ພາສ່ອງເຫຼົ່າຄົນມີຊື່ສຽງ ຮ່ວມເຮັດບຸນໃນມື້ເຂົ້າພັນສາ

41

ພາສ່ອງ! ເຫຼົ່າຊຸບເປີສະ ຕຣາ ຄົນມີຊື່ສຽງໃນວົງການບັນເທີງລາວ ທີ່ໄດ້ພາກັບໄປຮ່ວມເຮັດບຸນໃສ່ບາດ ເນື່ອງໃນບຸນເຂົ້າພັນສາທີ່ຜ່ານມານີ້ ເຊິ່ງເປັນປະເພນີທີ່ໄດ້ສືບທອດກັນມາແຕ່ບູຮານນະການ ແລະ ໄດ້ສືບຕໍ່ປະຕິບັດກັນມາຈົນເຖິງປັດຈຸບັນນີ້ ເຊິ່ງປີນີກໍເຫັນໄດ້ວ່າບັນດາຄົນວົງການບັນເທີງລາວ ກໍໄປຮ່ວມເຮັດບຸນກັນຢ່າງຫຼວງຫຼາຍເລີຍ ເຊິ່ງເປັນພາບທີ່ງົດງາມຈາກການແຕ່ງກາຍຊຸດລາວ ທັງເປັນພາບທີ່ເຫັນແລ້ວສຸກໃຈແທ້ໆ.

อาจเป็นรูปภาพของ 8 คน และ วัด

ມື້ນີ້ຂ່າວບັນເທີງຈະພາທຸກຄົນ ໄປສ່ອງບັນດາຄົນມີຊື່ສຽງທັງ 4 ທີ່ໄປຮ່ວມເຮັດບຸນໃນວັນສໍາຄັນດັ່ງກ່າວ ແລະ ວ່າຈະມີໃຜແດ່ນັ້ນ ເຊິ່ງບຸກຄົນທໍາອິດທີ່ບໍ່ວ່າເທສະການ ຫຼື ງານບຸນໃດສາວງາມຄົນນີ້ກໍບໍ່ເຄີຍຂາດທີ່ຈະໄປຮ່ວມ ແຖມຍັງເຊີນຊວນໝູ່ຄູ່ ແລະ ແຟນໆຮ່ວມເຮັດບຸນນໍາສະເໝີເລີຍນັ້ນກໍຄື

อาจเป็นรูปภาพของ 8 คน และ ข้อความ

ສາວລາວງາມຕະຫຼອດການ ນັ້ນກໍຄື ອາເລັກຊານດຼ້າ ທິດາວັນ ບຸນຊ່ວຍ ພ້ອມແຄັບຊັນ “ ອີ່ມບຸນອີ່ມໃຈໃນມື້ບຸນເຂົ້າພັນສາ ເຊິ່ງໄດ້ເຮັດບຸນໃສ່ບາດ ພ້ອມຖວາຍຜ້າໄຕ 8 ຜືນ ຂໍໃຫ້ມີ ຄວາມຜາສຸກຈະເລີນໃນທຸກວຽກງານ ຂໍໃຫ້ແຟນໆທຸກໆຄົນໄດ້ບຸນນໍາກັນເດີ ”; ພ້ອມນີ້ ສາວຊານດຼ້າ ພ້ອມດ້ວຍອາສາມູນນິທິບຸນຊ່ວຍ ຍັງໄດ້ເດີນທາງໄປແຈກເຄື່ອງຢູ່ແຂວງຫົວພັນ ເປັນທີ່ຮຽບຮ້ອຍອີກດ້ວຍ ສາມາດເຂົ້າໄປຕິດຕາມເພຈມູນນິທິບຸນຊ່ວຍໄດ້ ດຽວໂພສພາບບັນຍາກາດໃຫ້ທຸກຄົນໄດ້ຊົມກັນ.

อาจเป็นรูปภาพของ 1 คน และ วัด

ມາກັນທີໜຸ່ມຫຼໍ່ຂວັນໃຈສາວໆ ພ້ອມມີງານພຣີເຊັນເຕີໃຫ້ຕິດຕາມກັນເປັນປະຈໍາກໍໄດ້ໄປເຮັດບຸນດ້ວຍ ພ້ອມແຄັບຊັນທີ່ວ່າ “ ອີ່ມບຸນອີ່ມໃຈ ອຸງ ທົດສະພອນ ນັກສະແດງ ຊາຍງາມລາວ ຮ່ວມໃສ່ບາດຢາດນ້ຳ ໃນມື້ບຸນເຂົ້າພັນສາ ຂໍອວຍພອນອັນປະເສີດໃຫ້ແກ່ແຟນໆທີ່ໜ້າຮັກທຸກໆທ່ານ ມີແຕ່ໂຊກແຕ່ໄຊ ສຸກກາຍສຸກໃຈ ”.

อาจเป็นรูปภาพของ 1 คน และ วัด

ຕໍ່ມາກໍຄືສາວສຸດງາມທີ່ໄດ້ຮັບຕໍາແໜ່ງມາໃໝ່ໆຫຼ້າສຸດກັນເລີຍ ນັ້ນກໍຄື ປາເປົ້າ ໄພມະນີ ລາດສະບັນເທົາ Miss Universe Laos 2023 ຮ່ວມເຮັດບຸນໃສ່ບາດໃນມື້ບຸນເຂົ້າພັນສາ ປະຈຳປີ ຄສ 2023 ພສ 2566 ບຸນເຂົ້າພັນສາ ພ້ອມແຄັບຊັນທີ່ວ່າ: “ ສືບສານວັດທະນະທຳ ຮັກສາຮີດ 12 ຄອງ 14 ປະເພນີລາວ ຂໍໃຫ້ມີແຕ່ສິ່ງດີໆເກີດຂຶ້ນກັບທຸກຄົນ ”.

อาจเป็นรูปภาพของ 1 คน

ສາວງາມອີກຄົນ ນັ້ນກໍຄືສາວລູກນໍ້າ ທິດາລັດ ວົງສິລິ ນາງງາມ, ນັກສະແດງ ແຖມຍັງເປັນຄູຝຶກນ້ອງໆເພື່ອກ້າວເຂົ້າສູ່ວົງການອີກດ້ວຍ ກໍໄດ້ໄປຮ່ວມເຮັດບຸນສືບສານປະເພນີລາວເຊັ່ນດຽວກັນ ພ້ອມກັບແຄັບຕິດຕະຫຼົກທີ່ວ່າ:    “ ເຂົ້າພັນສານີ້ ຂໍງົດເຫຼົ້າ ( ປົກກະຕິກາບໍ່ກິນຢູ່ແລ້ວ ), ຂໍງົດເນື້ອສັດທຸກຊະນິດ ( ປົກກະຕິກາງົດມາ 6 ປີແລ້ວ ), ຂໍງົດກິນໄຂ່ ທຸກຊະນິດ ສຸດທ້າຍຂໍງົດໂພດອ່ອຍ ທຸກຊະນິດ ຫ້າມເດີ ຫ້າມເດັດຂາດ ” ແລະ ນອກນີ້ສາວລູກນໍ້າ ຍັງມີກິດຈະກໍາເພື່ອການກຸສົນມາຮ່ວມບຸນກັນອີກດ້ວຍ ເຊິ່ງໄດ້ໂພສຜ່ານເຟສບຸ໊ກວ່າ:    “ ໄດ້ຄົບແລ້ວລາຍຊື່ ຂຽນໃຫ້ຢູ່ນີ້ເລີຍເດີ ຊື່ບໍ່ຄົບ ບໍ່ມີຊື່ໃຜແຈ້ງເດີ ຍອດເງິນຜິດແຈ້ງນ້ຳເດີ ຂອບໃຈທຸກໆຄົນ ໄດ້ຄົບລະເດີ ໄດ້ 22 ອັນ ( ກາຍມາ 2ອັນ ) ຂອບໃຈເຈົ້າສັດທາທຸກຄົນ ໃຫ້ໄຟນີ້ສ່ອງສະຫວ່າງໃຫ້ຜູ້ເປັນເຈົ້າສັດທາທຸກຄົນເດີ ສາທຸ ກາຍ 2 ອັນ ແມ່ນຈະມອບໃຫ້ທາງວັດເລີຍເດີ ຍອດລວມ 2.047.399 ກີບ/997,39 ບາດ ສາທຸ ທານໄຟສາຍໃຫ້ພະຢູ່ແຂວງອຸດົມໄຊ ພະ ແລະ ຈົວ ເພິ່ນມັກໄປຈາລິກຢູ່ປ່າ ແລະ ຂາດໄຟສາຍ ໄລຍະລະດູຝົນອີກ ອັນຕະລາຍ ໃຜຮ່ວມນຳ ຂໍໃຫ້ມີແສງສະຫວ່າງນຳທາງເວລາເຈີບັນຫາເດີ ”.

ສຸດທ້າຍນີ້ທາງຂ່າວບັນເທີງພວກເຮົາ ກໍຂໍສາທຸບຸນນໍາທຸກຄົນດ້ວຍ ຂໍໃຫ້ຜົນບຸນສົ່ງຜົນໃຫ້ທຸກຄົນມີແຕ່ຄວາມສຸກ ໂຊກດີ ແລະ ປະສົບຜົນສໍາເລັດໃນໜ້າທີ່ການງານທຸກປະການດ້ວຍ ແລະ ຝາກແຟນໆສະໜັບສະໜູນຜົນງານ ແລະ ການເຄື່ອນໄຫວຂອງທຸກຄົນນີ້ດ້ວຍ.