ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເອົາໃຈໃສ່ປະຕິບັດລະບຽບການຢ່າງເຂັ້ມງວດ ພັດທະນາເຂດໃຫ້ກາຍເປັນເມືອງແຫ່ງການທ່ອງທ່ຽວໃນລະດັບສາກົນ

63

ຕອນບ່າຍວັນທີ 12 ກໍລະກົດ 2023  ຄະນະຄຸ້ມຄອງ​ເຂດເສດຖະກິດພິເສດແຂວງບໍ່ແກ້ວ ຮ່ວມກັບ ກອງບັນຊາການ ປກສ ເຂດ ແລະ ສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ຈັດຕັ້ງການເຜີຍແຜ່ລະບຽບການ, ມາດຕະກວດກາ ແລະ ປາບປາມອາຊະຍາກຳສໍ້ໂກງທາງອອນລາຍຂຶ້ນ ໂດຍການເປັນຄະນະປະທານຂອງ ທ່ານ ບຸນທອງ ແສງສີກອງ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ, ມີທ່ານ ພັນເອກ ອານຸສິນ ສັກປະເສີດ ຫົວໜ້າກອງບັນຊາການ ປກສ ເຂດ, ທ່ານ ຫວາງເອີ້ປາວ ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດດອກງິ້ວຄຳ ຈຳກັດ ພ້ອມດ້ວຍບັນດາທ່ານຫົວໜ້າ, ຮອງຫົວໜ້າຈາກຂະແໜງການຂອງເຂດ, ການນຳເມືອງຕົ້ນເຜິ້ງ, ຜູ້ປະກອບການ-ຫົວໜ່ວຍທຸລະກິດເຂົ້າຮ່ວມ 500 ກວ່າຄົນ, ຍິງ 50 ຄົນ.


ທ່ານ ບຸນທອງ ແສງສີກອງ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ກ່າວວ່າ: ເປົ້າໝາຍຂອງການສ້າງຕັ້ງ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ແມ່ນການສ້າງໃຫ້ກາຍເປັນເມືອງແຫ່ງການທ່ອງທ່ຽວໃນລະດັບສາກົນ ແລະ ພາກພື້ນທີ່ມີຄວາມສາມັກຄີປອງດອງ, ສັງຄົມມີຄວາມສະຫງົບໝັ້ນຄົງ, ເປັນລະບຽບຮຽບຮ້ອຍ ແລະ ມີຄວາມກົມກຽວ ທາງດ້ານການລົງທຶນຂອງນັກທຸລະກິດດ້ານຕ່າງໆ.


ທ່ານພັນເອກ ອານຸສິນ ສັກປະເສີດ ຫົວໜ້າກອງບັນຊາການ ປກສ ເຂດ ກ່າວວ່າ: ເພື່ອຈັດຕັ້ງຜັນຂະຫຍາຍມະຕິ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງປ້ອງ​ກັນ​ຄວາມ​ສະຫງົບ​ຂອງລາວ ​ແລະ ຈີນ ແລະ ທິດຊີ້ນຳຂອງ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງ​ກັນ​ຄວາມ​ສະຫງົບ​ ກ່ຽວກັບການປາບປາມກິດຈະການກ່ຽວກັບຄໍເຊັນເຕີ ຫຼື ສໍ້ໂກງທາງອອນລາຍ ທີ່ຜິດກົດໝາຍ ແລະ ອື່ນໆ ໃຫ້ບັນດາຫົວໜ່ວຍທຸລະກິດ, ບຸກຄົນ, ນິຕິບຸກຄົນທີ່ທຳທຸລະກິດຕ່າງໆຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ຮັບຮູ້ເຂົ້າໃຈກ່ຽວກັບການກຳນົດມາດຕະການ, ລະບຽບການ, ການຕິດຕາມ, ກວດກາ, ການສະກັດກັ້ນ ແລະ ການເກືອດຫ້າມສໍ້ໂກງທາງອອນລາຍ, ບັນຫາການມົ້ວສຸມສິ່ງເສບຕິດ, ສິດເສລີພາບຂອງແຮງງານ, ຫ້າມການຊື້ຂາຍແຮງງານແບບໂອນລະຫວ່າງບໍລິສັດນີ້ໃຫ້ບໍລິສັດອື່ນ, ການລັກລອບເຂົ້າ-ອອກເມືອງຂອງແຮງງານທີ່ບໍ່ຖືກຕ້ອງ, ການນຳໃຊ້-ພົກພາອາວຸດທີ່ບໍ່ຖືກຕ້ອງ, ບັນຫາອາຊະຍາກຳ, ຂີ້ລັກງັດແງະ​ແລະ​ການລົງໂທດ, ປັບໄໝ ແລະ ດຳເນີນຄະດີຢ່າງເດັດຂາດຕໍ່ຜູ້ທີ່ລະເມີດ.


ນອກຈາກນີ້,​ ທ່ານ ຫວາງເອີ້ປາວ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດດອກງິ້ວຄຳຈຳກັດ ກໍໄດ້ມີຄຳເຫັນຮຽກຮ້ອງມາຍັງນັກທຸລະກິດ, ຜູ້ປະກອບການທຸກພາກສ່ວນຕ້ອງໄດ້ໃຫ້ການຮ່ວມມືປະຕິບັດຕາມລະບຽບຢ່າງເຂັ້ມງວດ ແລະ ໃຫ້ການສະໜັບສະໜູນວຽກງານນິຕິກຳຕ່າງໆຂອງພັກ-ລັດ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໃຫ້ມີຄວາມເຂັ້ມແຂງ ໂດຍບໍ່ອະນຸຍາດໃຫ້ຫົວໜ່ວຍບໍລິສັດ ແລະ ຜູ້ປະກອບການເຄື່ອນໄຫວກິດຈະການທີ່ຄັດກັບລະບຽບກົດໝາຍ ຫຼື ມ້າງເພທຳລາຍຜົນງານການພັດທະນາເຂດ ລວມທັງພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງໃຫ້ການຮ່ວມມື ແລະ ເຄື່ອນໄຫວທຸລະກິດຂອງຕົນ ໃຫ້ຖືກຕ້ອງສອດຄ່ອງຕາມລະບຽບການ. ທັ້ງນີ້ກໍ່ເພື່ອແນ່ໃສ່ເຮັດໃຫ້ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຂອງພວກເຮົາໄດ້ມີການພັດທະນາຕາມແນວທາງນະໂຍບາຍຂອງພັກ-ລັດ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ມີຄວາມສີວິໄລຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.


ແຫລ່ງຂໍ້ມູນ: ຫ້ອງການສະພາບໍລິຫານເຂດເສດຖະກິດພິເສດສາມຫລ່ຽມຄຳ