ຊຸບຍອດໝາກຊູ ໃສ່ຂີງດິບ ຫອມໆ

94

ຍອດໝາກຊູເປັນພືດຜັກຊະນິດໜຶ່ງທີ່ສາມາດເຮັດກິນໄດ້ຫຼາຍເມນູຄືກັບຜັກຊະນິດອື່ນ ເຊັ່ນ: ຂົ້ວ, ເອາະ, ແກງ, ລວກ… ເຊິ່ງເປັນພືດຜັກທີ່ປູກຢູ່ພາຍໃນປະເທດລາວເຮົາເອງອີກ ມີຫຼາຍແຂວງທີ່ປູກໄດ້ ໂດຍສະເພາະແມ່ນແຂວງຈຳປາສັກ ຈະປູກຫຼາຍ ແລະ ກາຍເປັນສິນຄ້າສົ່ງອອກ. ທີ່ສຳຄັນລາຄາບໍ່ແພງປັດຈຸບັນ ກິໂລລະ 10 ພັນກີບ, ດັ່ງນັ້ນມື້ນີ້ ຄໍລຳອາຫານຈະພາທ່ານມາເຮັດຊຸບຍອດໝາກຊູກິນ.
▶ວັດຖຸດິບ: ຍອດໝາກຊູ, ຂີງ, ຫົວຜັກທຽມ, ໝາກງາ, ເກືອ, ແປ້ງນົວ, ຫອມປ້ອມ, ຫອມບົ່ວ, ນໍ້າປາ ( ຖ້າທ່ານໃດບໍ່ກິນປາແດກ ສາມາດໃສ່ນໍ້າປາແດກສຸກໄດ້ ).

▶ຂັ້ນຕອນເຮັດ: ເອົາຍອດໝາກຊູມາສ້ອມເອົາແຕ່ຍອດອ່ອນ ແລະ ໃບອ່ອນ ແລ້ວລ້າງນໍ້າສະອາດ, ຈາກນັ້ນກໍມາຂົ້ວໝາກງາຂາວ ຕຳໃຫ້ລະອຽດໄວ້. ຫຼັງຈາກນັ້ນກໍມາຄ້າງໝໍ້ລວກຍອດໝາກຊູ ໂດຍເປີດໄຟປານກາງ ໃສ່ນໍ້າສະອາດ ປະມານເຄິ່ງລິດ ເມື່ອໝໍ້ຟົດແລ້ວ ໃຫ້ໃສ່ເກືອລົງໄປປະມານ 1 ບ່ວງກາເຟ, ຈາກນັ້ນກໍເອົາຍອດໝາກຊູລົງໄປລວກ ໂດຍບໍ່ຕ້ອງປົກຝາໝໍ້ ເພາະຈະເຮັດໃຫ້ຜັກເປັນສີເສົ້າ ຫຼື ແຫຼ້ ຕົ້ມໃຫ້ຜັກສຸກ ໂດຍບີບເບິ່ງຈະອ່ອນ ພ້ອມຕັກໃສ່ໝໍ້ ຫຼື ຊາມ ທີ່ຈະຄົນເຮັດຊຸບປະໄວ້ໃຫ້ເຢັນ.

▶ ວິທີເຮັດ: ເຮັດສູດນີ້ແມ່ນຈະບໍ່ຈີ່ຫຍັງຫຼາຍ ເປັນຊຸບແບບວິທີໜຶ່ງທີ່ງ່າຍດີ. ນອກຈາກຈະຈີ່ແຕ່ໝາກເຜັດແຫ້ງ ຫຼື ໝາກເຜັດດິບ ແຕ່ຜູ້ຂຽນຄໍລຳຈະໃສ່ໝາກເຜັດແຫ້ງເອົາເພາະຈະຫອມກວ່າ. ຈາກນັ້ນມາຕຳໝາກເຜັດແຫ້ງທີ່ຈີ່ສຸກ ພ້ອມຫົວຜັກທຽມດິບ 3 ກີບ ແລະ ຂີງດິບມາຊອຍໃສ່ ຕື່ມເກືອ, ແປ້ງນົວ ໃສ່ຄົກແລ້ວຕຳໃຫ້ລະອຽດເຂົ້າກັນດີ. ຈາກນັ້ນກໍຕັກໃສ່ຜັກທີ່ລວກໄວ້ນັ້ນ ຕໍ່ມາເອົາໝາກງາທີ່ຕຳໄວ້ໂຮຍລົງໄປ ຊາວໃຫ້ເຂົ້າກັນຊີມລົດຊາດ ພ້ອມຢອດນໍ້າປາ ຫຼື ປາແດກສຸກລົງໄປ ຊີມລົດຊາດອີກຄັ້ງ ຖ້າພໍດີແລ້ວໃຫ້ຊອຍຫອມປ້ອມ ແລະ ຫອມບົ່ວລົງໄປ. ເທົ່ານີ້ ທ່ານກໍຈະໄດ້ຊຸບຍອດໝາກຊູກັນແລ້ວ.
[ ໂດຍ: ນົກແຕນແວນ ]