ກວດລຽບ 4 ລາງວັນພິເສດ ຈາກ Miss Universe Laos 2023 ໂຢ່ໂຢ້ ວານິພອນ

68

ກວດລຽບຫອບລາງວັນກັບບ້ານຢ່າງລົ້ນມື້ກັນເລີຍ ບອກເລີຍວ່າມາເພື່ອຄວ້າລາງວັນອີ່ຫຼີ ຕ້ອງຂໍສະແດງຄວາມຍິນດີກັບສາວຄົນນີ້ແທ້ໆ ໂຢ່ໂຢ້ ວານິພອນ ພູມີໄຊ ຜູ້ເຂົ້າປະກວດ Miss Universe Laos 2023 ເຊິ່ງມື້ Final ຄວ້າລາງວັນພິເສດກັບບ້ານໄດ້ເຖິງ 4ລາງວັນ ເຖິງງານນີ້ຈະບໍ່ໄດ້ມົງໃຫຍ່ ແຕ່ໄດ້ໃຈຜູ້ໃຫ້ການສະໜັບສະໜູນການປະກວດ ແລະ ແຟນໆໄປແບບເຕັມໆກັນເລີຍ ສະແດງຄວາມຊົມເຊີຍໃນຄວາມສາມາດຂອງນ້ອງອີ່ຫຼີ.

อาจเป็นรูปภาพของ 5 คน และ ข้อความ

ພາຍຫຼັງການປະກວດໄດ້ສິ້ນສຸດລົງ ສາວໂຢ່ໂຢ້ ກໍບໍ່ພາດທີ່ຈະກ່າວສະແດງຄວາມຮູ້ສຶກຂອງຕົນເອງ ຜ່ານໂພສ ສ່ວນຕົວວ່າ: “ ກ່ອນອື່ນໂຢ່ຕ້ອງຂໍຂອບໃຈກັບທຸກກຳລັງໃຈທີ່ສົ່ງໃຫ້ມາຕະຫຼອດ ຕັ້ງແຕ່ຕົ້ນຈົນຈົບ ບໍ່ວ່າຈະປີໃດຄົນກາເຊຍມາຕະຫຼອດ ຂອບໃຈຈາກໃຈ ໂຢ່ເຮັດເຕັມທີ່ໆສຸດແລ້ວ ບໍ່ເສຍໃຈເລີຍ ເພາະເຮັດໃຫ້ໂຢ່ໄດ້ປົດລ໋ອກຕົວເອງເປັນ new yoyo ອີ່ຫຼີເຮັດໃຫ້ເຫັນການປ່ຽນແປງ ການບໍ່ຢຸດທີ່ຈະພັດທະນາຕົວເອງຂຶ້ນເລື້ອຍໆ ແລະ ກໍຈະບໍ່ຢຸດແຕ່ເທົ່ານີ້ແນ່ນອນ ຂອບໃຈສະປອນເຊີ ລາງວັນພິເສດ 4 ລາງວັນ ( ຕົກໃຈບໍ່ຄິດວ່າຈະໄດ້ຫຼາຍຂະໜາດນີ້ ) ຂອບໃຈທີ່ເຫັນຫຍັງໃນຕົວຍິງຄົນນີ້: ລາງວັນ BODY PERFECT by Dr.Nith Beauty Center ໝໍນິດ, ລາງວັນ BEST SKIN by Rosegold Laos, ລາງວັນ BEST IN SWIMSUIT by Srichand, ລາງວັນ HEALTHY HAIR by TU perfect thailand ”.

อาจเป็นรูปภาพของ 1 คน และ ข้อความพูดว่า "T MISS BODY PERFECT MISS BEST SKIN MISS BEST IN SWIMSUIT M+L MISS HEALTHY HAIR"

ຂອບໃຈຄອບຄົວທີ່ບໍ່ວ່າຈະປີໃດກາຍັງມາເຊຍ ມາເປັນກຳລັງໃຈໃຫ້ຕະຫຼອດ ໂຢ່ຢາກຂອບໃຈເອື້ອຍ Souliyavong Alita ທີ່ເຫັນສັກກະຍະພາບຂອງຍິງຄົນນີ້ ຂອບໃຈເອື້ອຍສຳລັບທຸກສິ່ງທຸກຢ່າງທີ່ສົ່ງເສີມ ຊັບພອດນ້ອງ ເອື້ອຍຄືຄົນສຳຄັນທີ່ສຸດຂອງນ້ອງ ອາດຈະເຮັດໃຫ້ຜິດຫວັງແດ່ ແຕ່ກາຮັກເອື້ອຍ ອ້າຍເດີ ເອື້ອຍຄືແມ່ອີກຄົນຂອງນ້ອງ (ໂຢ່ປົດລ໋ອກຕົວເອງແລ້ວເດີ ).

ຂອບໃຈຊຸດຜ້າໄໝທີ່ຊັບພອດຕັ້ງແຕ່ຕົ້ນຈົນຈົບ ໃຫ້ກຳລັງໃຈຢູ່ເບື້ອງຫຼັງມາແຕ່ທຳອິດເລີຍ Phamai Antique Lao Textile ຂອບໃຈເອື້ອຍເຟື້ອງ ທີ່ຊ່ວຍເຫຼືອນ້ອງມາຕະຫຼອດ Thipphaphon Vedsa phong, ຂອບໃຈ ອາລີ້ Alie Xaythavone ທີ່ເຮັດໃຫ້ທຸກຢ່າງແຕ່ເໜືອຮອດໃຕ້ ອາດຈະບໍ່ເວົ້າຫຍັງ ແຕ່ກາເຮັດໃຫ້ເຫັນວ່າເຈົ້າຊ່ວຍເຫຼືອຂ້ອຍຫຼາຍສໍ່າໃດ.

อาจเป็นรูปภาพของ 5 คน และ ข้อความ

ຂອບໃຈ ເບຍ B’Beer Inthavong ທີ່ສອນຍ່າງ ເວລາບໍ່ຫຼາຍກາຍັງຈັດໃຫ້ເພື່ອຢາກສອນ ເປັນທັງຄູສອນຍ່າງ ຊ່າງແຕ່ງໜ້າ ຜູ້ດູແລມາຕະຫຼອດ ຂອບໃຈອີ່ຫຼີ, ຂອບໃຈອ້າຍໆ Aiy MerCi ເດີ ຮູບວີດີໂອຕັ້ງແຕ່ຕົ້ນຈົນຈົບຊ່ວຍເຫຼືອນ້ອງຄົນນີ້ແບບເຕັມທີ່ທີ່ສຸດ ແລະ ນ້ອງໆທຸກຄົນເດີທີ່ຊ່ວຍເຫຼືອຊິສ ມາຕະຫຼອດ ແລະ ອີກຫຼາຍໆທ່ານ. ພ້ອມ ນີ້, ຍັງຂອບໃຈທີມງານຊ່າງແຕ່ງໜ້າທຸກຄົນໃນທຸກໆຮອບ ທຸກຄົນຄືຊ່ວຍເຫຼືອໝົດທັງໆທີ່ບໍ່ໄດ້ແຕ່ງໜ້າໃຫ້ຍັງຊ່ວຍເຕັມທີ່ ຂອບໃຈສື່ ຂອບໃຈຂ່າວ ທີ່ຊັບພອດຜູ້ຍິງຄົນນີ້ມາຕະຫຼອດເດີ້ ຂອບໃຈກຳລັງໃຈຈາກທຸກຄົນອີ່ຫຼີ ໂຢ່ຮັບຮູ້ໄດ້ໝົດ ບາງຄົນກາໄຫ້ນຳກາມີ ບໍ່ເປັນຫຍັງເດີທຸກຄົນ ໂຢ່ສັນຍາຈະບໍ່ຢຸດພັດທະນາຕົວເອງ ຈະໄປຕໍ່ເລື້ອຍໆ ແລະ ບໍ່ຈົມປັກກັບສິ່ງເດີມໆ ຖ້າບໍ່ໄດ້ເອີ່ຍເຖິງໃຜກາຂໍໂທດເພາະຫຼາຍອີ່ຫຼີ ຂອບໃຈຢ່າງສຸດໃຈ ຕຳນານບໍ່ສະບາຍ ຢືນໄອຢູ່ເວທີ ”.

อาจเป็นรูปภาพของ 1 คน

ນີ້ກໍແມ່ນອີກໜຶ່ງຄວາມຮູ້ສຶກຈາກໃຈຂອງສາວງາມຄົນນີ້ ແລະ ສໍາລັບ ໂຢ່ໂຢ້ສາວຄົນນີ້ແມ່ນຄວ້າຕໍາແໜ່ງ ແລະ ມົງກຸດອັນຊົງຄຸນຄ່າມາແລ້ວໃນເວທີ Miss Vientiane ຫຼື ນາງສາວນະຄອນຫຼວງວຽງຈັນ 2017 ແລະ ເວທີ Miss Tourism Queen Laos 2018 ແລະ ຕໍາແໜ່ງທີ່ໃໝ່ໆຫຼ້າສຸດເລີຍກໍຄືຮອງອັນດັບສອງ Miss Universe Laos 2021 ແລະ ໃນປີນີ້ແມ່ນໄດ້ ຄວ້າຫຼາກຫຼາຍລາງວັນພິເສດໄປຄອງນັ້ນເອງ.

อาจเป็นรูปภาพของ 1 คน

ທ້າຍນີ້ຝາກແຟນໆຂ່າວບັນເທີງສາມາດຕິດຕາມຜົນງານ ແລະ ການເຄື່ອນໄຫວຂອງສາວງາມຄົນນີ້ໄດ້ເລີຍທີ່ ເຟສບຸ໊ກສ່ວນຕົວ YoYo Phoumixay.