ໜຸ່ມ Kim Byx ເຈົ້າຂອງຜົນງານເພງດັງຫຼາຍເພງ ທັງເປັນນັກແຕ່ງເພງ ມາກຄວາມສາມາດ

54

ມື້ນີ້ຈະພາມາຮູ້ຈັກກັບນັກຮ້ອງທີ່ມີຊື່ສຽງ Kim Byx, ນັກສຶກສາສາຍໂປຣແກຣມເມີ ທີ່ມີຄວາມມັກຮັກໃນການຮ້ອງເພງ ໂດຍໜຸ່ມຄົນນີ້ ກໍເປັນອີກຄົນໜຶ່ງທີ່ເປັນເດັກນ້ອຍຈາກຕ່າງແຂວງ ທີ່ໄດ້ເຂົ້າມາສຶກສາຮຽນຕໍ່ຢູ່ນະຄອນຫຼວງວຽງຈັນ ໂດຍມີຄວາມຝັນຢາກປະສົບຄວາມສຳເລັດໃນສາຍອາຊີບທີ່ຕົນສຶກສາຮ່ຳຮຽນ.


ແຕ່ອີກຄວາມຝັນໜຶ່ງ ກໍຄືການໄດ້ເປັນນັກຮ້ອງທີ່ມີຊື່ສຽງ,ມີຜົນງານເປັນທີ່ຮູ້ຈັກຂອງທຸກຄົນ, ດັ່ງນັ້ນຈຶ່ງໄດ້ຮຽນໄປພ້ອມກັບການມີງານອະດິເຣກເປັນການແຕ່ງເພງ, ຮ້ອງເພງຄວບຄູ່ກັນໄປນຳ ໂດຍຫວັງວ່າມື້ໜຶ່ງຜົນງານເພງຂອງຕົນ ຈະໄດ້ເປັນທີ່ຮູ້ຈັກຂອງທຸກຄົນ ດັ່ງນັ້ນ, ໃນໄລຍະຜ່ານມາຈຶ່ງໄດ້ສ້າງສັນຜົນງານເພງຫຼາຍໆຜົນງານເພງອອກມາ ໂດຍເເຕ່ງຂຶ້ນມາເອງຈາກເລື່ອງລາວທີ່ໄດ້ປະສົບພົບພໍ້ ຫຼື ຈາກຄວາມຮູ້ສຶກໃນເວລານັ້ນ ທັງຄວາມຮັກ, ຄວາມຜິດຫວັງ, ສົມຫວັງ ແລະ ຫຼາຍໆອາລົມກັນເລີຍ.

ຜົນງານເພງຫຼັກໆທີ່ເຮັດອອກມາແລ້ວກາຍເປັນທີ່ຮູ້ຈັກ ແລະ ໄດ້ຮັບຍອດວິວຫຼາຍກໍຄື ເພງ ສາລະວົນ, ເພງ: ເປຮັກ ເປັນຕົ້ນ, ນອກນີ້ຍັງມີເພງອື່ນໆອີກບໍ່ວ່າຈະເປັນ: ເພງ ເກັບຮັກໄວ້ກ່ອນ ເພງໜາວແລ້ວເດີ, ເປັນເຮົາໄດ້ບໍ່, ຊຸມເຫຼົ້າສັ່ງລາ ແລະ ແນ່ນອນໃນປີ 2023ນີ້ ຍັງໄດ້ມີໂປຣເຈັກທີ່ໄດ້ຮ່ວມງານກັບ ອາຈານ ສໍ ສີເມືອງຊຽງ ເຊິ່ງຈະເຂົ້າມາເປັນຜູ້ສະໜັບສະໜູນ ແລະ ຄອຍໃຫ້ຄຳປຶກສາ ແນະນຳ ເຊິ່ງຜົນງານທີ່ຈະປ່ອຍອອກມາໃຫ້ໄດ້ຮັບຟັງແມ່ນເພງ ສາວເສື້ອຂາວ ທາງຊ່ອງຢູທູບ ແລະ ເພງ ຮັກຊໍ່າຟ້າ ທີ່ແຕ່ງໂດຍ ອາຈານ ສໍ ສີເມືອງຊຽງ ທີ່ປ່ອຍທາງຊ່ອງຢູທູບ ” ເມືອງຊຽງ ອິນເຕີເທນເມັ້ນ official ” ແລະ ຍັງມີເພງໃໝ່ຈະປ່ອຍໄວໆນີ້ ຄື: ເພງ ພ້າຍຮັກ ນາງມະໂລງ, ເບິດເວລາ ຝາກທຸກຄົນລໍຖ້າຕິດຕາມຜົນງານເພງຂອງ kim byx ໄດ້ທີ່ຊ່ອງຢູທູບ ເມືອງຊຽງ ອິນເຕີເທນເມັ້ນ official.

ທັງໝົດທີ່ກ່າວມານັ້ນ ລ້ວນແລ້ວແຕ່ເປັນຜົນງານທີ່ໜ້າຕິດຕາມ ແລະ ຖືວ່າເປັນອີກໜຶ່ງໜຸ່ມທີ່ເປັນເພັດເມັດງາມ ຜູ້ທີ່ສ້າງຜົນງານເພງທີ່ມີຄຸນນະພາບອອກຮັບໃຊ້ສັງຄົມ.
ທີມຂ່າວບັນເທີງເອງກໍຂໍຝາກແຟນໆໃນການຕິດຕາມຜົນງານຄື້ນລູກໃໝ່ຄົນນີ້ດ້ວຍ ຝາກຕິດຕາມ ແລະ ແນວໃດກໍຝາກຜົນງານເພງໃໝ່ຂອງໜຸ່ມ Kim Byx ທີ່ຈະປ່ອຍໃຫ້ໄດ້ຟັງກັນໃນໄວໆນີ້ນໍາເດີ.