ຕຳແຈ່ວດອກໝາກລີ້ນໄມ້ ຂົມໆ ແຕ່ແຊບ

88

ຕົ້ນໝາກລີ້ນໄມ້ ຈະມີດອກ ເຊິ່ງຫຼາຍຄົນຈະເອີ້ນວ່າດອກແຄແດງ ເຊິ່ງຈະຕ່າງກັບດອກແຄເຫຼືອງ – ຂາວ ທີ່ເອົາມາເຮັດອົ່ວ ລັກສະນະດອກຈະໜາ – ແຂງ ຖ້າຈະເອົາມາເຮັດອົ່ວຕ້ອງລວກໃຫ້ອ່ອນກ່ອນ ແລະ ລົດມີຄວາມຂົມ ພໍໆກັບໝາກລີ້ນໄມ້. ດັ່ງນັ້ນຄົນຈຶ່ງບໍ່ຄ່ອຍນິຍົມກິນ ແຕ່ມື້ນີ້ຄໍລຳອາຫານຈະພາທ່ານມາເຮັດຕຳແຈ່ວດອກໝາກລີ້ນໄມ້ກິນ ສຳລັບຄົນທີ່ມັກຂົມ.

▶ ວັດຖຸດິບ: ດອກໝາກລີ້ນໄມ້ ປະມານ 25 ດອກ, ຫົວ ຫອມບົ່ວແດງ 2 – 4 ຫົວ, ຫົວ ຜັກທຽມ 3 – 5 ກີບ, ໝາກເຜັດດິບ ຫຼື ແຫ້ງກໍໄດ້ ( ລະວັງດອກໝາກລີ້ນໄມ້ບໍ່ມັກເຜັດ ເພາະມີລົດຊາດເຜັດຂົມຢູ່ແລ້ວ ), ຫອມປ້ອມ, ຫອມບົ່ວ, ເກືອ, ແປ້ງນົວ.

▶ ວິທີເຮັດ: ໄຈ້ເອົາໜວດຂອງດອກໝາກລີ້ນໄມ້ອອກກ່ອນ, ຈາກນັ້ນລ້າງນໍ້າໃຫ້ສະອາດແລ້ວມາຄ້າງໝໍ້ຕົ້ມດອກໝາກລີ້ນໄມ້ໃຫ້ດົນໆ ຖ້າບໍ່ຢາກໃຫ້ຂົມແຮງແມ່ນສາມາດຕົ້ມນໍ້າຖອກຖິ້ມນໍ້າໜຶ່ງກ່ອນແລ້ວຈຶ່ງເອົານໍ້າຖອກໃສ່ແລ້ວຕົ້ມອີກຄັ້ງໄດ້ ແຕ່ຖ້າກິນຂົມໄດ້ໃຫ້ຕົ້ມໃຫ້ສຸກດີຈົນອ່ອນແລ້ວໃຫ້ນຳໄປລ້າງນໍ້າເຢັນ 2 – 4 ນໍ້າ ປັ້ນໃຫ້ແຫ້ງແລ້ວມາຕັດເປັນຕ່ອນສັ້ນໆ.
ຈາກນັ້ນ, ມາຈີ່ຫົວຫອມບົ່ວ, ຫົວຜັກທຽມ, ໝາກເຜັດ ແລ້ວມາປອກເປືອກອອກແລ້ວຕຳໃຫ້ເຂົ້າກັນລະອຽດ ໂດຍໃສ່ເກືອ ແລະ ແປ້ງນົວລົງໄປ, ຈາກນັ້ນກໍເອົາດອກໝາກລີ້ນໄມ້ມາຕຳໃສ່ໃຫ້ເຂົ້າກັນດີແລ້ວ ຊີມລົດຊາດແລ້ວປຸງຕື່ມ ຖ້າພໍດີແລ້ວໃຫ້ຊອຍຫອມລົງ ເທົ່ານີ້ກໍໄດ້ຕຳແຈ່ວດອກໝາກລີ້ນໄມ້ຂົມໆກິນແລ້ວ.
[ ໂດຍ: ນົກແຕນແວນ ]