ກຳລັງ ປກຊ ພາກກາງ ເສີມເຕັກນິກການກູ້ໄພທາງນ້ຳ

42

ທຸກຄັ້ງທີ່ເກີດບັນຫາ ໄພພິບັດກຸ່ມໜຶ່ງທີ່ເປັນຫົວຈັກຫຼັກແຫຼ່ງ ນອກຈາກບັນດາສະມາຄົມອາສາສະໝັກກູ້ໄພແລ້ວ ກຳລັງປ້ອງກັນຊາດ ກໍ່ຄືອ້າຍນ້ອງທະຫານ ຈະຢູ່ແຖວໜ້າສະເໝີ ບໍ່ວ່າທາງບົກ ຫຼື ທາງນ້ຳ ດ້ວຍເຫດນີ້ແລ້ວການເສີມເຕັກນິກການກູ້ໄພໃຫ້ ເຂັ້ມຂຸ້ນ ແລະແຂງແຮງແມ່ນມີຄວາມສຳຄັນ ແລະຈຳເປັນທີ່ສຸດ.

May be an image of 6 people and text
ໃນວັນທີ 24 ສິງຫາ 2023 ນີ້, ກົມໃຫຍ່ເສນາທິການກອງທັບລົງເປີດພິທີຝຶກອົບຮົມການນຳໃຊ້ເຮືອກູ້ໄພຕ້ານໄພພິບັດນ້ຳຖ້ວມ ຢູ່ເຂດພາກກາງ, ເຊິ່ງແມ່ນກອງພັນ 564 (ສ່າງແສງ) ທີ່ຂຶ້ນກັບກອງພົນທະຫານຮາບທີ 4 ໄດ້ຮັບກຽດເປັນເຈົ້າພາບ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ມີ ສະຫາຍ ພັນເອກຕາງຕາ ຕາດເວີນຄຳ ຫົວໜ້າການທະຫານກອງພົນທະຫານຮາບທີ 4, ມີຄະນະຮັບຜິດຊອບ, ກອງພັນ 588, ຄູອາຈານ, ວິຊາການ, ຕະຫຼອດຮອດນັກຝຶກອົບຮົມທີ່ມາຈາກ ກອງພົນທະຫານຮາບທີ 4, ທະຫານແຂວງ ສະຫວັນນະເຂດ ແລະ ຄຳມ່ວນ ເຂົ້າຮ່ວມຢ່າງພ້ອມພຽງ.

May be an image of 6 people, helicopter and boat
ການຝຶກອົບຮົມໄລຍະສັ້ນການນໍາໃຊ້ເຮືອກູ້ໄພຄັ້ງນີ້ຈຸດປະສົງກໍ່ເພື່ອຍົກລະດັບພະນັກງານ – ນັກຮົບທີ່ມາຝຶກອົບຮົມໃຫ້ມີຄວາມຮູ້ຄວາມສາມາດໃນການຄຸ້ມຄອງ, ນໍາໃຊ້, ວິທີການຕິດຕັ້ງ, ການປົກປັກຮັກສາ ແລະ ການບົວລະບັດສ້ອມແປງຈັກເຮືອ, ລໍາເຮືອ, ເພື່ອນໍາໃຊ້ເຂົ້າໃນວຽກງານກອບກູ້ຜູ້ປະສົບໄພພິບັດຈາກທໍາມະຊາດທີ່ອາດຈະເກີດຂຶ້ນໃນສະເພາະໜ້າ ແລະ ຍາວນານໃຫ້ທ່ວງທັນກັບຄວາມຮຽກຮ້ອງຕ້ອງການຂອງພໍ່ແມ່ປະຊາຊົນ.

May be an image of 8 people and text

ໃນການຝຶກອົບຮົມດັ່ງກ່າວຈະດຳເນີນໄປເປັນເວລາ 2 ວັນ ຈຶ່ງຈະສຳເລັດ, ເຊິ່ງມີນັກຝຶກອົບຮົມເຂົ້າຮ່ວມ 16 ສະຫາຍ, ກອງບັນຊາການ ແຂວງ ຄໍາມ່ວນ 4 ສະຫາຍ, ກອງບັນຊາການແຂວງສະຫັວນນະເຂດ 6 ສະຫາຍ ແລະ ກອງພົນທະຫານຮາບທີ 4 ມີ 6 ສະຫາຍ.

May be an image of 8 people