ຊົມເຊີຍນໍ້າໃຈຄົນລາວບໍ່ຖິ້ມກັນ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

12

ຊົມເຊີຍສອງສາວຄົນມີຊື່ສຽງ ແລະ ຜູ້ມີນໍ້າໃຈຊ່ວຍເຫຼືອຜູ້ປະສົບໄພໃນທາງແຂວງຄໍາມ່ວນດ້ວຍ ເນື່ອງຈາກວ່າໃນປີນີ້ກໍມີຫຼາຍເຂດແຂວງ ພາຍໃນປະເທດກໍາລັງປະສົບກັນບັນຫາໄພທໍາມະຊາດນໍ້າຖ້ວມ ແລະ ເຮົາກໍຈະເຫັນຢູ່ສະເໝີວ່າຄົນລາວບໍ່ຖິ້ມກັນ ແລະ ໃຫ້ການຊ່ວຍເຫຼືອກັນໃນທຸກໆປີ ເຊັ່ນດຽວກັບສອງສາວຄົນນີ້ທີ່ມີນໍ້າໃຈຊ່ວຍເຫຼືອສັງຄົມໂດຍດີຕະຫຼອດມາເລີຍ ນັ້ນກໍຄືສາວໝວຍ ສະນັນຍາ ວົງຄໍາສອນ  ທີ່ຍາມໃດກໍໃຫ້ການຊ່ວຍເຫຼືອສັງຄົມໂດຍດີຕະຫຼອດມາ ແລະ ສາວ ລູກນໍ້າ ທິດາລັດ ວົງສິລິ ນາງສາວລາວ 2012 ສາວງາມໃຈດີ ທັງເປັນດາລາລາວທີ່ມີຊື່ສຽງ ແລະ ມີຜົນງານຈາກທັງພາຍໃນ ແລະ ຕ່າງປະເທດກັນເລີຍ.

อาจเป็นรูปภาพของ 4 คน และ ข้อความ

ຫຼ້າສຸດຂ່າວບັນເທີງທີ່ໄດ້ຕິດຕາມທັງສອງຄົນມາໂດຍຕະຫຼອດ ກໍໄດ້ເຫັນທັງສອງຮ່ວມກັນກໍາລັງກະກຽມແພັກເຂົ້າຂອງເຄື່ອງໃຊ້ ແລະ ເຄື່ອງອຸປະໂພກ, ບໍລິໂພກຕ່າງໆ ເພື່ອໄປມອບໃຫ້ພີ່ນ້ອງຊາວລາວທາງແຂວງຄໍາມ່ວນ ເຫັນແລ້ວຊື່ນໃຈສຸດໆ ໂດຍສາວໝວຍ ແມ່ນໄດ້ເປີດຮັບບໍລິຈາກມາ ເພື່ອສົ່ງຕໍ່ໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຄັ້ງນີ້ ພ້ອມກັບແຄັບຊັນທີ່ວ່າ: “ ທຳອິດວ່າຈະປິດຮັບ ແຕ່ເຮົາຄິດວ່າເຮົາຮັບເລື້ອຍໆດີກວ່າ ເພາະວ່າຍາມນີ້ຕ້ອງສະແຕນບາຍເຄື່ອງໄວ້ກຽມອອກເດີນທາງໄປຊ່ວຍທາງອື່ນນຳ

อาจเป็นรูปภาพของ 4 คน และ ข้อความ

ຖ້າຫາກມີເຫດການສຸກເສີນຈະໄດ້ໄປທັນການ ຕອນນີ້ມີຄົບແລ້ວລົດ, ເຮືອ, ເຫື່ອແຮງ, ຜູ້ໃຈບຸນສົມທົບທຶນ, ຂອບໃຈທຸກຄົນຫຼາຍໆເດີ ສຸດເກີນຄຳບັນຍາຍ ຍອດເງິນ 106.046.677 ກີບ ຍົກຍອດຊື້ເຄື່ອງ ແລະ ມອບເງິນສົດທັງໝົດໃຫ້ພີ່ນ້ອງແຂວງຄຳມ່ວນ ມື້ອື່ນເຈີກັນເດີ ນໍ້າໃຈຂອງຄົນລາວບໍ່ມີເຫືອດແຫ້ງ ຂອບໃຈທຸກໆຄົນ ” ພ້ອມກັບຕິດແຮັດແທັກວ່າ #ຜູ້ໃດຖ່າຍຮູບບໍ່ທັນກໍອະໄພຫຼາຍໆເດີ #ຜູ້ປະສົບໄພນໍ້າຖ້ວມແຂວງຄຳມ່ວນ #ຢ່າຖິ້ມກັນເດີພີ່ນ້ອງລາວ “ ລໍຖ້າກ່ອນເດີໃຈເປື້ອນຕົມ ຈະໄປກອດເຈົ້າລ້າງໃຈຫາຍລະທົມ ຢ່າຖິ້ມກັນເດີພີ່ນ້ອງລາວ ໃຫ້ໂຮມກັນເຂົ້າບໍ່ວ່າເຈົ້າຈະຢູ່ໃສ ສາມັກຄີກັນໄວ້ ສົ່ງພະລັງຄວາມຫ່ວງໃຈໂອບກອດຫົວໃຈເປື້ອນຕົມ ”.

อาจเป็นรูปภาพของ 3 คน และ ข้อความ

ພ້ອມນີ້, ສາວລູກນໍ້າ ສາວງາມໃຈບຸນກໍຍັງໄດ້ຮ່ວມກັນຄົນລະໄມ້ລະມື ດ້ວຍການເຊີນຊວນຜູ້ທີ່ມີນໍ້າໃຈ ເພື່ອຮ່ວມກັນມາຮ່ວມບໍລິຈາກຊ່ວຍເຫຼືອປະຊາຊົນນໍາອີກດ້ວຍ ໂດຍລູກນໍ້າບອກວ່າ: “ຮ່ວມຊ່ວຍກັນເດີ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມເດີນທາງມື້ອື່ນ ມື້ນີ້ ກຳລັງພາກັນແພັກເຄື່ອງ ໃຜຢາກຮ່ວມນຳໂອນໃຫ້ບັນຊີເອື້ອຍໝວຍເລີຍ ຊ່ວຍກັນຜູ້ລະ 10.000 – 20.000 ກີບ, ເປົ້າໝາຍຊ່ວຍ 300 ຄອບຄົວ ແລະ ມອບເງິນອີກ 50 ລ້ານກີບ ນ້ຳໃຈຄົນລາວຊ່ວຍກັນເດີ.

อาจเป็นรูปภาพของ 6 คน, รถจี๊ป และ ข้อความ

ສໍາລັບການຊ່ວຍເຫຼືອເທື່ອນີ້ແມ່ນທາງທີມງາມ ແລະ ສາວໝວຍເອງ ກໍໄດ້ອອກເດີນທາງແລ້ວໃນຕອນເຊົ້າຂອງວັນທີ 7 ສິງຫາ 2023 ທີມຂ່າວບັນເທີງຂໍຊົມເຊີຍນໍ້າໃຈ ເປັນກໍາລັງໃຈໃຫ້ພີ່ນ້ອງຊາວລາວທຸກຄົນໃນທຸກແຂວງ ທີ່ກໍາລັງພົບກັບໄພນໍ້າຖ້ວມໃນຄັ້ງນີ້ດ້ວຍ ຂໍໃຫ້ວິກິດທຸກຢ່າງຜ່ານພົ້ນໄປໄວໆ ແລະ ເປັນກໍາລັງໃຈໃຫ້ກັບທີມງານທີ່ເດີນທາງລົງໄປມອບເຄື່ອງຊ່ວຍເຫຼືອເທື່ອນີ້ ຂໍໃຫ້ປອດໄພ ແລະ ຊົມເຊີຍນໍ້າໃຈຄົນລາວບໍ່ຖິ້ມກັນ.

อาจเป็นรูปภาพของ 5 คน, รถจี๊ป และ ข้อความ

ສໍາລັບທ່ານໃດທີ່ມີຈິດໃຈຢາກບໍລິຈາກແມ່ນສາມາດເຂົ້າໄປຕິດຕາມກັນໄດ້ເລີຍທີ່ເຟສບຸ໊ກຂອງສາວໝວຍ Muay Sannaya Vks ນັ້ນເອງ.