ເປີດແລ້ວງານວາງສະແດງສິນຄ້າ ລາວ-ຫວຽດນາມ 2023

23

ເພື່ອເປັນການສືບຕໍ່ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວລະຫວ່າງ ລາວ-ຫວຽດນາມ ໃນຍຸກແຫ່ງການເຊື່ອມໂຍງເສດຖະກິດໃຫ້ມີການຂະຫຍາຍຕົວ ພ້ອມສ້າງໂອກາດໃຫ້ທຸລະກິດ, ຜູ້ປະກອບການຄ້າຂາຍຂອງ 2 ປະເທດ ໄດ້ມີການພົບປະແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ການສົ່ງເສີມການສົ່ງອອກສິນຄ້າ, ການຖ່າຍທອດເຕັກໂນໂລຊີ ລວມທັງການແນະນຳຄຸນນະພາບສິນຄ້າເຊິ່ງກັນ ແລະ ກັນ ກ້າວໄປເຖ້ງການເຊັນສັນຍາເຮັດການຄ້າຮ່ວມກັນໃນອະນາຄົດ ແລະ ເພີ່ມປະລິມານການຄ້າຮ່ວມກັນໃຫ້ຫຼາຍຂຶ້ນ.

May be an image of 5 people, newsstand and text
ໃນວັນທີ 27 ກໍລະກົດ 2023 ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ຮ່ວມກັບ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ເປີດງານວາງສະແດງສິນຄ້າ ລາວ-ຫວຽດນາມ 2023 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໂດຍການເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ອຄ, ທ່ານ ວຽງສະຫວັນ ວິໄລພອນ ຜູ້ປະຈຳການຄະນະກຳມາທິການຮ່ວມມື ລາວ-ຫວຽດນາມ, ທ່ານ ຫວຽນ ບາ ຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ, ທ່ານ ວູ ບາ ຟູ ຫົວໜ້າກົມສົ່ງເສີມການຄ້າ ອຄ ຫວຽດນາມ, ທ່ານ ເລ່ ບ່ຽນ ເກືອງ ຮອງຫົວໜ້າກົມອາຊີ-ອາຟຣິກກາ ອຄ ຫວຽດນາມ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

May be an image of text
ທ່ານ ມະໄລທອງ ກົມມະສິດ  ໄດ້ກ່າວບາງຕອນວ່າ: “ລາວ-ຫວຽດນາມ, ຫວຽດນາມ-ລາວ ມີການພົວພັນຮ່ວມມືພິເສດ, ບໍ່ມີໃຜເໝືອນ ແລະ ບໍ່ເໝືອນໃຜ”. ໃນໄລຍະຫລາຍປີທີ່ຜ່ານມາ, ທັງສອງພັກ-ສອງລັດ ໄດ້ສືບຕໍ່ຮ່ວມມືຊ່ວຍເຫືລອເຊິ່ງກັນ ແລະ ກັນຢ່າງຕໍ່ເນື່ອງ ໃນການປະຕິບັດພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ສອງປະເທດລາວ-ຫວຽດນາມ ໄດ້ເພີ່ມພູນຄູນສ້າງສາຍພົວພັນຮ່ວມມືຮອບດ້ານ, ໃນນັ້ນການຮ່ວມມືມີດ້ານເສດຖະກິດ-ການຄ້າ.

May be an image of 1 person, dais and text

ງານວາງສະແດງສິນຄ້າໃນຄັ້ງນີ້ ຖືເປັນວຽກງານໜຶ່ງຂອງສອງປະເທດ ລາວ-ຫວຽດນາມ ໄດ້ເອົາໃຈໃສ່ປະກອບສ່ວນຮ່ວມມືກັນ ເພື່ອຊຸກຍູ້ສົ່ງເສີມໃຫ້ທຸລະກິດທັງສອງຝ່າຍໄດ້ມີການແລກປ່ຽນຊື້-ຂາຍຮ່ວມກັນ, ສົ່ງເສີມໃຫ້ມີການພົບປະທຸລະກິດ (Business Matching) ພ້ອມທັງເປັນການສົ່ງເສີມໃຫ້ມີການແລກປ່ຽນແນວຄວາມຄິດ ແລະ ຄວາມຄິດສ້າງສັນໃນການສ້າງທຸລະກິດຮ່ວມກັນ ຫລື ການສ້າງທຸລະກິດແບບໃໝ່ ໃນພາວະເສດຖະກິດມີການຜັນຜວນ.

May be an image of speaker and textໃນງານວາງສະແດງຄັ້ງນີ້ຜູ້ຜະລິດຂອງສອງປະເທດແມ່ນໄດ້ນຳເອົາສິນຄ້າທີ່ເປັນທ່າແຮງຂອງຕົນ ແລະ ເປັນທີ່ນິຍົມ ເພື່ອນຳມາວາງສະແດງ ແລະ ຈຳໜ່າຍ, ມີກຳນົດ 5 ວັນ, ແຕ່ວັນທີ 27-31 ກໍລະກົດ 2023, ພາຍໃນງານມີບູດວາງສະແດງສິນຄ້າຂອງລາວ ຈໍານວນ 96 ກັບ 45 ຈາກຫົວໜ່ວຍທຸລະກິດ ປະກອບມີສິນຄ້າເຟີນິເຈີ, ສິນຄ້າຫັດຖະກຳ (ແຜ່ນແພ, ແກະສະລັກ, ຢາພື້ນເມຶອງ ແລະ ອື່ນໆ…) ຊຶ່ງເປັນທັງສິນຄ້າໂອດ໋ອບໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ສິນຄ້າທົ່ວໄປ ທີ່ຮັບໃຊ້ໃນສັງຄົມ; ສຳລັບ ສສ ຫວຽດນາມ ແມ່ນມີບູດວາງສະແດງຈຳນວນ 120 ຮ້ານ ມີຫົວໜ່ວຍທຸລະກິດເຂົ້າຮ່ວມງານວາງສະແດງ ຈຳນວນ 76 ຫົວໜ່ວຍ ປະເພດຂອງສິນຄ້າທີ່ນຳມາວາງສະແດງປະກອບມີປະເພດອາຫານ ແລະ ເຄື່ອງດື່ມ, ເຄື່ອງຫັດຖະກຳແຜ່ນແພ, ເຄື່ອງເຟີນີເຈີ, ວັດສະດຸກໍ່ສ້າງ, ເຄື່ອງອຸປະໂພກ ແລະ ບໍລິໂພກ ແລະ ອື່ນໆ.

May be an image of 6 people and text

 

ທ່ານ ຫວຽນ ບາ ຮຸ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳລາວ ກ່າວບາງຕອນວ່າ: ງານວາງສະແດງສິນຄ້າ ລາວ-ຫວຽດນາມ ໃນແຕ່ລະປີຜ່ານມາຖືວ່າເປັນເຫດການໜຶ່ງທີ່ສຳຄັນເນື່ອງຈາກເປັນການຮ່ວມມືລະຫວ່າງ 2 ກະຊວງອຸດສາຫະກຳ ແລະ ການຄ້າ ລາວ-ຫວຽດນາມ ເພື່ອແນໃສ່ເຮັດໃຫ້ຜູ້ປະກອບການ ຫຼື ບັນດາວິສາຫະກິດຂອງຫວຽດນາມ ແລະ ລາວ ໄດ້ເຂົ້າຮ່ວມ ໂຄສະນາ ແລະ ນຳສະເໜີສິນຄ້າຂອງຕົນໃຫ້ຕະຫຼາດລາວ ແລະ ຫວຽດນາມ ໃຫ້ຮັບຮູ້ ອັນຈະຕໍ່ຍອດໄປເຖິງການເຊັນສັນຍາຮ່ວມມືກັນທາງດ້ານການຄ້າ ແລະ ການລົງທຶນ ລະຫວ່າງຕະຫຼາດທັງ 2 ປະເທດ. ລາວ-ຫວຽດນາມ ມີຊາຍແດນຕິດຈອດກັນ 10 ແຂວງ ພ້ອມມີ 9 ດ່ານຊາຍແດນສາກົນ, 6 ດ່ານຊາຍແດນແຫ່ງຊາດ, 18 ດ່ານຊາຍແດນປະເພນີ, ມີ 27 ທາງອອກ ແລະ 9 ເຂດເສດຖະກິດເຂດຊາຍແດນລະຫວ່າງປະເທດ ເພື່ອແລກປ່ຽນສິນຄ້າເຊິ່ງກັນ ແລະ ກັນ.

May be an image of 1 person, dais and text
ໃນງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈຳປີ 2023 ໃນຄັ້ງນີ້ມີບັນດາຫົວໜ່ວຍທຸລະກິດໄດ້ນຳເອົາຫຼາຍປະເພດສິນຄ້າທີ່ພົ້ນເດັ່ນຂອງລາວ ແລະ ຫວຽດນາມເຂົ້າຮ່ວມວາງສະແດງທັງໝົດ ຈຳນວນ 210 ຫ້ອງ, ໃນນັ້ນທຸລະກິດຈາກ ສສ ຫວຽດນາມ 120 ຫ້ອງ 76 ບໍລິສັດ, ມີປະເພດຜະລິດຕະພັນຢາ ແລະ ອຸປະກອນການແພດ, ຜະລິດຕະພັນກະສິກໍາ, ອາຫານທະເລ, ເຄື່ອງປລາສະຕິກ, ເຄື່ອງໃຊ້ສອຍອື່ນໆ… ຫົວໜ່ວຍທຸລະກິດຂອງ ສປປ ລາວ ເຂົ້າຮ່ວມ 96 ຫ້ອງ, 45 ບໍລິສັດ, ມີປະເພດສິນຄ້າກະສິກຳປຸງແຕ່ງ, ເຄື່ອງຫັດຖະກາ, ຜ້າໄໝ-ຜ້າຝ້າຍ, ໄມ້ແກະສະຫລັກ, ເຄື່ອງເຟີນີເຈີ ແລະ ສິນຄ້າໂອດອບ.

May be an image of 13 people and text
ໃນໂອກາດດຽວກັນກໍ່ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃນ ການຮ່ວມມືລະຫວ່າງກົມສົ່ງເສີມການຄ້າ ອຄ ສປປ ລາວ ກັບ ກົມສົ່ງເສີມການຄ້າ ອຄ ຫວຽດນາມ ແລະ ລະຫ່າງບໍລິສັດ ລາວ ແລະ ຫວຽດນາມ ຈຳນວນ 2 ສະບັບອີກດ້ວຍ.

May be an image of 10 people, dais and text