ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນກັກໜຸ່ມໜ້າຕາດີພ້ອມຂອງກາງໃບກະທ໋ອມຈຳນວນຫຼາຍ

4

ໃນເວລາ 13:50 ໂມງຂອງວັນທີ 15 ສິງຫາ 2023 ຜ່ານມາ ທາງເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ມີກຸ່ມໄວລຸ້ນຈຳນນວນໜຶ່ງພາກັນມົ້ວສຸມຄ້າ-ຂາຍໃບກະທ໋ອມຢູ່ໃນຫໍພັກ ກຳມະກອນ ຂອງບໍລິສັດຊີໂນ-ອາກຣີໂປຕາສ ເຂດບ້ານດົງໃຕ້ ເມືອງທ່າແຂກ, ແຂວງຄຳມ່ວນ.

ພາຍຫຼັງໄດ້ຮັບການລາຍກງານຄືແນວນັ້ນ ມາຮອດເວລາ 16:30ໂມງ ຂອງວັນດຽວກັນ, ທາງເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ, ຈິ່ງໄດ້ປະສານສົມທົບກັບເຈົ້າໜ້າທີ່ຕຳຫຼວດ ໜ່ວຍຮັກສາຄວາມສະຫງົບ ຂອງບໍລິສັດດັ່ງກ່າວ ລົງກວດກາຕິດຕາມສະຖານທີ່ດັ່ງກ່າວເຫັນວ່າມີມູນຄວາມຈິງແທ້ ດັ່ງນັ້ນທາງເຈົ້າທີ່ຕຳຫຼວດຈຶ່ງໄດ້ສະແດງຕົວເຂົ້າກວດຄົ້ນຫໍພັກກຳມະກອນຂອງໂຮງງານດັ່ງກ່າວ ຈິ່ງພົບເຫັນແກັດໂຟມທີ່ບັນຈຸໃບກະທ໋ອມ ຈຳນວນ 37 ຖົງ, ນໍ້າຢາແກ້ໄອ ຈຳນວນ 12 ແກ້ວ ແລະ ສາມາດກັກຕົວຜູ້ຖືກຫາໄດ້ 01 ຄົນມາດຳເນີນຄະດີ.

No photo description available.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດ ຈິ່ງຮູ້ໄດ້ວ່າ ຜູ້ຖືກຫາຊື່: ທ້າວແຂກ ແສງອ່ອນສາ ອາຍຸ 22 ປີ, ອາຊີບກຳມະກອນ, ຢູ່ບ້ານ ປ່າກ້ວຍໜອງບອນ, ເມືອງໄຊບົວທອງ ແຂວງຄຳມ່ວນ, ຜູ້ກ່ຽວຍັງຮັບສາລະພາບຕື່ມອີກວ່າໃບກະທ໋ອມຈຳນວນດັ່ງກ່າວແມ່ນເປັນຂອງຕົນແທ້ ໄດ້ຊື້ມາຈາກກຸ່ມແກ໋ງດຽວກັນ ແລ້ວນຳມາຂາຍຕໍ່ ໃຫ້ກຳມະກອນຢູ່ໂຮງານດັ່ງກ່າວ ຊຸດລະ 70.000ກີບ.

ຕໍ່ກັບຄະດີດັ່ງກ່າວທາງເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ພວມກຳລັງດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ ແລະ ຂະຫຍາຍຜົນຫາກຸ່ມແກ໋ງທີ່ຮ່ວມຂະບວນການກະທຳຜິດ ຄ້າຂາຍພືດທີ່ໃຫ້ສານເສບຕິດ ມາດຳເນີນຄະດີຕໍ່ໄປ.