ຮ່ວມມືເຊື່ອມໂຍງສິນຄ້າ ລະຫວ່າງສອງສະພາການຄ້າ ແລະ ອຸດສາຫະກໍາ

145

ວັນທີ 15 ກໍລະກົດ 2023 ທີ່ຜ່ານມາ, ທີ່ ຫ້ອງປະຊຸມ ໂຮງແຮມ ສິງຫາ ເມືອງໄຊ ແຂວງອຸດົມໄຊ. ໄດ້ມີພິທີເຊັນບົດບັນທຶກ ການຮ່ວມມື ແລະ ແຮກສ່ຽວ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ ແລະ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫລວງວຽງຈັນ,

อาจเป็นรูปภาพของ 12 คน, แท่นบรรยาย และ ข้อความ

ໂດຍພິທີດັ່ງກ່າວ ເປັນກຽດຮ່ວມເປັນປະທານໂດຍ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ແລະ ທ່ານ ບຸນເລີດ ຫລວງປະເສີດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຜູ້ຊີ້ນຳວຽກງານ ສ້າງຄວາມເຂັ້ມແຂງໃຫ້ທ່ອງຖິ່ນ ແລະ ຮ່ວມເປັນສັກຂີພິຍານໂດຍ ທ່ານນາງ ວັນມະນີ ພິມມະສານ ຫົວຫນ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ, ທ່ານນາງ ໄມພອນ ສີລິວົງ ຫົວຫນ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ, ທ່ານ ປະທານ ຮອງປະທານ ຄະນະບໍລິຫານງານ ແລະ ພະນັກງານຫ້ອງການ ສຄອ ສອງແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

อาจเป็นรูปภาพของ 7 คน, ผู้คนกำลังอ่านหนังสือ, แท่นบรรยาย และ ข้อความ

ໂດຍຈຸດປະສົງຂອງການຮ່ວມມືລະຫວ່າງສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊໃນຄັ້ງນີ້ ແມ່ນມີຈຸດປະສົງເພື່ອການຮ່ວມມື , ແລກປ່ຽນ ແລະ ເຊື່ອມໂຍງສິນຄ້າ ລະຫວ່າງສອງສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງຈັນ-ອຸດົມໄຊ.

อาจเป็นรูปภาพของ 9 คน, แท่นบรรยาย และ ข้อความ

ໂດຍ: ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ