ເພື່ອສຸຂະພາບນັກຮຽນ ໂຮງຮຽນຊົນເຜົ່າອຸດົມໄຊສີດພົ່ນຂ້າຍຸງກ່ອນ 1 ກັນຍາ

37

ເພື່ອກະກຽມຕ້ອນຮັບນ້ອງນັກຮຽນໃນສົກຮຽນໃໝ່່ ຊຶ່ງກຳລັງຈະເປີດໃນອີກ 2 ວັນຂ້າງໜ້ານີ້ ໃນວັນທີ 29 ສິງຫາຜ່ານມາ ທາງໂຮງຮຽນສາມັນກິນນອນຊົນເຜົ່າອຸດົມໄຊ ໄດ້ສົມທົບກັບຫ້ອງການສາທາລະນະສຸກເມືອງໄຊ ມາສີດຢາອູດຍຸງ ຢູ່ພາຍໃນໂຮງຮຽນ .

May be an image of 6 people

ການສີດຢາອູດຍຸງໃນຄັ້ງນີ້ນໍາພາທິມງານ ໂດຍທ່ານ ສົມຊາຍ ສີທາວົງ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງໄຊ ແລະ ມີຜູ້ອໍານວຍການ,ຄະນະອໍານວຍການ,ພະນັກງານ,ຄູ-ອາຈານ ໄດ້ເຂົ້າຮ່ວມ ຈຸດປະສົງກໍ່ເພື່ອ ເປັນການທໍາລາຍບ່ອນຢູ່,ບ່ອນແຜ່ພັນຂອງຍຸງລາຍ ຢູ່ພາຍໃນໂຮງຮຽນໃຫ້ໝົດໄປ ເຮັດໃຫ້ນ້ອງນັກຮຽນມີຄວາມປອດໄພຈາກພະຍາດໄຂ້ຍຸງ ແລະ ມີສຸຂະພາບແຂງແຮງ.

May be an image of 1 person

ໃນໂຮງຮຽນແຫ່ງນີ້ນອກຈາກເອົາໃຈໃສ່ສຸຂະພາບ, ການຮຽນການສອນແລ້ວ ທຸກປີພາຍຫຼັງພິທີການໄຂສົກຮຽນໃໝ່ ອັນເປັນການບົ່ງບອກວ່າຮອດເວລາ ຕ້ອງເຂົ້າສູ່ຂະບວນການຮຽນ-ການສອນເປັນປົກກະຕິແລ້ວ ສິ່ງໜຶ່ງທີ່ຕາມມາຄືຮອດລະດູເຮັດການຜະລິດແລ້ວເຊັ່ນດຽວກັນ ໂດຍສະເພາະແມ່ນກິດຈະກຳປູກພຶດຜັກຢ່າງເປັນຂະບວນຕາມເດິ່ນໂຮງຮຽນໃຜເຫັນກໍ່ລ້ວນຍ້ອງຍໍຊົມເຊີຍ.

อาจเป็นรูปภาพของ 5 คน, เด็ก, ผู้คนกำลังยืน และ กลางแจ้ง