ງາມ! ຈຶ້ງໃຈອີ່ຫຼີ ອອກເດີນທາງແລ້ວ ຕຸກຕາ ພິລາຄົງ Miss Grand Laos 2023

86

ຜ່າກະແສດຣາມາອອກມາໄດ້ຢ່າງສະຫງ່າງາມ ຮ່ວມເຊຍ ຕິດຕາມການເຄື່ອນໄຫວ ເປັນກໍາລັງໃຈໃຫ້ກັບຕົວແທນສາຍສະພາຍລາວ ໃນເວທີ Miss Grand International 2023 ນີ້ ຕອນນີ້ຕຸກຕາ ເພັດມະນີ ພິລາຄົງ Miss Grand Laos ຄົນຫຼ້າສຸດ ອອກເດີນທາງຊີງມົງກຸດກັນແລ້ວ ແລະ ນ້ອງກໍງາມຈຶ້ງໃຈອີ່ຫຼີ ເຮັດໃຫ້ແຟນໆນາງງາມ ເຄາະວ່າມີໂອກາດເຂົ້າໃກ້ມົງກຸດທີ່ສຸດເລີຍ ເຊິ່ງນ້ອງໄດ້ບິນເດີນທາງແລ້ວໄປທີ່ນະຄອນໂຮຈິມິນ ປະເທດຫວຽດນາມ ໃນຕອນບ່າຍວັນທີ 4 ຕຸລາ 2023 ທີ່ຜ່ານມານີ້ເອງ.

ການເດີນທາງໃນຄັ້ງນີ້ ແມ່ນເພື່ອເຂົ້າຮ່ວມເກັບຕົວ ແລະ ເຮັດກິດຈະກຳຕ່າງໆໃນກອງແມ່ຂອງ Miss Grand International 2023, ຫຼັງຈາກເດີນທາງຮອດທີ່ໝາຍ ຕຸກຕາ ກໍຈະໄດ້ເລີ່ມຮ່ວມກິດຈະກໍາເພື່ອເກັບຄະແນນ ແລະ ກຽມປະກວດຮອບພຣີລິມ ວັນທີ 22 ຕຸລາທີ່ຈະມາເຖິງນີ້ ແລະ ມື້ປະກວດແຂ່ງຂັນຮອບຕັດສິນໃນວັນທີ 25 ຕຸລາ 2023 ທີ່ຈະມາເຖິງນີ້ເອງ ເຊິ່ງການເດີນທາງຄັ້ງນີ້ຕຸກຕາແມ່ນເດີນທາງຜ່ານ Lao Airlines ການບິນລາວ ຜູ້ສະໜັບສະໜູນການເດີນທາງໃນຄັ້ງນີ້ ພ້ອມປະຕິບັດໜ້າທີ່ແລ້ວຢ່າງເຕັມທີ່ກັນແລ້ວ.

ຕຸກຕາ ແມ່ນສາວງາມອີກໜຶ່ງຄົນທີ່ຊາວຂ່າວບັນເທີງເອງເຫັນໄດ້ເຖິງຄວາມພະຍາຍາມ ແລະ ຜ່າກະແສດຣາມາໄດ້ສໍາເລັດຕັ້ງແຕ່ມື້ມົງລົງຫົວກັນເລີຍ ເພາະຍັງມີຫຼາຍຫາງສຽງວ່າຍັງບໍ່ງາມ ຫຼື ບໍ່ເໝາະສົມ ແຕ່ນ້ອງກໍຜ່ານມາໄດ້ ຮັບຕໍາແໜ່ງເປັນ Miss Grand Laos ຄົນທີ 7 ພ້ອມນີ້ຍັງໄດ້ຮັບລາງວັນຊຸດປະຈໍາແຂວງດີເດັ່ນໄປຄອງອີກດ້ວຍ ສໍາລັບສາວຄົນນີ້ເປັນສາວງາມຜູ້ທີ່ໂດດເດັ່ນທັງຮູບຮ່າງ, ໜ້າຕາ ແລະ ຄວາມສາມາດກັນເລີຍ.

ປັດຈຸບັນ ຕຸກຕາ ອາຍຸ 27 ປີ ອາໄສຢູ່ນະຄອນຫຼວງວຽງຈັນ ແລະ ເປັນຕົວແທນຈາກນະຄອນຫຼວງວຽງຈັນ ໃນເວທີ Miss grand laos 2023. ຕຸກຕາ ຮຽນຈົບການສຶກສາປະລິນຍາຕີ ຈາກສະຖາບັນເສດຖະກິດ – ການເງິນ ດົງຄຳຊ້າງ ແລະ ປັດຈຸບັນເຮັດວຽກຢູ່ທະນາຄານ ຮ່ວມພັດທະນາ ( JDB ), ຜ່ານມາແມ່ນເຄີຍປະກວດ Miss lao 2015 ໄດ້ຮອງອັນດັບ 4, ປັດຈຸບັນເປັນນາງແບບ ແລະ ເປັນ Brand Ambassador ໃຫ້ກັບເສື້ອຜ້າແບຣນໜຶ່ງອີກດ້ວຍ ແລະ ຍັງບໍ່ພໍເທົ່ານັ້ນ ສາວຕຸກຕາ ເປັນຜູ້ທີ່ມີຄວາມສາມາດພິເສດບໍ່ວ່າຈະເປັນການເດີນແບບ ແລະ ຮ້ອງເພງ.
ສຸດທ້າຍນີ້ຂ່າວບັນເທີງຂໍຝາກທຸກຄົນຕິດຕາມຜົນງານ ແລະ ການເຄື່ອນໄຫວຂອງສາວຄົນນີ້ໃນເວທີສາກົນດ້ວຍ ສາມາດເຂົ້າໄປຕິດຕາມກັນໄດ້ເລີຍທີ່ທາງເພຈ Miss Grand Lao ແລະ fb ສ່ວນຕົວ toukta philakhong.