ການສົ່ງອອກຂອງຄາຊັກສະຖານ ໄປ ຣັດເຊຍ ເພີ່ມຂຶ້ນ 45%

13

ເວັບໄຊສໍານັກຂ່າວ BNews.vn ລາຍງານວ່າ: ຕາມຂໍ້ມູນເບື້ອງຕົ້ນຈາກສໍານັກງານສະຖິຕິແຫ່ງຊາດຂອງຄາຊັກສະຖານ, ໃນໄລຍະເດືອນ 1 – 5 ປີນີ້ ຄາຊັກສະຖານ ສົ່ງອອກສິນຄ້າໄປຍັງ ຣັດເຊຍ ມີມູນຄ່າລວມ 4,04 ຕື້ໂດລາ ເພີ່ມຂຶ້ນ 45% ຈາກ 2,79 ຕື້ໂດລາ ໃນໄລຍະດຽວກັນຂອງປີຜ່ານມາ.

ຂະນະທີ່ການຄ້າທະວິພາຄີ ລະຫວ່າງ ຄາຊັກສະຖານ ແລະ ຣັດເຊຍ ໃນໄລຍະ 1 – 5 ປີນີ້ ຢູທີ່ 10,5 ຕື້ໂດລາ ເຊິ່ງໃນໄລຍະດຽວກັນຂອງປີຜ່ານມາ ຢູ່ທີ່ 9,59 ຕື້ໂດລາ; ສ່ວນແບ່ງຂອງສະຫະພັນຣັດເຊຍ ໃນການຄ້າຂອງຄາຊັກສະຖານ ເພີ່ມຂຶ້ນຈາກ 18,6% ມາເປັນ 18,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ສ່ວນການຄ້າໂດຍລວມຂອງຄາຊັກສະຖານ ກັບ ກຸ່ມປະເທດສະຫະພາບເສດຖະກິດຢູເຣເຊຍ ( EAEU ) ໃນໄລຍະ 5 ເດືອນຕົ້ນປີນີ້ ກໍເພີ່ມຂຶ້ນ 10,5% ທຽບເປັນລາຍປີ ສູ່ລະດັບ 11,43 ຕື້ໂດລາ.

ມູນຄ່າສົ່ງອອກ ແລະ ນໍາເຂົ້າລວມຂອງຄາຊັກສະຖານ ກັບສະຫະພາບເອີຣົບ ( EU ) ໃນໄລຍະດຽວກັນຂອງການລາຍງານ ກໍເພີ່ມຂຶ້ນຈາກ 17,15 ຕື້ໂດລາ ມາເປັນ 17,17 ຕື້ໂດລາ.

ທ່ານ Mikhail Mishustin ນາຍົກລັດຖະມົນຕີຂອງຣັດເຊຍ ກ່າວວ່າ: ມູນຄ່າການຄ້າ ລະຫວ່າງ ຣັດເຊຍ ແລະ ຄາຊັກສະຖານ ໃນປີຜ່ານມາ ສູງເຖິງ 2 ລ້ານໆຣູເບິລ ສູງສຸດເປັນປະຫວັດການ.