ຍອດຜູ້ເສຍຊີວິດຈາກໄຟປ່າ ລັດຮາວາຍ ເພີ່ມເປັນ 89 ຄົນ

40

ສຳນັກຂ່າວຣອຍເຕີລາຍງານວ່າ: ຍອດຜູ້ເສຍຊີວິດຈາກໄຟປ່າ ຢູ່ເມືອງລາໄຮນາ ເກາະເມົາວີ ລັດຮາວາຍ ຂອງສະຫະລັດອາເມຣິກາ ເພີ່ມຂຶ້ນເປັນ 89 ສົບແລ້ວ, ກາຍເປັນເຫດໄຟປ່າທີ່ມີມີຜູ້ເສຍຊີວິດຫຼາຍທີ່ສຸດໃນຮອບຫຼາຍກວ່າ 100 ປີ ແລະ ຍອດຜູ້ເສຍຊີວິດອາດຈະເພີ່ມຂຶ້ນອີກ ເນື່ອງຈາກທີມກູ້ໄພຍັງພະຍາຍາມຄົ້ນຫາຜູ້ສູນຫາຍຕໍ່ໄປ.

ສຳນັກງານຈັດການພາວະສຸກເສີນ ( FEMA) ເປີດເຜີຍວ່າ: ການຟື້ນຟູເມືອງລາໄຮນາ ຈະໃຊ້ງົບປະມານບໍ່ຕ່ຳກວ່າ 5.500 ລ້ານໂດລາ ເນື່ອງຈາກອາຄານບ້ານເຮືອນຂອງປະຊາຊົນຖືກໄຟໄໝ້ເສຍຫາຍ 2.200 ຫຼັງ ແລະ ພື້ນທີ່ຫຼາຍກວ່າ 2.100 ເຮັກຕາ ຖືກໄຟໄໝ້ກ້ຽງ.