ແລກປ່ຽນເຖື່ອນ ໜາວແທ້ຈັບໄດ້ບໍ່ມີຂໍ້ຍົກເວັ້ນ

179

ໃນຄຳສັ່ງເລກທີ 13/ນຍ ລົງວັນທີ 29 ສິງຫາ 2023 ນັບເປັນນິຕິກຳໜຶ່ງທີ່ສັງຄົມຕ່າງກໍ່ເຝົ້າຕິດຕາມ ເພື່ອພ້ອມກັນແກ້ໄຂບັນຫາວິກິດເສດຖະກິດທີ່ເປັນຢູ່ໃນປະຈຸບັນໃຫ້ຜ່ອນຄາຍລົງ ໃນນັ້ນໄດ້ລະບຸຊັດເຈນ ກໍ່ບັນດາຜູ້ສວຍໂອກາດປັ່ນປ່ວນສັງຄົມດ້ວຍການເຮັດໃຫ້ເງິນກີບອ່ອນຄ່າ ຖ້າພົບເຫັນຈະດຳເນີນຕາມລະບຽບກົດໝາຍຢ່າງບໍ່ມີຂໍ້ຍົກເວັ້ນ.

No photo description available.

ໂດຍຄຳສັ່ງດັ່ງກ່າວແມ່ນໄດ້ມອບໃຫ້ທະນາຄານແຫ່ງ ສປປ ລາວຄຸ້ມຄອງປະລິມານເງິນ M2 ຫຼື ປະລິມານເງິນທີ່ຈໍລະຈອນຢູ່ໃນສັງຄົມໃຫ້ຢູ່ໃນຂອບທີ່ສາມາດຄວບຄຸມໄດ້; ຄຸ້ມຄອງ, ຕິດຕາມ ແລະ ຈໍາກັດການເພີ່ມຂຶ້ນ ຂອງອັດຕາເງິນເຟີ້ ເຮັດໃຫ້ຫຼຸດລົງ. ພ້ອມທັງ ສຸມໃສ່ຄວບຄຸມລາຄາສິນຄ້າທີ່ສົ່ງຜົນກະທົບໄວຕໍ່ເງິນເຟີ້ຂອງ ສປປ ລາວ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

No photo description available.

ພ້ອມດຽວກັນນີ້ໃຫ້ ຄຸ້ມຄອງການເຄື່ອນໄຫວທາງດ້ານການເງິນ ຂອງບັນດາທະນາຄານທຸລະກິດ ຢ່າງໃກ້ຊິດ, ຮັບປະກັນບໍ່ໃຫ້ມີການປັ່ນປ່ວນ ແລະ ແລກປ່ຽນເງິນຕາທີ່ຜິດກົດຫມາຍ; ໃຫ້ນໍາໃຊ້ມາດຕະການທີ່ເດັດຂາດຕໍ່ຜູ້ລະເມີດ ແລະ ກະທໍາ ຜິດຕໍ່ກົດຫມາຍ, ຕໍ່ຜູ້ສວຍໃຊ້ຫນ້າທີ່ ເພື່ອຫາຜົນປະໂຫຍດທີ່ບໍ່ຊອບທໍາ ແລະ ຜິດກົດຫມາຍ ໂດຍບໍ່ມີການຍົກເວັ້ນ.

No photo description available.
ໃຫ້ທະນາຄານແຫ່ງ ສປປ ລາວ ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ແກ້ໄຂການແລກປ່ຽນເງິນຕາ ທີ່ບໍ່ຖືກຕ້ອງ ແລະ ດໍາເນີນຄະດີ ຕໍ່ບຸກຄົນ, ນິຕິ ບຸກຄົນ ຜູ້ທີ່ຍັງເຄື່ອນໄຫວແລກປ່ຽນເງິນຕາແບບຊະຊາຍ ສ້າງຄວາມປັ່ນປ່ວນ; ພ້ອມທັງ ກຸ່ມເປົ້າຫມາຍ ທີ່ມີການນໍາໃຊ້ບັນຊີສ່ວນຕົວ ເຂົ້າໃນການແລກປ່ຽນເງີນຕາແບບຜິດກົດຫມາຍ, ຖ້າພົບເຫັນພະນັກງານ ແລະ ເຈົ້າຫນ້າທີ່ສວຍໃຊ້ ຫນ້າທີ່ອໍານວຍຄວາມສະດວກ ຕ້ອງໄດ້ດໍາເນີນຕາມຂະບວນການຂອງກົດຫມາຍ ຢ່າງເຂັ້ມງວດ.