ໂຄງການໄມ້ປ່ອງໃຫ້ໂອກາດ ຊາວບ້ານທຳມະດາກາຍເປັນຄອບຄົວຕົວແບບ

58

ບໍ່ວ່າຖືອາຊີບໃດ ຖ້າເຮັດແທ້ທຳຈີງສຶກສາໃຫ້ເລິກເຊິ່ງໃນຍຸກນີ້ສາມາດສ້າງເປັນເສດຖະກິດໄດ້ ສຳຄັນຄືຄວາມຕໍ່ເນື່ອງ ແລະຊຳນານງານ ຄືກັບເຈົ້າຂອງຫັດຖະກຳຈັກສານໄມ້ປ່ອງຄົນນີ້.

ບໍ່ມີຄຳອະທິບາຍຮູບພາບ.

ທ່ານ ວັນນະ ແກ້ວມະນີ ອາຊີບ ປະຊາຊົນ ຢູ່ບ້ານຄໍ້ ເມືອງວຽງໄຊ ແຂວງຫົວພັນ ມີສະມາຊິກໃນຄອບຄົວ 6 ຄົນ ມີແຮງງານຕົ້ນຕໍ 3 ຄົນ ເປັນຄອບຄົວໜຶ່ງທີ່ເຮັດຫັດຖະກຳຈັກສານ(ກະຕ່າ) ຂາຍເປັນສິນຄ້າສ້າງລາຍຮັບເຂົ້າສູ່ຄອບຄົວ ຈົນກາຍເປັນຄອບຄົວແບບຢ່າງໃນການຈັກສານ ເລີ່ມແຕ່ປີ 2013 ທີ່ມີໂຄງການໄມ້ປ່ອງເຂົ້າມາແນະນຳ ແລະ ສອນວີທີການນຳໃຊ້ໄມ້ປ່ອງ ແປຮູບໃຫ້ເປັນເຄື່ອງໃຊ້ໃນຄົວເຮືອນ ໂດຍສະເພາະແມ່ນການສານກະຕ່າ ອາຊີບຫຼັກຂອງຄອບຄົວແມ່ນປູກຝັງ-ລ້ຽງສັດ, ເຮັດນາປູກເຂົ້າ ນອກຈາກນີ້ຍັງໄດ້ແບ່ງເວລາສານກະຕ່າເພື່ອຂາຍໃຫ້ແມ່ຄ້າ ແລະ ສົ່ງຂາຍໃຫ້ສະມາຄົມພັດທະນາໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ ປີໜຶ່ງຜະລິດໄດ້ 1 ພັນກວ່າໜ່ວຍ ແລະ ສາມາດສ້າງລາຍຮັບສູ່ຄອບຄົວໄດ້ 30 ລ້ານກວ່າກີບຕໍ່ປີ ເຮັດຊີວິດການເປັນຢູ່ຂອງຄອບຄົວໄດ້ຮັບການພັກທະນາດີຂື້ນຖ້າທຽບໃສ່ເມື່ອກ່ອນ.

ບໍ່ມີຄຳອະທິບາຍຮູບພາບ.
ທ່ານ ນາງ ຕິດ ໄຊຍະພົມ ຮອງນາຍບ້ານບ້ານຄໍ້ ກ່າວວ່າ ຫຼັງຈາກ ສະມາຄົມພັດທະນາໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ(ສພປຄ) ເຂົ້າມາແນະນຳໃຫ້ຊາວບ້ານໄດ້ຮຽນຮູ້ວິທີຈັກສານ ເຮັດໃຫ້ທຸກຄອບຄົວພາຍໃນບ້ານໄດ້ມີວຽກເຮັດງານທຳ ໃຊ້ເວລາຫວ່າງຈາກການເຮັດໄຮ່, ເຮັດນາ, ລ້ຽງສັດ ມາຈັກສານ(ກະຕ່າ) ຂາຍສ້າງລາຍຮັບໃຫ້ແກ່ຄອບຄົວ ເຮັດໃຫ້ຄອບຄົວມີຢູ່ມີກິນ ຊີວິດການເປັນຢູ່ດີຂື້ນກວ່າເກົ່າ ໃນນີ້ເດັ່ນກວ່າໝູ່ແມ່ນຄອບຄົວທ່ານ ວັນນະ ແກ້ວມະນີ ເຊິ່ງເປັນຄອບຄົວທີ່ີມີລາຍຮັບຈາກການຈັກສານ ຫຼາຍກວ່າຄອບຄົວອື່ນ ຈົນກາຍເປັນຄອບຄົວແບບຢ່າງຂອງບ້ານ.