ປະຊາຊົນ 4 ບ້ານສາມັກຄີສ້ອມແປງຂົວຫ້ວຍນໍ້າຫວ້າ ບ້ານນາຕັ້ງໃຈ

51

ເປັນຂ່າວທີ່ໜ້າຊື່ນຊົມ ແລະຢາກໃຫ້ເກີດໃນທຸກກຸ່ມບ້ານ ຄວາມສະໝານສະມັກຄີ ສ້ອມແປງຖະໜົນຫົນທາງ ເພື່ອຄວາມສະດວກຂອງພໍ່ແມ່ປະຊາຊົນເອງ ບໍລໍຖ້າບໍ່ເອື່ອຍອີງຄືທີ່ສຸດແລ້ວ.

May be an image of 5 people and lumberyard
ໃນຄັ້ງວັນທີ 13 ກໍລະກົດ 2023 ທີ່ຜ່ານມາ ທ່ານ ຄູນໄຊ ໄພປັນຍາ ຮອງເຈົ້າເມືອງບົວລະພາ ພ້ອມດ້ວຍການນຳພາຍໃນເມືອງ ໄດ້ລົງເຄື່ອນໄຫວຕິດຕາມການສ້ອມແປງຂົວຫວ້ຍນໍ້າຫວ້າ ຢູ່ທີ່ ບ້ານນາຕັ້ງໃຈ ເມືອງບົວລະພາໂດຍມີຄະນະກໍ່ສ້າງຮາກຖານກຸ້ມບ້ານ,ນາຍບ້ານ ແລະ ກ້ອນກຳລັງຈາກ ພໍ່ແມ່ປະຊາຊົນທັງ 4 ບ້ານເຂົ້າຮ່ວມຄື: ບ້ານ ນາຕັ້ງໃຈ, ບ້ານ ກະແຕ້, ບ້ານແສນພັນ ບ້ານ ກະຈາມນ້ອຍ ແລະ ກະຈາມໃຫ່ຍ ເຂົ້າຮ່ວມໃນການສ້ອມແປງຂົວຄັ້ງນີ້ຢ່າງພ້ອມພຽງ.

May be an image of 5 people and tree
ເຊີ່ງຂົວດັ່ງກ່າວແມ່ນໄດ້ເປ່ເພຫຼາຍໃນໄລຍະຜ່ານມາເຮັດໃຫ້ການສັນຈອນໄປມາຂອງພໍ່ແມ່ປະຊາຊົນລະຫວ່າງບ້ານຫາບ້ານ ແລະ ບ້ານຫາເມືອງ ມີຄວາມຫຍຸ້ງຍາກ ດັ່ງນັ້ນທາງເມືອງຈື່ງໄດ້ສົມທົບກັບຄະນະກໍ່ສ້າງຮາກຖານກຸ້ມບ້ານ ພະນັກງານ ແລະ ພໍ່ແມ່ປະຊາຊົນບ້ານທີ່ຕິດກັບ ແລະ ບ້ານທີ່ໃກ້ຄຽງພ້ອມກັນ ສ້າງຂະບວນການອອກແຮງງານສ້ອມແປງຂົວທີ່ເປ່ເພຄືນໃຫ່ມໃຫ້ກັບມາໃຊ້ງານໄດ້ປົກກະຕິເຮັດໃຫ້ການສັນຈອນໄປມາຂອງພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ເມືອງໄດ້ມີຄວາມສະດວກສະບາຍຫຼາຍຂື້ນຕື່ມ.