ອັດຕາການຈໍານອງຂອງສະຫະລັດ ເພີ່ມຂຶ້ນໃກ້ຈຸລະດັບສູງສຸດ ໃນຮອບ 22 ປີ

32

ເວັບໄຊ Investing.com ອ້າງຂໍ້ມູນຈາກສໍານັກຂ່າວ Rruters ລາຍງານວ່າ: ອັດຕາການຈໍານອງຂອງສະຫະລັດອາເມຣິກາ ໄດ້ເພີ່ມຂຶ້ນສູງສຸດນັບແຕ່ເດືອນ 11 ປີຜ່ານມາຈົນຮອດປັດຈຸບັນ ຍັບເຂົ້າໃກ້ລະດັບສູງສຸດໃນຮອບ 22 ປີ.

ອັດຕາຈໍານອງສະເລ່ຍ 30 ປີຂອງສະຫະລັດ ເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບ 9 ເດືອນ ແລະ ເປັນອັດຕາສູງໃນອັນດັບທີ 2 ນັບຕັ້ງແຕ່ປີ 2001 ເນື່ອງຈາກອັດຕາດອກເບ້ຍມີປະຕິກິລິຍາຢ່າງຮຸນແຮງຕໍ່ການປັບຫຼຸດໜີ້ພາກລັດຂອງສະຫະລັດ.

ສະມາຄົມສິນເຊື່ອເພື່ອທີ່ຢູ່ອາໄສ ລາຍງານວ່າ: ໃນໄລຍະ 30 ປີ, ອັດຕາການຈໍານອງສະເລ່ຍ ສູງເຖິງ 7,09%, ສະເພາະວັນທີ 4 ສິງຫາ ເພີ່ມຂຶ້ນ 16 ຈຸດຈາກອັດຕາ 6,93% ຂອງອາທິດກ່ອນໜ້ານີ້. ອັດຕາຈໍານອງສູງຂຶ້ນມາແຕ່ເດືອນ 11 ປີ 2022 ເຊິ່ງເປັນລະດັບສູງສຸດນັບຕັ້ງແຕ່ປີ 2001.

ລາຍງານຍັງລະບຸວ່າ: ຜູ້ກູ້ທີ່ມີຄວາມອາດສາມາດ ກໍໄດ້ປັບທັນທີຕາມຕົ້ນທຶນໃນການກູ້ຢືມ ເຊິ່ງດັດສະນີການຂໍສິນເຊື່ອທີ່ຢູ່ອາໄສ – ການວັດແທກປະລິມານການຍື່ນຂໍຈໍານອງທັງໝົດ ສູ່ລະດັບຕໍ່າສຸດໃນຮອບ 6 ເດືອນຢູ່ທີ່ 194,5.

ທ່ານ ໂຈເອລ ຄານ (Joel Kan) ຮອງປະທານສະມາຄົມທະນາຄານສິນເຊື່ອເພື່ອທີ່ຢູ່ອາໄສ ແລະ ທັງເປັນຫົວໜ້ານັກເສດຖະສາດ ຊີ້ໃຫ້ເຫັນວ່າ: ການປັບຫຼຸດລະດັບໜີ້ພາກລັດຂອງສະຫະລັດເມື່ອບໍ່ດົນມານີ້ ໄດ້ສົ່ງຜົນກະທົບຕໍ່ສິນເຊື່ອທຸກປະເພດ ໂດຍຂໍ້ມູນແມ່ນໄດ້ມີການສຳຫຼວດເປັນລາຍອາທິດ.