ບໍລິສັດ ຍອດງື່ມພາວເວີ ເຊັນສັນຍາສໍາປະທານກິດຈະການຈໍາໜ່າຍພາຍໃນຂອງ ລນລ ສາຂາແຂວງຊຽງຂວາງ

25

ໂດຍປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1220/ຫສນຍ, ລົງວັນທີ 03 ກໍລະກົດ 2023 ທີ່ໄດ້ຕົກລົງອະນຸມັດໃຫ້ບໍລິສັດ ຍອດງື່ມພາວເວີ ມະຫາຊົນ ສຳປະທານກິດຈະການຈໍາໜ່າຍພາຍໃນຂອງລັດວິສາຫະກິດນໍ້າມັນເຊື້ອໄຟລາວ (ລນລ) ສາຂາແຂວງຊຽງຂວາງກຳນົດ 10 ປີ ແລະ ປະຕິບັດຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງການເງິນ ສະບັບເລກທີ 2170/ກງ, ລົງວັນທີ 20 ກໍລະກົດ 2023 ທີ່ອະນຸມັດໃຫ້ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ເຊັນສັນຍາສຳປະທານຮ່ວມກັບບໍລິສັດ ຍອດງື່ມພາວເວີ ມະຫາຊົນ.

No description available.

ສະນັ້ນ, ໃນວັນທີ 21 ກໍລະກົດ 2023 ຜ່ານມາ, ໄດ້ມີພິທີເຊັນສັນຍາສໍາປະທານກິດຈະການຈໍາໜ່າຍພາຍໃນຂອງ ລນລ ສາຂາແຂວງຊຽງຂວາງລະຫວ່າງລັດວິສາຫະກິດນໍ້າມັນເຊື້ອໄຟລາວກັບບໍລິສັດ ຍອດງື່ມພາວເວີ ມະຫາຊົນ, ໂດຍການເຂົ້າຮ່ວມເຊັນເປັນພະຍານຂອງທ່ານ ປະສົມເພັດ ຄຳຕັນ ວ່າການຫົວໜ້າກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ (ປລປ) ກະຊວງການເງິນ; ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກໍາ ແລະ ການຄ້າ; ທ່ານ ສີສັງຄົມ ໂຄດໂຍທາ ຜູ້ອໍານວຍການ ລນລ ແລະ ທ່ານ ສົມຫວັງ ຄຸຣຸລັດ ຜູ້ອຳນວຍການ, ພ້ອດ້ວຍຄະນະອຳນວຍການຂອງບໍລິສັດ ຍອດງື່ມພາວເວີ ມະຫາຊົນ.

ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະປະຕິຮູບ ລນລ ແລະ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງຫົວໜ້າຄະນະປະຕິຮູບ ລນລ.

No description available.

ໂອກາດນີ້, ທ່ານ ສີສັງຄົມ ໂຄດໂຍທາ, ຜູ້ອໍານວຍການ ລນລ ກ່າວບາງຕອນສໍາຄັນວ່າ: ໂຄງການດັ່ງກ່າວຖືເປັນໂຄງການຕົວແບບທີ່ທາງຄະນະປະຕິຮູບ ລນລ ໄດ້ຄົ້ນຄວ້າທົດລອງມອບໃຫ້ເອກະຊົນເຂົ້າມາສໍາປະທານກິດຈະການໃນກຳນົດ 10 ປີ ໂດຍຈະມີການຕິດຕາມ ແລະ ປະເມີນຜົນຕົວຈິງຢ່າງໃກ້ຊິດ, ຊຶ່ງນອກຈາກການໄດ້ຮັບຄ່າສຳປະທານດັ່ງທີ່ກ່າວມາແລ້ວນັ້ນ.

ຈຸດປະສົງຫຼັກຂອງໂຄງການດັ່ງກ່າວກໍແມ່ນເພື່ອສົ່ງເສີມພັດທະນາ ແລະ ຍົກລະດັບການໃຫ້ບໍລິການຂອງ ລນລ ໃຫ້ມີຄວາມທັນສະໄໝ, ໂປ່ງໃສ ແລະ ສາມາດແຂ່ງຂັນກັບປໍ້າເອກະຊົນອື່ນໄດ້ໃນອະນາຄົດ ແລະ ທີ່ສໍາຄັນທີ່ສຸດແມ່ນຜູ້ສຳປະທານ ຈະມອບອາຄານສິ່ງປຸກສ້າງທີ່ໄດ້ລົງທຶນປຸກສ້າງຂຶ້ນໃໝ່ທັງໝົດໃຫ້ເປັນກຳມະສິດຂອງ ລນລ ພາຍຫຼັງຄົບສັນຍາສຳປະທານ.ການຂົນຂວາຍໃຫ້ເອກະຊົນເຂົ້າມາລົງທຶນກໍແມ່ນເພື່ອດຶງເອົາທຶນຮອນ ແລະ ກົນໄກການບໍລິຫານທີ່ໂປ່ງໃສເຂັ້ມງວດ, ເພື່ອສ້າງການປ່ຽນແປງ ແລະ ປ່ຽນຖ່າຍວັດທະນະອົງກອນໃຫ້ໄປສູ່ຄວາມເປັນມືອາຊີບໃນອະນາຄົດ.

No description available.

ຂະນະດຽວກັນ, ທ່ານ ສົມຫວັງ ຄຸຣຸລັດ ໄດ້ມີຄໍາເຫັນວ່າ: ຂອບໃຈທີ່ໄດ້ເປັນສ່ວນໜຶ່ງໃນການປັບປຸງ ລນລ ທີ່ມີຢູ່ແລ້ວໃຫ້ທັນສະໄໝຍິ່ງຂຶ້ນ, ຊຶ່ງພວກເຮົາໄດ້ມີແຜນການດຳເນີນທຸລະກິດດັ່ງນີ້: ແຜນການທີ1: ຈະເຂົ້າມາປັບປຸງປໍ້ານໍ້າມັນຕົວແບບ (ປໍ້າໂພນງາມ) ຢູ່ເມືອງແປກ, ແຂວງຊຽງຂວາງໃຫ້ມີຄວາມທັນສະໄໝຄົບວົງຈອນຊຶ່ງຈະເລີ່ມລົງມືຈັດຕັ້ງປະຕິບັດໃນເດືອນຕຸລາ 2023 ເປັນຕົ້ນໄປ ຄາດວ່າປໍ້ານ້ຳມັນໂພນງາມຈະເປັນປໍ້າ 1 ໃນ 3 ປໍ້າທີ່ງາມທີ່ສຸດໃນປະເທດລາວ;ແຜນການທີ2: ຈະສືບຕໍ່ປັບປຸງປໍ້ານໍ້າມັນຕົວແທນໃນແຂວງຊຽງຂວາງ ແລະ ແຂວງຫົວພັນໃຫ້ມີຄວາມທັນສະໄໝເປັນຕົ້ນແມ່ນ: ການປັບປຸງພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ລັກສະນະສີສັນຂອງປໍ້າ, ອຸປະກອນ ແລະ ເຄື່ອງມືທັນສະໄໝ ລວມເຖິງລະບົບການບໍລິການຕ່າງໆໃຫ້ມີຄຸນນະພາບ.

No description available.

ສິ່ງທີສຳຄັນແມ່ນບັນດາປໍ້າຕົວແທນຈະຕ້ອງຊື້ນໍ້າມັນຈາກ ລນລ ທີ່ຈໍາໜ່າຍພາຍໃນເພື່ອປ້ອງກັນການນໍາເອົານໍ້າມັນມາຈາກບ່ອນອື່ນ ປ້ອງກັນປັນຫາເລື່ອງຄຸນນະພາບນໍ້າມັນ, ຊຶ່ງທາງບໍລິສັດມີໂຮງງານຜະລິດ ແລະ ໄດ້ຈໍາໜ່າຍໃຫ້ກັບ ລນລ; ຫລັງຈາກນັ້ນ ລນລ ຈະຈໍາໜ່າຍໃຫ້ກັບບັນດາປໍ້ານໍ້າມັນຕົວແທນທີ່ເປັນລູກຄ້າໃນແຕ່ລະຂົງເຂດ;

ແຜນການທີ3: ສ່ວນການເຂົ້າມາບໍລິຫານໃນຄັ້ງນີ້ ແມ່ນຈະເລິ່ມຈາກການເພີ່ມເງິນເດືອນພື້ນຖານຂອງພະນັກງານທີ່ມີຢູ່ ຈະເພີ່ມຈາກເກົ່າ 10% ເລີ່ມຈາກເດືອນຕຸລາ 2023 ເປັນຕົ້ນໄປ. ນອກນັ້ນ, ຍັງມີສະຫວັດດີການທີດີ ເຊັ່ນ ຄ່າອາຫານ, ປະກັນສັງຄົມ ແລະ ເງີນຊ່ວຍເຫຼືອຕ່າງໆພ້ອມ.

No description available.

ສໍາລັບໂຄງການດັ່ງກ່າວຖືເປັນໂຄງການຕົ້ນແບບທໍາອິດ ທີ່ໄດ້ທົດລອງມອບໃຫ້ເອກະຊົນເຂົ້າມາສໍາປະທານກິດຈະການໃນກໍານົດ 10 ປີ ໂດຍຈະມີການຕິດຕາມ ແລະ ປະເມີນຜົນຕົວຈິງຢ່າງໃກ້ຊິດ,ຊຶ່ງນອກຈາກການໄດ້ຮັບຄ່າສໍາປະທານດັ່ງທີ່ກ່າວມາແລ້ວນັ້ນຈຸດປະສົງຫຼັກຂອງໂຄງການດັ່ງກ່າວກໍແມ່ນເພື່ອສົ່ງເສີມພັດທະນາ ແລະ ຍົກລະດັບການໃຫ້ບໍລິການຂອງລັດວິສາຫະກິດນໍ້າມັນເຊື້ອໄຟລາວໃຫ້ມີຄວາມທັນສະໄໝຄົບວົງຈອນ ແລະ ສາມາດແຂ່ງຂັນກັບປໍ້າເອກະຊົນອື່ນໄດ້ໃນອານາຄົດ, ແລະ ທີ່ສໍາຄັນທີ່ສຸດແມ່ນເພື່ອເປັນການປັບປຸງກົນໄກການບໍລິຫານໃຫ້ມີຄວາມໂປ່ງໃສເຂັ້ມງວດ ເພື່ອສ້າງການປ່ຽນແປງ ແລະ ປ່ຽນຖ່າຍວັດທະນະອົງກອນໃຫ້ໄປສູ່ຄວາມເປັນມືອາຊີບໃນອານາຄົດຕໍ່ໜ້າ.