ເຮັດລອຍໝາກແຕງກິນເອງ ໃນໄລຍະນີ້ໝາກແຕງລາຍບ້ານເຮົາສຸກຫຼາຍ

29

ໄລຍະເດືອນສິງຫາ – ກັນຍາ ຂອງທຸກໆປີ ຈະເປັນລະດູຂອງໝາກແຕງລາຍບ້ານເຮົາ. ດັ່ງນັ້ນເຮົາຈະພາທ່ານມາເຮັດເມນູລອຍໝາກແຕງ ຫຼື ນໍ້າຫວານໝາກແຕງກິນເອງ.
▶ ວັດຖຸດິບ: ໝາກແຕງລາຍສຸກ, ນໍ້າກະທິກ່ອງກໍ ໄດ້, ນໍ້າຕານ, ເກືອ, ໃບເຕີຍ,ເຂົ້າລອດຊ່ອງ ຫຼື ແມ່ນຫຍັງກໍໄດ້ທີ່ທ່ານມັກ ແຕ່ຜູ້ຂຽນເຮັດໃສ່ເຂົ້າລອດຊ່ອງ.

▶ ວິທີເຮັດ: ນໍ້າກະທິສາມາດຖອກໃສ່ສົດໆໄດ້ເລີຍ ແຕ່ຖ້າຢາກໃຫ້ນໍ້າກະທິຫອມເອົາໄປຕົ້ມໃສ່ກັບໃບເຕີຍຈະຫອມຂຶ້ນ ພ້ອມເອົາເກືອເຄິ່ງບ່ວງຊາ ເມື່ອກະທິແຕກແລ້ວໃຫ້ປິດໄຟຕັກໃສ່ພາຊະນະໄວ້ໃຫ້ເຢັນ. ຈາກນັ້ນມາຖອກນໍ້າຕານລົງໝໍ້ແລ້ວຂົ້ວໃຫ້ມີສີອອກເຫຼືອງໜ້ອຍໜຶ່ງ ຮີບຖອກນໍ້າໃສ່ ຢ່າປະໃຫ້ແດງເພາະມັນຈະດຳ ເຊິ່ງເຮົາເອີ້ນວ່ານໍ້າເຊື່ອມ ເມື່ອນໍ້າຕານລະລາຍຟົດແລ້ວປົດໄຟຕັກໃສ່ພາຊະນະໄວ້.

ຈາກນັ້ນມາລ້າງໝາກແຕງ ແລ້ວປາດ ພ້ອມຕັດເປັນຕ່ອນໃຫຍ່ – ນ້ອຍ ຕາມໃຈມັກ ແລ້ວລ້າງເຂົ້າລອດຊ່ອງທີ່ຊື້ມາອີກຄັ້ງ ແລ້ວຖອກໃສ່ກັບໝາກແຕງ, ຈາກນັ້ນກໍໃຫ້ຕັກນໍ້າກະທິ ແລະ ນໍ້າເຊື່ອມໃສ່ໃຫ້ພໍດີກັນ ເທົ່ານີ້ກໍສຳເລັດແລ້ວ ເມນູລອຍໝາກແຕງໃສ່ເຂົ້າລອດຊ່ອງ.
[ ໂດຍ: ນົກແຕນແວນ ]