ອົງການໄອຍະການແຂວງຫຼວງພະບາງ ປະກາດການຈັດຕັ້ງ ອົງການໄອຍະການ ປະຊາຊົນ ແລະ ເຂດ

134

ໃນວັນທີ 18 ສິງຫາ 2023 ທີ່ຜ່ານມາ ອົງການໄອຍະການ ປະຊາຊົນ ແຂວງຫຼວງພະບາງ ໄດ້ຈັດຕັ້ງພິທີ ປະກາດການຈັດຕັ້ງ ອົງການໄອຍະການ ປະຊາຊົນ ແລະ ເຂດ ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ຄໍາປະສົງ ດິດຍະວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງຫຼວງພະບາງ, ມີໄອຍະການເຂດ ຕະຫຼອດຮອດ ສະມາຊິກພັກ – ພະນັກງານ ພາຍໃນອົງການໄອຍະການເຂົ້າຮ່ວມ.

อาจเป็นรูปภาพของ 10 คน และ ข้อความ

ໃນພິທີດັ່ງກ່າວ ທ່ານ ເພັດສີດາ ແສງພະຈັນ ຮອງຫົວໜ້າ ອົງການໄອຍະການ ປະຊາຊົນແຂວງ ໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າອົງການໄອຍະການສູງສຸດ ເລກທີ 532/ ອອບສ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງຮອງຫົວໜ້າອົງການໄອຍະການປະຊາຊົນເຂດ 3 ແຂວງ ຫຼວງພະບາງດັ່ງນີ້:

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ

  1. ແຕ່ງຕັ້ງ ທ່ານ ນາງ ສີລິພອນ ປະດີຈິດ ຫົວໜ້າໜ່ວຍງານຕິດຕາມກວດກາທົ່ວໄປ ແລະ ໜ່ວຍງານຕິດຕາມກວດກາ ຄ້າຍຄຸມຂັງ – ດັດສ້າງ ອົງການ ໄອຍະການ ປະຊາຊົນ ເຂດ 1 ເປັນຮອງຫົວໜ້າອົງການໄອຍະການປະຊາຊົນເຂດ 3 ແຂວງຫຼວງພະບາງ,
  2. ແຕ່ງຕັ້ງ ທ່ານ ອານຸຊາ ສິງປະເສີດ ຮອງຫົວໜ້າຫ້ອງການ ອົງການໄອຍະການປະຊາຊົນພາກເໜືອ ໄປເປັນຫົວໜ້າຂະແໜງຕິດຕາມກວດກາດໍາເນີນຄະດີແພ່ງ ອົງການໄອຍະການປະຊາຊົນ ແຂວງຫຼວງພະບາງ.
  3. ແຕ່ງຕັ້ງ ທ່ານ ບຸນມີ ພອນສະໄໝ ເປັນຮອງຫົວໜ້າ ຂະແໜງຕິດຕາມກວດກາການດໍາເນີນຄະດີອາຍາ ແລະ ຄະດີເດັກ.
  4. ແຕ່ງຕັ້ງ ທ່ານ ທູນໃຈ ຄຸນສາທິບ ເປັນຮອງຫົວໜ້າ ຂະແໜງຕິດຕາມກວດກາສະຖານທີ່ກັກຕົວ, ກັກຂັງ, ສູນດັດສ້າງ, ຄ້າຍດັດສ້າງ ແລະ ສູນຝຶກອົບຮົມ ສຳລັບເດັກກະທຳຜິດ.
  5. ແຕ່ງຕັ້ງ ທ່ານ ທອງຄຳ ປ້ອງກັນຍາ ເປັນຮອງຫົວໜ້າຂະແໜງ ຕິດຕາມກວດກາສະຖານ ທີ່ກັກຕົວ, ກັກຂັງ, ສູນດັດສ້າງ, ຄ້າຍດັດສ້າງ ແລະ ສູນຝຶກອົບຮົມ ສຳລັບເດັກກະທຳຜິດ.
  6. ແຕ່ງຕັ້ງ ທ່ານ ຊູຊາດ ສີລິພູມ ເປັນຮອງຫົວໜ້າຂະແໜງ ຕິດຕາມກວດກາການດຳເນີນຄະດີແພ່ງ.
  7. ແຕ່ງຕັ້ງ ທ່ານ ນາງ ພັດສະລິນ ຈັນທະມາລີ ເປັນຫົວໜ້າໜ່ວຍງານ ຕິດຕາມກວດກາ ທົ່ວໄປ ແລະ ໜ່ວຍງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການເຂດ 1.
  8. ແຕ່ງຕັ້ງ ທ່ານ ດວງຈັນ ຈັນທາອ້ອມ ເປັນຫົວໜ້າໜ່ວຍງານວິຊາການ ອົງການໄອຍະການປະຊາຊົນ ເຂດ 4.
  9. ແຕ່ງຕັ້ງ ທ່ານ ນາງ ຫຸມພັນ ພິມມະໄລ ເປັນຮອງຫົວໜ້າຫ້ອງການ ອົງການໄອຍະການປະຊາຊົນ ເຂດ 4.
  10. ໄດ້ຍົກຍ້າຍ ທ່ານ ອາລຸນກອນ ຈັນທະພອນ ຈາກ ອົງການໄອຍະການປະຊາຊົນເຂດ 4 ມາຮັບໜ້າທີ່ໃໝ່ຢູ່ອົງການໄອຍະການປະຊາຊົນ ແຂວງຫຼວງພະບາງ.

ໂດຍ: ວາລະສານປ້ອງກັນຄວາມສະຫງົບ