ເປເລ້ ເເລະ ມິນນີ້ ສອງສ່ຽວ ດີກຣີຄົນມີຕຳເເໜ່ງຄວງເເຂນເດີນພົມເເດງ

53

ວ້າວໆ ຍິນດີກັບສອງສ່ຽວ ເປເລ້ ສົມພົງ ພັນທະວົງ FACE OF LAOS 2021 ແລະ ມິນນີ້ ມິນລະດາ ແອັງມະນີ Miss Equalityworld Laos 2023 ສອງສ່ຽວ ດີກຣີ ຄົນມີຕຳແໜ່ງ ຄວງແຂນເດີນພົມແດງ ນຳສະເໜີຄວາມເປັນລາວ ເຊິ່ງໄດ້ນຳສະເໜີຊຸດເຜົ່າກຶມມຸ ທີ່ປະສົມປະສານຄວາມທັນສະໄໝເຂົ້າງານປະກວດ Miss Universe Laos 2023 ສວຍງາມ ແລະ ຍິ່ງໃຫຍ່ອະລັງການສຸດໆເລີຍ.

อาจเป็นรูปภาพของ 3 คน

ໜຸ່ມເປເລ້ ໄດ້ໃຫ້ສໍາພາດເຖິງຄວາມຮູ້ສຶກຫຼັງຈາກຖືກເລືອກໄປເດີນພົມແດງໃນງານດັ່ງກ່າວ ໂດຍໜຸ່ມເປເລ້ບອກວ່າ: “ ຫຼັງຈາກໄດ້ຮັບບັດເຊີນ ເປເລ້ ກະບໍ່ລໍຊ້າ ໂທຫານ້ອງ Kan Khanxay Theamphoukham ດີຊາຍເນີ ລະດັບແຖວໜ້າຂອງລາວເຮົາ ໃຫ້ນ້ອງອອກແບບ ແລະ ຕັດໃຫ້ຊຸດໃຫ້ເລີຍ ເພາະງານ Miss Universe Laosປີນີ້ ເປັນງານທີ່ເພິ່ນຈັດຢ່າງຍິ່ງໃຫຍ່ແຮງ ແລະ ມີດາຣາ, ເຊເລັບບີຕີ້ ທັງລາວ ແລະ ໄທ ເຂົ້າຮ່ວມຫຼາຍທ່ານເລີຍ ສຸດທ້າຍເປເລ້ ກໍໄດ້ຊຸດກຶມມຸປະຍຸກທີ່ທັນສະໄໝ ສະດຸດຕາຄົນໃນງານຕາມທີ່ທຸກຄົນເຫັນເລີຍ ແລະ ທີ່ສໍາຄັນເປເລ້ເອງ ໄດ້ຄວງຄູ່ໄປກັບສາວສຸດຮ໋ອດ ນັ້ນກໍຄືສາວ ມິນນີ້ ມິນລະດາ ແອັງມະນີ Miss Equalityworld Laos 2023 ນັ້ນເອງ.

อาจเป็นรูปภาพของ 2 คน, ชุดเดรส, มีดบารอง, ชุดออกงาน และ ข้อความ

ເປເລ້ ຍັງບອກຕື່ມອີກວ່າ: ກັບ ມີນນີ້ ເຮົາເປັນສ່ຽວຮັກກັນມາແຕ່ດົນແລ້ວ; ສະນັ້ນ ຈຶ່ງບໍ່ແປກທີ່ທາງຜູ້ໃຫຍ່ເພິ່ນເລືອກໃຫ້ພວກເຮົາເດີນພົມແດງຄູ່ກັນ ແລະ ໃນເດືອນໜ້າກໍຈະແມ່ນຂ່າວດີສຳລັບ ມິນນີ້ແລ້ວ ເພາະລາວຈະໄດ້ໄປປະກວດຕໍ່ທີ່ຕ່າງປະເທດ ນັ້ນກະຄື Miss Equalityworld 2023 ຝາກເຊຍໃຫ້ກໍາລັງໃຈ ມິນນີ້ ແດ່ເດີ ເຊິ່ງຈະເປັນຕົວແທນຂອງສາຍສະພາຍລາວ ຮ່ວມເຜີຍແຜ່ຄວາມເປັນລາວໃນເວທີສາກົນນັ້ນເອງ.

ไม่มีคำอธิบายรูปภาพ

ທ້າຍນີ້ ເປເລ້ ຂໍຝາກຜົນງານແດ່ເດີ ເຊິ່ງໄລຍະນີ້ເປເລ້ ຫາກໍເຊັນສັນຍາຕໍ່ເປັນພຣີເຊັນເຕີອີກປີໜຶ່ງຂອງແບຣນ ທີ່ເຄີຍຖ່າຍແບບມາ ແລະ ຫຼ້າສຸດເດືອນນີ້ກໍຈະມີຜົນງານສະແດງຮູບເງົາສັ້ນ 2 ເລື່ອງແລ້ວ ອອກທາງ facebook ແລະ ເປເລ້ກໍຂໍຝາກຊ່ອງທາງການຕິດຕາມ FaceBook: pele phanthavong, IG: somphong phanthavong ແລະ TikTok: pele.321.

อาจเป็นรูปภาพของ 3 คน และ ข้อความ

ສໍາລັບຊ່ອງທາງການຕິດຕາມສາວມິນນີ້ ແມ່ນຕາມກັນເລີຍໄດ້ທີ່ FaceBook : Minnie Minladar Engmany, IG: wonder_Minnie ແລະ TikTok: WonderMinnie Official.