ຍິນດີດ້ວຍ! Miss Grand Laos ຄົນທີ 7 ເພັດມະນີ ພິລາຄົງ

18

ສະແດງຄວາມຍິນດີດ້ວຍ! ສົມມົງ, ສະຫງ່າງາມ ແລະ ຕອບໂຈດແຫ່ງເວທີແກຣນຫຼາຍທີ່ສຸດ ສາມາດຄວ້າມົງກຸດອັນຊົງຄຸນຄ່າຈາກເວທີ Miss Grand Laos 2023 ໄປຄອງໄດ້ ໂດຍການປະກວດໄດ້ປະກາດຜົນ ໃນຄໍ່າຄືນຂອງວັນທີ 29 ກໍລະກົດ 2023ທີ່ຜ່ານມານີ້

อาจเป็นรูปภาพของ 4 คน และ ข้อความพูดว่า "MISS GRAND CERA LAOS"

ຜູ້ທີ່ຄອງມົງກຸດຄົນທີ 7 ຈາກເວທີດັ່ງກ່າວ ແລະ ຍັງໄດ້ຮັບລາງວັນຊຸດປະຈໍາແຂວງດີເດັ່ນໄດ້ແກ່ ເພັດມະນີ ພິລາຄົງ Miss Grand Laosຄົນຫຼ້າສຸດ ເຊິ່ງສາວງາມຄົນນີ້ແມ່ນພ້ອມແລ້ວທີ່ຈະປະຕິບັດໜ້າທີ່ຕົວແທນສາຍສະພາຍລາວ ເທິງເວທີລະດັບໂລກ Miss Grand International ທີ່ປະເທດຫວຽດນາມ ທີ່ຈະມາເຖິງນີ້ຢ່າລືມແຟນໆຊາວລາວສົ່ງແຮງເຊຍ ແລະ ເອົາໃຈຊ່ວຍຕົວແທນຂອງປະເທດລາວຄົນນີ້ໃນເວທີສາກົນກັນຕໍ່ເລີຍ.

อาจเป็นรูปภาพของ 2 คน

ພ້ອມນີ້, ທີມຂ່າວບັນເທີງຕ້ອງຂໍສະແດງຄວາມຍິນດີກັບບັນດາສາວງາມທັງສີ່ຄົນທີ່ໄດ້ຮັບຕໍາແໜ່ງຈາກເວທີ Miss Grand Laos 2023 ກັນດ້ວຍ ເຊິ່ງຕ້ອງຂໍສະແດງ ຄວາມຍີນດີກັບ ເພັດມະນີ ພິລາຄົງ Miss Grand Laos-ມີສ ແກຣນດ໌ລາວ 2023 ແລະ ຮອງທັງ4 ເຊິ່ງຮອງອັນດັບ 1 ໄດ້ແກ່ ລູອິດ ຈັນທະລັງສີ ຕົວແທນນຳສະເໜີແຂວງຫຼວງນໍ້າທາ, ຮອງອັນດັບ 2 ໄດ້ແກ່ ປຸ້ຍ ປາວີນາ ຄຳພາສຸກ ຕົວແທນແຂວງ ຄຳມ່ວນ, ຮອງອັນດັບ 3 ໄດ້ແກ່ ອາລິສາ ເຄນນະວົງ ຕົວແທນ ແຂວງສະຫວັນນະເຂດ ແລະ ຮອງອັນດັບ 4 ໄດ້ແກ່ ເມຍ່າ ສາຍທອງ ທຳມະວົງ ຕົວແທນແຂວງຊຽງຂວາງນັ້ນເອງ.

อาจเป็นรูปภาพของ 10 คน

ສໍາລັບ ເພັດມະນີ ພິລາຄົງ ແມ່ນໄດ້ມາຕາມຫາຄວາມຝັນອີກຄັ້ງ ເຊິ່ງຜ່ານມາແມ່ນເຄີຍຮ່ວມປະກວດໃນເວທີນາງງາມມາກ່ອນ ແຕ່ຍັງບໍ່ເຖິງມົງໃຫຍ່ ແລະ ໃນປີນີ້ຈຶ່ງໄດ້ຫວນຄືນຕາມຫາຝັນໃນເວທີນາງງາມອີກຄັ້ງ ເຊິ່ງເປັນສາວງາມຜູ້ທີ່ໂດດເດັ່ນທັງຮູບຮ່າງ, ໜ້າຕາ ແລະ ຄວາມສາມາດກັນເລີຍ ເຊິ່ງປັດຈຸບັນ ອາຍຸ 27 ປີ ອາໄສຢູ່ນະຄອນຫຼວງ ວຽງຈັນ ແລະ ເປັນຕົວແທນຈາກນະຄອນຫຼວງ ວຽງຈັນ ໃນເວທີ Miss grand laos 2023. ຮຽນຈົບການສຶກສາປະລິນຍາຕີ ຈາກສະຖາບັນເສດຖະກິດການເງິນດົງຄຳຊ້າງ ແລະ ປັດຈຸບັນເຮັດວຽກຢູ່ທະນາຄານ ຮ່ວມພັດທະນາ ( JDB ).

อาจเป็นรูปภาพของ 6 คน และ ข้อความ

ຜ່ານມາແມ່ນເຄີຍປະກວດ Miss lao 2015 ໄດ້ຮອງອັນດັບ 4, ປັດຈຸບັນ ເປັນນາງແບບ ແລະ ເປັນ Brand Ambassador ໃຫ້ກັບເສື້ອຜ້າ ແບຣນໜຶ່ງອີກດ້ວຍ ແລະ ຍັງບໍ່ພໍເທົ່ານັ້ນ ສາວຕຸກຕາ ແມ່ນເປັນຜູ້ທີ່ມີຄວາມສາມາດພິເສດ ບໍ່ວ່າຈະເປັນການເດີນແບບ ແລະ ຮ້ອງເພງ ເຊິ່ງດ້ານພາສາກໍສາມາດສື່ສານໄດ້ເຖິງສາມພາສາກັນເລີຍບໍ່ວ່າຈະເປັນພາສາ ລາວ, ໄທ ແລະ ອັງກິດນໍາອີກ.

อาจเป็นรูปภาพของ 5 คน และ ผู้คนกำลังเต้นรำ

ສຸດທ້າຍນີ້ຂ່າວບັນເທີງຂໍຝາກທຸກຄົນຕິດຕາມຜົນງານ ແລະ ການເຄື່ອນໄຫວຂອງສາວຄົນນີ້ດ້ວຍ ສາມາດເຂົ້າໄປຕິດຕາມກັນໄດ້ເລີຍທີ່ທາງເພຈ໌ Miss Grand Lao ແລະ fb ສ່ວນຕົວ toukta philakhong ຫຼື IG:  far_philakhongນັ້ນເອງ.

อาจเป็นรูปภาพของ 8 คน, ชุดแสดงละคร และ ชุดออกงาน