ສົກຮຽນນີ້ໂຮງຮຽນຫງວຽນຢູ ຈະເນັ້ນພັດທະນາການຮຽນ – ການສອນໃຫ້ມີຄຸນນະພາບສູງຂຶ້ນ

49

ສົກຮຽນ 2023 – 2024 ນີ້ໂຮງຮຽນສອງພາສາລາວ – ຫວຽດນາມຫງວຽນຢູ ຈະປະຕິບັດຕາມແຜນການຂອງກະຊວງສຶກສາທິການ ແລະ ກີລາວາງອອກ ໂດຍທາງໂຮງຮຽນຈະເນັ້ນໜັກໃຫ້ການຮຽນ – ການສອນມີຄຸນນະພາບຂຶ້ນໄປເລື້ອຍໆ.
ທ່ານ ນາງ ສີວັນເຮືອງ ເພັງຄໍາໄມ ຜູ້ອໍານວຍການໂຮງຮຽນສອງພາສາ ລາວ – ຫວຽດນາມ ຫງວຽນຢູ ໃຫ້ສໍາພາດວ່າ: ສົກຮຽນ 2023 – 2024 ນີ້ ໂຮງຮຽນສອງພາສາ ລາວ – ຫວຽດນາມຫງວຽນຢູ ຈະປະຕິບັດຕາມແຜນຂອງກະຊວງສຶກສາທິການ ແລະ ກີລາວາງອອກ ໂດຍທາງໂຮງຮຽນຈະເນັ້ນດ້ານຄຸນນະພາບການຮຽນ – ການສອນໃຫ້ດີຂຶ້ນເລື້ອຍໆ.

ສໍາລັບນັກຮຽນຊັ້ນຕົ້ນ ບໍ່ວ່າຈະເປັນ ປ 1, ມ 1, ມ 5 ຈະໃສ່ໃຈພິເສດ ເພື່ອໃຫ້ເຂົາເຈົ້າມີ ຄວາມຮູ້ພື້ນຖານເພື່ອກ້າວເຂົ້າສູ່ຂັ້ນຮຽນຕໍ່ໄປ; ສໍາລັບຊັ້ນປະຖົມໄດ້ມີການປັບປຸງດ້ານວິຊາການ ທາງໂຮງຮຽນໄດ້ສົ່ງຄູ – ອາຈານໄປຝຶກອົບຮົມເພື່ອໃຫ້ເຂົາເຈົ້າໄດ້ຍົກລະດັບຄວາມຮູ້ໃຫ້ສອດຄ່ອງກັບແບບແຜນທີ່ກະຊວງສຶກສາທິການ ແລະ ກີລາວາງອອກ.

ໃນສົກຮຽນຜ່ານມາ ທາງໂຮງຮຽນໄດ້ມີຜົນງານທີ່ພົ້ນເດັ່ນຫຼາຍດ້ານ ໂດຍສະເພາະແມ່ນດ້ານການຮຽນກໍຄືການເຄື່ອນໄຫວຕ່າງໆ, ມີນັກຮຽນທີ່ເສັງຈົບຊັ້ນໄດ້ 100% ທັງຊັ້ນປະຖົມ ແລະ ມັດທະຍົມ, ມີນັກຮຽນເຂົ້າຮ່ວມສອບເສັງນັກຮຽນເກັ່ງ ທັງໝົດ 8 ນ້ອງ ( ໃນນັ້ນມີນັກຮຽນທີ່ຕິດລະດັບ 1 ຂັ້ນເມືອງ 3 ນ້ອງ ), ເສັງຈົບຊັ້ນປະຖົມ ປ 5 ມີນັກຮຽນຜູ້ໜຶ່ງທີ່ໄດ້ຄະແນນ 10 ທຸກວິຊາ; ສໍາລັບຊັ້ນ ມ 7 ມີນັກຮຽນທີ່ໄດ້ຄະແນນຮອບດ້ານຫຼາຍກວ່າ 80%. ນອກຈາກນັ້ນທາງໂຮງຮຽນຍັງໄດ້ເອົາໃຈໃສ່ກ່ຽວກັບການເຄື່ອນໄຫວນອກຫຼັກສູດ ບໍ່ວ່າຈະເປັນດ້ານສິລະປະ ແລະ ກີລາ, ສິລະປະສາມາດແຂ່ງຂັນໄດ້ທີ 2 ຂອງເມືອງ ສໍາລັບນ້ອງນັກຮຽນຊາຍໃນຊັ້ນມັດທະຍົມຕົ້ນ ແລະ ມັດທະຍົມປາຍ ກໍໄດ້ຮັບລາງວັນທີສອງໃນການແຂ່ງຂັນກີລາທົ່ວປະເທດ.

ປັດຈຸບັນໂຮງຮຽນມີພະນັກງານ ແລະ ຄູ – ອາຈານທັງໝົດ 60 ກວ່າທ່ານ, ມີນັກຮຽນທັງໝົດ 1.100 ຄົນ, ມີຫ້ອງຮຽນທັງໝົດ 30 ຫ້ອງຮຽນ ນັບແຕ່ຊັ້ນອະນຸບານຮອດຊັ້ນມັດທະຍົມປາຍ; ສໍາລັບເປົ້າໝາຍ 2023 – 2024ສາມາດຮອງຮັບໄດ້ຫຼາຍກວ່າ 30 ຫ້ອງຮຽນ ປະມານ 1.200 – 1.300 ຄົນ.


ໃນຕອນທ້າຍ, ທ່ານ ນາງ ສີວັນເຮືອງ ເພັງຄໍາໄມ ໄດ້ຝາກເຖິງອໍານາດການປົກຄອງທຸກຂັ້ນ ຕະຫຼອດຮອດຜູ້ປົກຄອງນັກຮຽນ ແລະ ນ້ອງນັກຮຽນທຸກຊັ້ນຮຽນ ພ້ອມກັນປະຕິບັດໜ້າທີ່ຂອງໃຜລາວ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອໃຫ້ການສຶກສາໄດ້ຮັບຜົນສໍາເລັດດີທີ່ສຸດ. ທາງໂຮງຮຽນຂອງພວກເຮົາ ທັງພະນັກງານ ແລະ ຄູ – ອາຈານຈະພະຍາຍາມທີ່ສຸດ ເພື່ອເຮັດແນວໃດໃຫ້ນ້ອງນັກຮຽນໄດ້ຮັບຄວາມຮູ້ຢ່າງມີຄຸນນະພາບດີຍິ່ງຂຶ້ນ ພິເສດແມ່ນສອນນັກຮຽນໃຫ້ຮູ້ທັງສອງພາສາກໍຄືສອນພາສາລາວ ແລະ ພາສາອື່ນໆ ຄຽງຄູ່ພາສາຫວຽດນາມ ເພື່ອໃຫ້ເກັ່ງທັງພາສາລາວ ແລະ ພາສາຫວຽດ ເພື່ອໃຫ້ໂຮງຮຽນຂອງພວກເຮົາເປັນໂຮງຮຽນຕົວແບບ ແລະ ເປັນບ່ອນປູກຈິດສໍານຶກໃຫ້ແກ່ນ້ອງນ້ອຍນັກຮຽນແຕ່ຊັ້ນປະຖົມ ເຖິງຊັ້ນມັດທະຍົມປາຍ ໃຫ້ຮູ້ເຖິງ ຄວາມສາມັກຄີພິເສດ ລາວ – ຫວຽດນາມ ແລະ ເຮັດແນວໃດ ເພື່ອສ້າງໃຫ້ນ້ອງນັກຮຽນມີຄຸນນະພາບ, ມີບຸກຄະລາກອນທີ່ດີ ເພື່ອສ້າງສາປະເທດລາວເຮົາ.