ເຮັດອົບກົບ

30

ອົບ ເປັນເມນູທີ່ແຊບຢູ່ແລ້ວ ແລະ ສາມາດອົບສັດໄດ້ຫຼາຍຊະນິດ ແຕ່ໄລຍະນີ້ເປັນໄລຍະທີ່ກົບຫຼາຍ, ດັ່ງເຮົາມາເຮັດອົບກົບກິນ ຈະກິນກັບເຂົ້າ ຫຼື ເປັນຂອງແກ້ມກໍໄດ້.
▶ ວັດຖຸດິບ: ກົບ 4 – 6 ໂຕ ( ຄົວຕັດເປັນຕ່ອນຂະໜາດຕາມໃຈ ), ເກືອ, ແປ້ງນົວ, ຫົວສີໃຄ 3 ຫົວ, ຫົວຂ່າ, ຫົວຫອມບົ່ວ 4 – 6 ຫົວ, ນໍ້າມັນພືດ ເຄິ່ງຈອງ, ຫົວ ຜັກທຽມ 1 ຫົວ, ຫົວຜັກບົ່ວ ໃຫຍ່ 1 ຫົວ, ໃບຂີ້ຫູດ, ນໍ້າປາ, ໝາກເຜັດດິບ ຫຼື ໝາກເຜັດແຫ້ງ ປະມານ 4 – 6 ໜ່ວຍ ຫຼື ຕາມໃຈມັກກິນເຜັດ, ນໍ້າຕານ ( ບໍ່ມັກບໍ່ໃສ່ກໍໄດ້ ) ລ້າງຫົວຂ່າ, ໃບຂີ້ຫູດ ແລະ ຫົວສີໃຄໄວ້.

▶ຂັ້ນຕອນເຮັດ: ຊອຍຫົວຂ່າ, ຫົວສີໃຄ, ປອກຫົວ ຫອມບົ່ວ, ຫົວຜັກທຽມ, ໝາກເຜັດ ຕຳໃສ່ກັນໃຫ້ລະອຽດພ້ອມໃສ່ເກືອ, ແປ້ງນົວ ເມື່ອລະອຽດດີແລ້ວ ຈາກນັ້ນຄ້າງໝໍ້ຂຶ້ນໃຊ້ໄຟປານກາງ ເອົານໍ້າມັນພືດລົງ ແລ້ວຕັກເຄື່ອງທີ່ຕຳນັ້ນມາຂົ້ວໃຫ້ຫອມ, ຈາກນັ້ນກໍເອົາຕ່ອນກົບລົງຂົ້ວໃຫ້ຫອມ ເມື່ອຊີ້ນກົບໝາດ ແລ້ວເອົານໍ້າສະອາດຕື່ມລົງໄປໃຫ້ຖ້ວມຕ່ອນກົບ ຈາກນັ້ນກໍປິດຝາປະມານ 10 ນາທີ ມາຄົນປີ້ນ ພ້ອມເອົາໃບຂີ້ຫູດ ແລະ ຊອຍຫົວບົ່ວ ໃຫຍ່ລົງ ປິດຝາກຈົນໃຫ້ນໍ້າແຫ້ງລົງເຄິ່ງໜຶ່ງ ມາຊີມເບິ່ງລົດຊາດປຸງດ້ວຍນໍ້າປາ ຖ້າມັກຫວານໃຫ້ຢອດນໍ້າຕານລົງເລັກໜ້ອຍ ເທົ່ານີ້ທ່ານກໍຈະໄດ້ອົບກົບກິນແລ້ວ. ຖ້າມັກແບບນໍ້າແຫ້ງໆກໍສາມາດອົບຕໍ່ໄປອີກໄດ້.

[ ໂດຍ: ນົກແຕນແວນ ]