ເບິ່ງ ມາດຕະການພື້ນຖານການຂົນຂວາຍແຫຼ່ງທຶນເງິນຕາຕ່າງປະເທດ

106

ແນ່ໃສ່ແກ້ໄຂບັນຫາວິກິດເສດຖະກິດ-ການເງິນຂອງປະເທດລາວໃນຂະນະນີ້ ທ່ານນາຍົກລັດຖະມົນຕີໄດ້ລະບຸໄວ້ໃນ ຄໍາສັ່ງ
ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ຫນີ້ສິນຕ່າງປະເທດ ສະບັບເລກທີ 13/ນຍ ລົງວັນທີ 29 ສິງຫາ 2023  ກ່ຽວກັບການລະດົມແຫຼ່ງທຶນດັ່ງນີ້:

No photo description available.
ໃຫ້ກະຊວງແຜນການ ແລະ ການລົງທຶນເລັ່ງກວດກາ ແລະ ປະເມີນຄືນບັນດາໂຄງການລົງທຶນຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ, ໂດຍ ສະເພາະ ໂຄງການລົງທຶນແຮ່ທາດແບບທົດລອງ ແລະ ໂຄງການແຮ່ທາດແບບປົກກະຕິ, ຖ້າໂຄງການໃດບໍ່ມີຄວາມ ຄືບຫນ້າ ກໍໃຫ້ແຈ້ງເຕືອນຕາມຂັ້ນຕອນ ເພື່ອກ້າວໄປສູ່ການຍົກເລີກ ຫຼື ແຈ້ງສິ້ນສຸດບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາ ແລະ ຖອນໂຄງການຄືນ, ພ້ອມທັງ ເລັ່ງທວງການປະຕິບັດພັນທະທີ່ບໍລິສັດຍັງຄ້າງຊໍາລະ, ລວມທັງ ກວດກາ ການນໍາເຂົ້າທຶນຕົວຈິງ, ການປະຕິບັດພັນທະຕ່າງໆ ຕາມສັນຍາ ຫຼີກລ້ຽງການຈັບຈອງໂຄງການ ເປັນຕົ້ນ ແມ່ນບັນດາ ບໍລິສັດ ທີ່ໄດ້ຮັບຫຼາຍສັນຍາໂຄງການສໍາປະທານ.

No photo description available.
ຮີບຮ້ອນສືບຕໍ່ປັບປຸງກົດຫມາຍວ່າດ້ວຍການສົ່ງເສີມການລົງທຶນ ໃຫ້ສອດຄ່ອງກັບເງື່ອນໄຂຂອງການພັດທະນາເສດ ຖະກິດ-ສັງຄົມ ຂອງປະເທດໃນໄລຍະໃຫມ່; ຄົ້ນຄວ້າ ແລະ ປັບປຸງນິຕິກໍາລຸ່ມກົດຫມາຍ ທີ່ມີຄວາມຈໍາເປັນ ເປັນຕົ້ນ ແມ່ນດໍາລັດ ວ່າດ້ວຍການຄຸ້ມຄອງຄາຊີໂນ ໃຫ້ສໍາເລັດໂດຍໄວ; ເລັ່ງປັບປຸງກົນໄກ ແລະ ຂັ້ນຂອດໃນການ ປະສານງານອະນຸມັດການລົງທຶນ ລວມທັງການເພີ່ມສິດ ແລະ ຄວາມຮັບຜິດຊອບໃຫ້ແກ່ທ້ອງຖິ່ນ; ສືບຕໍ່ຈັດຕັ້ງ ປະຕິບັດຄໍາສັ່ງເລກທີ 02/ນຍ ແລະ ເລກທີ 03/ນຍ, ປັບປຸງຂໍ້ຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ຂັ້ນ ທ້ອງຖິ່ນ ໃນການພິຈາລະນາອະນຸຍາດການສຶກສາສໍາຫຼວດເນື້ອທີ່ດິນ ເພື່ອລົງທຶນສໍາປະທານດ້ານການຜະລິດກະສິ ກໍາ-ປ່າໄມ້ ແລະ ການບໍລິການ ສະບັບເລກທີ 003/ຄລທ, ລົງວັນທີ 6 ມິຖຸນາ 2022.

May be an image of 13 people, the Panama Canal and text that says 'N พระ LMD'

ປັບປຸງບັນຊີກິດຈະການສໍາ ປະທານ ແລະ ກິດຈະການຄວບຄຸມ, ກະກຽມ ແລະ ເປີດທົດລອງນໍາໃຊ້ໂປຼແກມຕິດຕາມເອກະສານຂໍລົງທຶນ. ພ້ອມດຽວກັນ ກໍ່ເອົາໃຈໃສ່ຄົ້ນຄວ້ານະໂຍບາຍສົ່ງເສີມໃນການດໍາເນີນທຸລະກິດ ແລະ ການລົງທຶນ ສໍາລັບໂຄງການ ລົງທຶນຂະຫນາດໃຫຍ່ ແລະ ໂຄງການຍຸດທະສາດ, ກໍານົດມາດຕະການໃນການຊຸກຍູ້ການນໍາເຂົ້າທຶນເພື່ອມາພັດທະ ນາໂຄງການຢູ່ໃນເຂດເສດຖະກິດພິເສດ, ນິຄົມອຸດສາຫະກໍາ ແລະ ໂຄງການອື່ນ ທີ່ບໍ່ແມ່ນເຂດເສດຖະກິດພິເສດ ເພື່ອຊຸກຍູ້ໃຫ້ສາມາດຈັດຕັ້ງປະຕິບັດຕາມແຜນການທີ່ວາງໄວ້.

May be an image of 9 people, segway, road and street
ຮີບຮ້ອນເຈລະຈາເພີ່ມອັດຕາພັນທະມອບເຫມົາກິດຈະການຕ່າງໆ, ການຂາຍຮຸ້ນກິດຈະການ 100% ແລະ ເງິນປັນ ຜົນຂອງກິດຈະການກາຊີໂນຂອງເຂດສາມຫຼ່ຽມຄໍາ, ການຖືຮຸ້ນຂອງລັດ 30% ຢູ່ຈຸດ B ເຂດເສດຖະກິດພິເສດ ສະຫວັນ-ເຊໂນ ແລະ ເຂດຈໍາປາສັກ, ການຖືຮຸ້ນຂອງລັດ 25% ຢູ່ເຂດພັດທະນາ ກວມລວມໄຊເຊດຖາ ແລະ 30% ຢູ່ເຂດປາກເຊ-ຍີ່ປຸ່ນ ແລະ ຮີບຮ້ອນແກ້ໄຂບັນຫາພາຫະນະນໍາເຂົ້າທີ່ບໍ່ຖືກຕ້ອງຕາມລະບຽບກົດຫມາຍ ຢູ່ເຂດ ເສດຖະກິດພິເສດ ສາມຫຼ່ຽມຄໍາໃຫ້ສໍາເລັດໂດຍໄວ.