ຕຳໝາກແຕງ ໃສ່ຖົ່ວດິນ ຫອມໆມັນໆ

57

ຕຳໝາກແຕງ ເປັນເມນູທີ່ນິຍົມກິນຢູ່ແລ້ວ ແຕ່ມື້ນີ້ເຮົາຈະແນະນຳ ຕຳໝາກແຕງໃສ່ຖົ່ວດິນ ເຊິ່ງຫຼາຍຄົນບໍ່ຄ່ອຍຕຳໃສ່ຖົ່ວດິນ ແລະ ມື້ນີ້ເຮົາຈະມາແນະນຳວິທີເຮັດເມນູຕຳໝາກແຕງ ໃສ່ຖົ່ວດິນ ຫອມໆມັນໆກິນ.
▶ ວັດຖຸດິບ: ຖົ່ວດິນອົບແລ້ວ ຫຼື ຂົ້ວສຸກແລ້ວ, ໝາກແຕງ 2 ໜ່ວຍ, ໝາກເຜັດ 4 – 6 ໜ່ວຍ, ກະປິ ເຄິ່ງບ່ວງຊາ, ແປ້ງນົວເກືອບ 1 ບ່ວງຊາ, ນໍ້າຕານເຄິ່ງແບ່ງແກງ, ຫົວຜັກທຽມ 1 ກີບ, ໝາກເຫຼ່ນ ( ບໍ່ມັກບໍ່ໃສ່ກໍໄດ້ ), ໝາກນາວ 1 – 2 ໜ່ວຍ, ນໍ້າປາ ຫຼື ປາແດກ.

▶ ຂັ້ນຕອນເຮັດ: ປອກໝາກແຕງ ລ້າງແລ້ວຝັກ ພ້ອມຊອຍຄືກັບໝາກຫຸ່ງ, ຈາກນັ້ນກໍເອົາຄົກກັບສາກມາ ເອົາໝາກເຜັດ, ຫົວຜັກທຽມ, ກະປິ, ແປ້ງນົວ, ນໍ້າຕານລົງໄປ ແລ້ວຕຳໃຫ້ລະອຽດ. ຈາກນັ້ນກໍເອົາຖົ່ວດິນລົງໄປຕຳໃຫ້ບໍ່ລະອຽດຫຼາຍ ຈາກນັ້ນກໍຕື່ມນໍ້າປາແດກລົງ ແລ້ວເອົາໝາກແຕງທີ່ຊອຍລົງ ພ້ອມບີບໝາກນາວລົງໄປ ແລ້ວຕຳຍອກໃຫ້ເຂົ້າກັນ ຊີມ ແລະ ປຸງລົດຊາດຕາມໃຈມັກ ເທົ່ານີ້ທ່ານກໍຈະໄດ້ຕຳໝາກແຕງໃສ່ຖົ່ວດິນກິນແລ້ວ.
[ ໂດຍ: ນົກແຕນແວນ ]