ງານນີ້ມີແຕ່ຄໍາວ່າ ວ້າວວ້າວ! ເດີນແບບເຄື່ອງນຸ່ງ EMPOLMA

62

ງານນີ້ມີແຕ່ຄໍາວ່າວ້າວກັນເລີຍ ກັບການເດີນແບບທີ່ມີ ຄວາມແຟຊັນ ແລະ ທັນສະໄໝສຸດໆເລີຍ ເມື່ອສູນການຄ້າວຽງຈັນເຊັນເຕີ ຮ່ວມກັບ ຮ້ານ Pop Ploy Shop ໄດ້ຈັດເວທີເດີນແບບເສື້ອຜ້າໃໝ່ ໃຫ້ກັບແບຣນ Empolma ເຊິ່ງງານດັ່ງກ່າວແມ່ນໄດ້ຈັດຂຶ້ນໃນວັນທີ 9 ກັນຍາ 2023 ທີ່ສູນການຄ້າວຽງຈັນເຊັນເຕີ.

อาจเป็นรูปภาพของ 10 คน, ยูสโทมา, งานแต่งงาน และ ข้อความ

ພາຍໃນງານໄດ້ມີການນໍາສະເໜີເສື້ອຜ້າແບຣນ EMPOLMA ງານ Colourful Vientiane by Empolma 2023 ເຊິ່ງງານນີ້ເປັນການເປີດໂຕແບຣນ EMPOLMA ເປັນແບຣນນ້ອງໃໝ່ຂອງທາງຮ້ານ Pop Ploy Shop ທີ່ເປັນແບຣນ ຂອງຄົນລາວ ເຊິ່ງເນັ້ນເສື້ອຜ້າສີສັນ ແລະ ລວດລາຍທີ່ເປັນເອກະລັກ ແລະ ມີຄວາມສວຍງາມສຸດໆ.

ພາຍໃນງານຈະມີການສະແດງຕ່າງໆ ພ້ອມທັງມີການເດີນແບບຈາກຊາຍແບບ – ນາງແບບທີ່ແຕກຕ່າງສາຍອາຊີບ. ພ້ອມນັ້ນ, ຍັງມີດາລາຮັບເຊີນຈາກປະເທດໄທ ບໍ່ວ່າຈະເປັນ ນັດທະຣັດ ໂມຣິດ ເລີກຣອງ, ບີ້ ກັນຣະຍານີ ສີສຸພັນ Miss Queen Laos 2023 ເຊິ່ງເປັນ Presenter Brand ຂອງ EMPOLMA ໃນຄັ້ງນີ້.

ນອກຈາກນັ້ນ, ພາຍໃນງານກໍຍັງມີການແຈກຂອງລາງວັນຕ່າງໆໃຫ້ແຂກທີ່ມາຮ່ວມງານອີກດ້ວຍ.

ໂດຍປົກກະຕິແລ້ວ ທາງຮ້ານ Pop ploy shop ຍັງມີສິນຄ້າແບຣນເນມຕ່າງໆທີ່ນຳເຂົ້າຈາກຕ່າງປະເທດ ເຊັ່ນ: EP, ESPADA, ESP, JOHN HENRY, FFashion, LYN, JASPAL ເຊິ່ງແຕ່ລະແບຣນ ຍັງມີໂປຣໂມຊັນ ສ່ວນຫຼຸດ  20 – 70% ເຊິ່ງທາງຮ້ານມີຢູ່ທີ່ສູນການຄ້າ ວຽງຈັນເຊັນເຕີ ຊັ້ນ 1 ແລະ ຊັ້ນ 2 ແລະ ທີ່ບ້ານສົມສະຫງ່າ ( ກົງກັນຂ້າມຕະຫຼາດນ້ອຍ ) ເຊິ່ງທຸກທ່ານສາມາດເຂົ້າໄປຊົມ ແລະ ຊື້ກັນໄດ້ເລີຍ.