂຮງໝໍມະໂຫສົດຫຼັງໃໝ່. ທ່ານ ທອງລຸນ ສີສຸລິດ ກໍໄດ້ຢ້ຽມຢາມ ແລະ ໃຫ້ກຳລັງໃຈບັນດາພະນັກງານແພດໝໍທີ່ໃຫ້ບໍລິການຄົນເຈັບ ພ້ອມທັງຢ້ຽມຢາມພໍ່ແມ່ປະຊາຊົນທີ່ກຳລັງປິ່ນປົວສຸຂະພາບຢູ່ໂຮງໝໍຕື່ມອີກ.

ຂ່າວຈາກ: ປະຊາຊົນ