ແກງໝາກກະດອມ ໃສ່ຜັກກູດງ້ອງ ແບບທຳມະຊາດ

118

ໝາກກະດອມ ເປັນພືດຜັກຊະນິດໜຶ່ງ ທີ່ຄົນຕ່າງແຂວງນິຍົມກິນ ເຊິ່ງໝາກກະດອມສາມາດແກງປະສົມກັບຜັກຊະນິດໃດກໍໄດ້ ແກງໃສ່ປາແຫ້ງກໍແຊບ ຫຼື ຈະແກງແບບທຳມະຊາດບໍ່ໃສ່ຫຍັງເລີຍກໍໄດ້ ເຊິ່ງເໝາະແກ່ແກງກິນຕອນເສຍຫຍ້າໄຮ່ ແລະ ດຳນາແບບນີ້. ມື້ນີ້ຄໍລຳອາຫານຈະພາທ່ານມາເຮັດແກງໝາກກະດອມໃສ່ກັບຜັກກູດງ້ອງ.

▶ວັດຖຸດິບ: ໝາກກະດອມ, ຜັກກູດງ້ອງ, ຫົວສີໃຄ, ໝາກເຜັດດິບ 2 ໜ່ວຍ, ຫົວຜັກບົ່ວ 1 ຫົວ, ຫົວຜັກທຽມ, ເກືອ, ແປ້ງນົວ, ນໍ້າສະອາດ, ຂີງ, ນໍ້າປາ ( ລ້າງໝາກກະດອມ ແລະ ຜັກກູດງ້ອງໃຫ້ສະອາດ ).
▶ວິທີເຮັດ: ຄ້າງໝໍ້ແກງ ເອົານໍ້າສະອາດໃສ່ປະມານເຄິ່ງລິດ, ເປີດໄຟປານກາງ ຈາກນັ້ນກໍຕື່ມເກືອ, ແປ້ງນົວ, ທຸບຫົວສີໃຄ, ຂີງ, ຫົວຜັກມບົ່ວ ແລະ ຫົວຜັກທຽມ ພ້ອມຫັກໝາກເຜັດລົງ ຖ້ານໍ້າຟົດແລ້ວ ໃຫ້ນຳໝາກກະດອມລົງໄປຕົ້ມໃຫ້ເກືອບສຸກ ແລ້ວຈຶ່ງນຳຜັກກູດງ້ອງລົງຕາມຫຼັງ ຕົ້ມໃຫ້ສຸກແລ້ວຊີມລົດຊາດ ຕື່ມນໍ້າປາລົງໄປຊອຍຫອມບົ່ວລົງ ຫຼື ອາດຈະໃສ່ໃບອີ່ຕູ່ ຫຼື ບົວລະພາລົງໃຫ້ຫອມກໍໄດ້. ເທົ່ານີ້ທ່ານກໍໄດ້ແກງໝາກກະດອມໃສ່ຜັກກູດງ້ອງກິນແລ້ວ ( ຖ້າໃຜມັກແກງໃສ່ປາ, ປາແຫ້ງ, ໄກ່, ດູກໝູ ພ້ອມຕື່ມນໍ້າປາແດກກໍແຊບໄປອີກແບບ ).
[ ໂດຍ: ນົກແຕນແວນ ]