ໃກ້ເຂົ້າມາແລ້ວ ຮ່ວມໃຈໂຫວດ Miss Universe Laos 2023 ຜູ້ເປັນຕົວແທນຂອງແມ່ຍິງລາວທົ່ວປະເທດ!

60

ງານນີ້ທຸກຄົນຕ້ອງໄດ້ຮ່ວມແຮງຮ່ວມໃຈກັນແລ້ວ ເພື່ອໃຫ້ແມ່ຍິງລາວຕົວແທນສາຍສະພາຍລາວກ້າວສູ່ເວທີສາກົນຢ່າງສະຫງ່າງາມ ຂໍແຟນໆຮ່ວມສົ່ງກໍາລັງໃຈ ແລະ ເຂົ້າໄປໂຫວດໃຫ້ສາວງາມ ປາເປົ້າ ໄພມະນີ ລາດຊະບັນເທົາ ຜູ້ຄອງຕໍາແໜ່ງ Miss Universe Laos 2023 ຮ່ວມພະລັງໃຈໂຫວດເພື່ອປະເທດລາວ VOTE FOR LAOS ຊ້າກັນບໍ່ໄດ້ແລ້ວ ເຂົ້າໄປໂຫວດເລີຍ ຜັກດັນສາຍສະພາຍລາວໃຫ້ໂດດເດັ່ນຜ່ານເຂົ້າຮອບທຳອິດ ເທິງເວທີຈັກກະວານ 2023 ໂດຍເຂົ້າໄປທີ່ ດາວໂຫຼດ Miss Universe App ໂຫວດທຳອິດ ຟຣີ First Vote “ FREE ” ຢ່າລືມເດີຮ່ວມໂຫວດກັນຫຼາຍໆເດີ.

ສໍາລັບ ປາເປົ້າ ສາວງາມຈຶ້ງຈິດຈຶ້ງໃຈ ບົ່ງບອກເຖິງຕົວຕົນຜູ້ມີຄວາມເຂັ້ມແຂງ, ກ້າຫານ, ໝັ້ນໃຈ ແລະ ມີເມດຕາ ເປັນສາວງາມຜູ້ກໍ່ຕັ້ງໂຄງການ Share to Shine ໂຄງການທີ່ສ້າງຂຶ້ນມາເພື່ອສົ່ງເສີມການຕ່ຳຫູກ, ສ້າງອາຊີບ ແລະ ລາຍໄດ້ທີ່ໝັ້ນຄົງແກ່ແມ່ຍິງລາວ ພ້ອມທັງເປັນການດຳລົງຮັກສາການຕໍ່າຫູກໃນແບບວັດທະນະທໍາລາວໃຫ້ຄົງໄວ້ສືບຕໍ່ໄປ ແລະ ຕໍ່ໄປສາວປາເປົ້າ ຈະເດີນກິດຈະກໍາຊ່ວຍເຫຼືອສັງຄົມໃດອີກ, ສາມາດຕິດຕາມໄດ້ທີ່: Page: Miss Universe Laos ໄດ້ເລີຍ.

ມື້ນີ້ທີມຂ່າວບັນເທີງກໍຍັງໄດ້ນໍາເອົາຜົນງານຂອງຊຸດປະຈໍາຊາດທີ່ຊະນະເລີດ ແລະ ຈະໄດ້ໄປເສີດສາຍໃນເວທີ Miss Universe 2023 ມາໃຫ້ທຸກຄົນໄດ້ຮູ້ຈັກຄວາມເປັນມາແຮງບັນດານໃຈໃນການອອກແບບອີກດ້ວຍ ເຊິ່ງການປະກາດຢ່າງເປັນທາງການ ຕ້ອງຂໍສະແດງຄວາມຍິນດີຊຸດປະຈຳຊາດລາວທີ່ໄດ້ຮັບລາງວັນຊະນະເລີດ ໄດ້ແກ່ ຊຸດ: “ ວິຈິດບັນຈົງຕ່ຳລົງຜ້າໄໝລາວອອກແບບໂດຍ ທ້າວ ຂັນໄຊ ແຖມພູຄຳ ” ໄດ້ຮ່ວມເດີນທາງເສີດສາຍຄວາມເປັນຊາດລາວໃນເວທີຈັກກະວານ 2023 ທີ່ປະເທດເອວສະວາດໍ ໃນລະຫວ່າງວັນທີ 3 – 8 ເດືອນພະຈິກທີ່ຈະມາເຖິງນີ້.

ຄວາມໝາຍຂອງຊື່ຊຸດຄຳວ່າ “ ວິຈິດບັນຈົງ ” ໝາຍເຖິງ ຈິນຕະນາການ ແນວຄິດສ້າງສັນ ມີ ຄວາມຕັ້ງໃຈເອົາໃຈໃສ່ ໃຫ້ອອກມາສວຍງາມ ປຽບດັ່ງຊ່າງຫັດຖະກຳ ງານສີມືການຕ່ຳຫູກຂອງຄົນລາວ ທີ່ໄດ້ສັງສັນລວດລາຍການຕ່ຳທີ່ສວຍງາມ ປານີດເປັນເອກະລັກ ແລະ ໂດດເດັ່ນຕາມແຕ່ລະທ້ອງຖິ່ນຂອງລາວເຮົາ ຕັ້ງແຕ່ເໜືອຮອດໃຕ້ ຈຶ່ງໄດ້ກາຍເປັນທີ່ມາຂອງຊື່ຊຸດວ່າ “ ວິຈິດບັນຈົງ ຕ່ຳລົງຜ້າໄໝລາວ ”.

ແຮງບັນດານໃຈແມ່ນໄດ້ມາຈາກຫັດຖະກຳການຕ່ຳຫູກ ເປັນພູມປັນຍາທ້ອງຖິ່ນຂອງຄົນລາວເຮົາ ທີ່ສືບທອດກັນມາຕັ້ງແຕ່ຮຸ່ນປູ່ຍ່າຕາຍາຍ ກວ່າເຮົາຈະໄດ້ຜ້າສິ້ນງາມໆຜືນໜຶ່ງ ບໍ່ແມ່ນເລື່ອງງ່າຍເລີຍ ຊຸດນີ້ເລີຍໄດ້ຍົກເອົາການຕ່ຳຫູກເຊິ່ງປຽບດັ່ງວິຖີຊີວິດຂອງຄົນລາວເຮົາໃຫ້ຊັດເຈນຂຶ້ນ ຊຸດໄດ້ອອກແບບໃຫ້ມີຄວາມປະສົມປະສານຄວາມເປັນລາວໃນຮູບແບບສາກົນ ໂດຍການນຳເອົາວິຖີຊີວິດການນຸ່ງຖືຂອງຊົນເຜົ່າລື້ທາງພາກເໜືອຂອງລາວ ເຮັດຈາກຜ້າໄໝລາວສີແດງສົດ ຕ່ຳລາຍນາກ ເປັນເອກະລັກລາຍສິ້ນສະເພາະຕົວຂອງຜ້າລາວ ມີລາຍຜ້າສີທອງ ສື່ເຖິງ ຄວາມອົດທົນຄວາມເອົາໃຈໃສ່ໃນການຕ່ຳຜ້າ ແລະ ຄວາມອຸດົມສົມບູນ ມີປອກແຂນທີ່ເປັນກະສວຍຕ່ຳຫູກໃຫ້ໂຕຊຸດໄດ້ສື່ເຖິງການຕ່ຳຫູກໄວ້ໄດ້ຢ່າງຊັດເຈນ.