ຄືກຄັກພິເສດ ງານມະຫາກໍາການຊອກວຽກ 108 JOB ຢູ່ຄຳມ່ວນ

84

ນັບແຕ່ເກີດການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາເຮັດໃຫ້ສະພາບເສດຖະກິດຖົດຖອຍພໍສົມຄວນບໍ່ວ່າຈະເປັນພາຍໃນ ຫຼື ຕ່າງປະເທດ ເວົ້າສະເພາະ ສປປ ລາວເຮົາແມ່ນມີຜູ້ວ່າງງານເພີ່ມຂຶ້ນ ຜູ້ປະລະການຮຽນກໍ່ເຊັ່ນດຽວກັນ ສະນັ້ນ ເພື່ອເປັນການແກ້ໄຂບັນຫາໄພວ່າງງານ 108 Job ໄດ້ໄປຈັດງານຕະຫຼາດນັດຫາວຽກເຮັດງານທຳຢູ່ແຂວງຄຳມ່ວນລະຫວ່າງວັນທີ 14-15 ກໍລະກົດຜ່ານມາ.

May be an image of 13 people, people studying, hospital and text

ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນວຽກເຮັດງານທໍາ ວີແທດ ( VTESS) ໄດ້ຈັດງານມະຫາກໍາຊອກວຽກເຮັດງານທໍາ 108 JOB ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ມີທ່ານ ສາຍຄໍາ ພັນທະວົງ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີຄະນະພະແນກສຶກສາທິການ ແລະ ກິລາແຂວງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ພາກສ່ວນສະຖາບັນການສຶກສາ, ບັນດາພະແນກການອ້ອມຂ້າງແຂວງ, ຕາງໜ້າຄະນະຮັບຜິດຊອບໂຄງການວີແທດ, ອົງການສະວີສຄອນແທັກ, ພ້ອມດ້ວຍຂະແໜງການກ່ຽວຂ້ອງ  ຕະຫລອດຮອດມວນຊົນທີ່ສົນໃຈ ເຂົ້າຮ່ວມໃນໂຄງການຢ່າງຫຼວງຫຼາຍ.

May be an image of 14 people
ໂອກາດກ່າວມີຄໍາເຫັນເປີດງານຢ່າງເປັນທາງການຂອງ ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ໄດ້ກ່າວບາງຕອນວ່າ : ການສະໜັບສະໜູນສ້າງວຽກເຮັດງານທໍາຂອງໂຄງການນີ້ ແມ່ນມີຄວາມສໍາຄັນຫລາຍໂດຍມີເປົ້າໝາຍເລັ່ງໃສ່ເພື່ອສະໜອງການຝຶກອົບ ຮົມວິຊາຊີບ ສອດຄ່ອງກັບຄວາມຕ້ອງການຂອງຕະຫລາດແຮງງານ ສຸມໃສ່ກຸ່ມເປົ້າໝາຍຜູ້ດ້ອຍໂອກາດທີ່ນອນໃນເກນອາຍຸ 15-35 ປີ, ຜູ້ບໍ່ມີວຽກເຮັດງານທໍາໃຫ້ສາມາດປະກອບອາຊີບດ້ວຍຕົນເອງ, ສ້າງລາຍຮັບກຸ້ມຕົນເອງ.

May be an image of 8 people and text

ຈຸດປະສົງຂອງການຈັດງານມະຫາກໍາຄັ້ງນີ້ ກໍ່ເພື່ອເຕົ້າໂຮມເອົາຜູ້ອອກແຮງງານ, ໄວໜຸ່ມທີ່ຊອກວຽກເຮັດງານທໍາ ແລະ ບັນດາບໍລິສັດ, ອົງກອນຕ່າງໆ ເພື່ອໃຫ້ຜູ້ຊອກວຽກໄດ້ຮັບການຈ້າງງານ, ເປັນການສະໜອງວຽກເຮັດງານທໍາຜ່ານການເຊື່ອມໂຍງບັນດາບໍລິສັດ ແລະ ບັນດາຄົນຊອກວຽກໃຫ້ມາພົບກັນ ໃຫ້ເກີດເປັນການຈ້າງງານ ແລະ ຫລຸດຜ່ອນບັນຫາການວ່າງວຽກຂອງປະຊາຊົນໃນແຂວງຄໍາມ່ວນ, ທັງເປັນການສ້າງຄວາມພ້ອມໃຫ້ກັບບັນດາຄົນຊອກວຽກໃຫ້ມີທັກສະໃນການຊອກວຽກ ແລະ ປະກອບອາຊີບ, ເປັນການເປີດໂອກາດເຕົ້າໂຮມຜູ້ຊອກວຽກເຮັດງານທໍາ ຢູ່ແຂວງຄໍາມ່ວນ ໄດ້ພົບປະກັບຜູ້ຈ້າງງານ ທັງຢູ່ພາຍໃນແຂວງ ແລະ ມາຈາກຫລາຍແຂວງໃກ້ຄຽງ ສ້າງເງື່ອນໄຂໃຫ້ຜູ້ຊອກວຽກເຮັດງານທໍາໄດ້ເຂົ້າເຖິງການຝຶກອົບຮົມໃນຫລາຍຫົວຂໍ້ ເພື່ອກະກຽມຄວາມພ້ອມຂອງຜູ້ຕ້ອງການຊອກຫາວຽກເຮັດງານທໍາ.

May be an image of 8 people, people studying and table
ພາຍໃນງານປະກອບດ້ວຍຫລາຍກິດຈະກໍາທີ່ສົ່ງເສີມການມີວຽກເຮັດງານທໍາເຊັ່ນ : ການພົບປະກັບບັນດາບໍລິສັດເກືອບ 30 ບໍລິສັດ ທີ່ມາເປີດບູດຮັບສະໝັກພະນັກງານ ໃນຈໍານວນຫລາຍກວ່າ 300 ຕໍາແໜ່ງ, ນອກນັ້ນ ໄດ້ຈັດເວທີເສວະນາ ກ່ຽວກັບການຈ້າງງານ, ຄຸນສົມບັດ ແລະ ທັກສະຂອງຜູ້ສະໝັກທີ່ນາຍຈ້າງຕ້ອງການ, ກິດຈະກໍາຝຶກຂຽນຊີວະປະຫວັດສະໝັກວຽກ, ການຝຶກຊ້ອມສໍາພາດວຽກ, ການເຮັດແບບປະເມີນຄວາມສົນໃຈດ້ານອາຊີບ, ຈຸດວາງສະແດງຂໍ້ມູນອາຊີບ. ພ້ອມດ້ວຍການຝຶກອົບຮົມໃນຫລາຍຫົວຂໍ້ເຊັ່ນ : ການກຽມຄວາມພ້ອມໃນການສະໝັກວຽກ, ການຄົ້ນຫາຕົນເອງ ແລະ ການຕັ້ງເປົ້າໝາຍ, ລວມທັງມາລະຍາດທາງທຸລະກິດ, ການປະກອບອາຊີບດ້ວຍຕົນເອງ ແລະ ກິດຈະກໍາອື່ນໆ ທີ່ຫລາກຫລາຍ.

May be an image of 6 people and text