ສຶກສາ 6 ແນວທາງຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງໃນຂະແໜງການຄ້າ

150

ເພື່ອເປັນທິດໃນການສືບຕໍ່ປະຕິບັດໜ້າທີ່ວຽກງານຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ກົມກວດກາ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ວາງ 6 ແນວທາງເພື່ອສືບຕໍ່ຈັດຕັ້ງປະຕິບັດໃຫ້ບັນລຸໃນປີ 2023 ນີ້.
ທ່ານ ພູທະວັນ ນັນທະວົງ ຫົວໜ້າກົມກວດກາ ໄດ້ກ່າວໃນກອງປະຊຸມຜັນຂະຫຍາຍເນື້ອໃນຈິດໃຈວຽກງານກວດກາທົ່ວປະເທດປະຈໍາປີ 2022 ແລະ ທິດທາງແຜນການປີ 2023ວ່າ: ໃນປີ 2023 ຈະສືບຕໍ່ປະຕິບັດວຽກງານຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຕາມ 6 ແນວທາງດັ່ງນີ້:
1) ສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ່ IV, ສອດຄ່ອງກັບບັນດາມະຕິ, ຄຳສັ່ງ ຂອງສູນກາງພັກ ແລະ ສູ້ຊົນປະຕິບັດໜ້າທີ່ ໂດຍປະຕິດພັນກັບການແກ້ໄຂບັນຫາຕົວຈິງທີ່ຍັງຄົງຄ້າງຜ່ານມາ ກໍ່ຄືບັນຫາທີ່ເກີດຂຶ້ນໃນແຕ່ລະໄລຍາຂອງການເຄື່ອນໄຫວຊີ້ນຳ-ນຳພາ ໂດຍປະຕິບັດຕາມຈິດໃຈ ເຮັດຮອດໃສ ກວດກາຮອດບ່ອນຫັ້ນ ເຫັນການລະເມີດຢູ່ບ່ອນໃດ ກໍ່ແກ້ໄຂໃຫ້ເດັດຂາດທັນການ, ບໍ່ປະໃຫ້ຄຸມເຄືອແກ່ຍາວ.

No description available.
2) ສືບຕໍ່ສຸມໃສ່ການເຄື່ອນໄຫວຕີຖອຍ ການສວຍໃຊ້ໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວທີ່ບໍຖືກຕ້ອງຂອງພະນັກງານ-ສະມາຊິກພັກ, ເຈົ້າໜ້າທີ່ລັດແຕ່ລະຂັ້ນ, ຢັບຢັ້ງການລະເມີດກົດລະບຽບພັກ, ກົດໝາຍຂອງລັດ ແລະ ລະເມີດສິດເປັນເຈົ້າຂອງປະຊາຊົນ, ພ້ອມທັງເດັດຂາດ ປະຕິບັດມາດຕະການທາງວິໄນ ແລະ ດຳເນີນຄະດີຕໍ່ຜູ້ລະເມີດທີ່ສ້າງຜົນເສຍຫາຍຕໍ່ຊັບສິນຂອງລັດ-ສັງຄົມ, ສ້າງຄວາມເສື່ອມເສຍຕໍ່ພາລະບົດບາດອິດທິພົນຂອງພັກ, ຄຽງຄູ່ກັນນັ້ນ ກໍ່ຕ້ອງເປັນເຈົ້າການສູງໃນການຄົ້ນຄວ້າສັງລວມ, ສະເໜີແນະບັນດາມາດຕະການແກ້ໄຂ ເພື່ອສະກັດກັ້ນພຶດຕິກຳສວຍໃຊ້ຊ່ອງຫວ່າງຂອງລະບຽບກົດໝາຍ ຫຼື ປ້ອງກັນການກະທຳຜິດຈາກການຂາດຄວາມຮັບຜິດຊອບ, ຊຶ່ງທຸກການກະທຳຜິດ ທີ່ບໍ່ໄດ້ຕັ້ງໃຈ ກໍ່ສາມາດສ້າງຄວາມເສຍຫາຍຫຼາຍດ້ານ ຕໍ່ສ່ວນລວມ ແລະ ຜູ້ກະທຳຜິດບໍ່ວ່າໃນກໍລະນີໃດກໍ່ຕ້ອງມີຄວາມຮັບຜິດຊອບທາງການເມືອງ ແລະ ລະບຽບກົດໝາຍ.

No photo description available.
3) ຫັນການເຄື່ອນໄຫວນໍາພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດວຽກງານກວດກາ, ຕ້ານການສໍ້ລາດບັງຫຼວງ ເປັນເນື້ອໃນ ແລະ ຄາດໝາຍລະອຽດຈະແຈ້ງ ເພື່ອເປັນບ່ອນອີງອັນໜັກແໜ້ນໃນການປະຕິບັດ,ເປັນເນື້ອໃນທີ່ຮັດກຸມໃນການເຜີຍແຜ່ປຸກລະດົມຂະບວນການປະຕິບັດ ແລະ ຕໍ່ພະນັກງານ-ສະມາຊິກພັກ ໃນນັ້ນ, ການກວດກາພັກສຸມໃສ່ກວດກາການປະຕິບັດຫຼັກການ, ລະບຽບ-ລະບອບການເຄື່ອນໄຫວຈັດຕັ້ງນຳພາ ຂອງການຈັດຕັ້ງພັກ, ກວດກາລັດ ເນັ້ນການຄຸ້ມຄອງການກວດກາໂຄງການລົງທຶນຂອງລັດແຕ່ຫົວທີ ແລະ ແກ້ໄຂຕໍ່ຜູ້ລະເມີດຕາມກົດໝາຍ, ສ່ວນການຕ້ານ-ສະກັດກັ້ນການສໍ້ລາດບັງຫຼວງ ກໍ່ສຸມໃສ່ປັບປຸງນິຕິກຳລະອຽດ ແລະ ອີງໃສ່ຜົນຂອງການກວດກາ ເພື່ອລົງເລີກສືບສວນ-ສອບສວນ ດຳເນີນຄະດີອາຍາຕໍ່ຜູ້ທີ່ສໍ້ລາດບັງຫຼວງ.
4)ເອົາໃຈໃສ່ປັບປຸງການເຄື່ອນໄຫວກວດກາພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ດຳເນີນການຢ່າງຕໍ່ເນື່ອງ, ພ້ອມທັງສົມທົບລະຫວ່າງການເຄື່ອນໄຫວກວດກາການບໍລິຫານຄຸ້ມຄອງລັດ ຕາມຂັ້ນຄຸ້ມຄອງບໍລິຫານ ແລະ ກວດກາການຈັດຕັ້ງປະຕິບັດການຄຸ້ມຄອງລົງເລິກຕາມຂະແໜງວິຊາສະ ເພາະ-ເຕັກນິກ ຢ່າງກົມກຽວ.

No photo description available.
5) ປັບປຸງການເຄື່ອນໄຫວຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ ໃຫ້ສອດຄ່ອງກັບພາລະບົດບາດຂອງຕົນ, ມີຂໍ້ມູນອ້າງອີງເບື້ອງຕົ້ນທີ່ໜ້າເຊື່ອຖື ແລະ ມີການປະສານງານຢູ່ພາຍໃນຂະແໜງການຂອງຕົນ ແລະພາກສ່ວນອື່ນທີ່ກ່ຽວຂ້ອງ.
6) ມີມາດຕະການຕົວຈິງ ໃນການປັບປຸງການຈັດຕັ້ງ, ການກຳນົດຕຳແໜ່ງ ແລະ ການບຳລຸງກໍ່ສ້າງພະນັກງານກວດກາ, ໃນນັ້ນຕ້ອງສຸມໃສ່ແກ້ໄຂໂຄງສ້າງດ້ານການຈັດຕັ້ງທີ່ມີແລ້ວໃຫ້ສົມເຫດສົມຜົນ ຂອງພະນັກງານ, ພ້ອມນັ້ນ ກໍ່ເປັນເຈົ້າການຍົກລະດັບການບຳລຸງກໍ່ສ້າງ, ຝຶກອົບຮົບພະນັກງານກວດກາໃຫ້ຕໍ່ເນື່ອງ ແລະ ມີການຕິດຕາມ-ຄຸ້ມຄອງ, ປະເມີນຄຸນນະພາບ ກໍ່ຄືທ່າຂະຫຍາຍພະນັກງານແຕ່ລະຄົນຢ່າງເຂັ້ມແຂງ.