ຊຸບໝາກລີ້ນໄມ້ ໃສ່ໝາກງາ

98

ໝາກລີ້ນໄມ້ ເປັນອາຫານຊະນິດໜຶ່ງທີ່ສາມາດກິນທັງດິບ ແລະ ສຸກໄດ້ ເຊິ່ງສາມາດປຸງແຕ່ງໄດ້ຫຼາຍເມນູ ສະເພາະຄົນມັກກິນຂົມ ຈຶ່ງຈະຮູ້ວ່າໝາກລີ້ນໄມ້ແຊບ. ມື້ນີ້ຄໍລຳອາຫານຈະພາມາເຮັດຊຸບໝາກລີ້ນໄມ້ກິນ.

ວັດຖຸດິບ: ໝາກລີ້ນໄມ້ເຜົາແລ້ວ, ໝາກງາຂາວ, ຂີງ, ໝາກເຜັດແຫ້ງ, ເກືອ, ແປ້ງນົວ, ໝາກເຜັດດິບ ຫຼື ໝາກເຜັດແຫ້ງ, ຫອມເປ, ຫອມບົ່ວ, ນໍ້າປາ ຫຼື ປາແດກສຸກ ( ລ້າງຜັກໃຫ້ສະອາດ ).

ຂັ້ນຕອນເຮັດ: ຊອຍໝາກລີ້ນໄມ້ເປັນຕ່ອນບາງໆໄວ້, ຈາກນັ້ນມາຈີ່ໝາກເຜັດ, ຂີງອາດຈະຈີ່ ຫຼື ໃສ່ດິບກໍໄດ້ ແລ້ວມາຕຳໃຫ້ລະອຽດ ໂດຍໃສ່ເກືອ ແລະ ແປ້ງນົວພ້ອມ ຕັກໄວ້ ( ໝາກເຜັດໃສ່ໜ້ອຍໄວ້ກ່ອນ ເພາະໝາກລີ້ນໄມ້ບໍ່ມັກເຜັດ ). ສ່ວນໝາກງານຳໄປຂົ້ວແລ້ວຕຳໃຫ້ລະອຽດ ຕັກໃສ່ໝາກລີ້ນໄມ້, ຈາກນັ້ນກໍຊາວທຸກຢ່າງເຂົ້າກັນ ຊີມເບິ່ງພ້ອມຕື່ມນໍ້າປາ ຫຼື ປາແດກໃສ່ ປຸງໄດ້ຕາມໃຈມັກແລ້ວໃຫ້ຊອຍຫອມໃສ່ໄດ້ ເທົ່ານີ້ກໍສຳເລັດແລ້ວ.
[ ໂດຍ: ນົກແຕນແວນ ]