ຈີນ – ລັດອາຣັບ ລົງນາມໂຄງການຮ່ວມມື ລວມມູນຄ່າ 1,70 ແສນລ້ານຢວນ

34

ເວບໄຊສຳນັກຂ່າວ globaltimes.cn ລາຍງານວ່າ: ງານວາງສະແດງສິນຄ້າ ຈີນ-ລັດອາຣັບ ປີ 2023 (China-Arab States Expo 2023) ໄດ້ຈົບລົງດ້ວຍການລົງນາມໂຄງການຮ່ວມມືລວມມູນຄ່າ 1,70 ແສນລ້ານຢວນ (23,2 ຕື້ໂດລາ) ທີ່ຈັດຂຶ້ນໃນລະຫວ່າງວັນທີ 20-24 ກັນຍາຜ່ານມາ ດ້ວຍການບັນລຸໂຄງການຮ່ວມມືລວມ 403 ໂຄງການທີ່ຄອບຄຸມທຸກດ້ານຂອງທຸລະກິດ ເຊິ່ງສະທ້ອນໃຫ້ເຫັນເຖິງການຮ່ວມມືທີ່ຂະຫຍາຍຕົວ ລະຫວ່າງ ຈີນ ແລະ ລັດອາຣັບ.

ງານວາງສະແດງສິນຄ້ານີ້ ໄດ້ດຶງດູດຜູ້ເຂົ້າຮ່ວມຈາກ 50 ປະເທດ ແລະ ພາກພື້ນ ລວມເຖິງອົງກອນທີ່ເຂົ້າຮ່ວມຫຼາຍກວ່າ 1.000 ແຫ່ງ ເຊິ່ງໃຫ້ຜົນຮັບທີ່ປະສົບຄວາມສຳເລັດ ແລະ ເຊື່ອມໂຍງຜູ້ເຂົ້າຮ່ວມເຫຼົ່ານັ້ນ ຕາມແລວເສັ້ນທາງສາຍໄໝທາງເສດຖະກິດ.

ຈີນ ເປັນຄູ້ຄ້າລາຍໃຫຍ່ຂອງລັດອາຣັບ ໂດຍການຄ້າທະວິພາຄີ ເພີ່ມຂຶ້ນເກືອບ 2 ເທົ່າຈາກ 222,4 ຕື້ໂດລາໃນປີ 2012 ເປັນ 431,4 ຕື້ໂດລາໃນປີ 2022.

ຂະນະທີ່ ການລົງທຶນຈາກທັງສອງຝ່າຍກຳລັງຄຶກຄື້ນ ເຊິ່ງການລົງທຶນໂດຍກົງຂອງຈີນໃນປະເທດອາຣັບ ເພີ່ມຂຶ້ນ 1,44 ຕື້ໂດລາໃນໄລຍະ 6 ເດືອນຕົ້ນປີ ເພີ່ມຂຶ້ນ 7% ທຽບເປັນລາຍປີ ແລະ ການລົງທຶນຂອງລັດອາຣັບໃນຈີນ ເພີ່ມຂຶ້ນ 2,15 ຕື້ໂດລາ.

ງານ China-Arab States Expo 2023 ຖືເປັນການຄົບຮອບ 10 ປີຂອງການຈັດງານ ແລະ ກົງກັບວັນຄົບຮອບ 10 ປີຂອງ ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ (BRI) ໃນໄລຍະທົດສະວັດທີ່ຜ່ານມາ ເຊິ່ງງານສະແດງສິນຄ້າດັ່ງກ່າວ ໄດ້ສົ່ງເສີມການຮ່ວມມືທາງເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ຈີນ ແລະ ກຸ່ມປະເທດ BRI ທີ່ດຶງດູດປະເທດ ແລະ ພາກພື້ນ ຫຼາຍກວ່າ 112 ແຫ່ງໃຫ້ເຂົ້າຮ່ວມ ແລະ ຮັດແໜ້ນຄວາມສຳພັນທະວິພາຄີ ລະຫວ່າງ ຈີນ ແລະ ປະເທດອາຣັບໃຫ້ແຂງແກ່ນຍິ່ງຂຶ້ນ.