ຄວ້າອີກໜຶ່ງຕໍາແໜ່ງໜຸ່ມເອລາວັນ ຮອງອັນດັບ 1 Mister Universe Laos

37

ຍັງຢູ່ກັນກັບໜຸ່ມໆທີ່ຄວ້າໄຊຊະກັບຕໍາແໜ່ງໃນເວທີ Mister Universe Laos 2023 ພາຍຫຼັງທີ່ປະກາດຜົນໄປໃໝ່ໆໝາດໆນີ້ ກອງເຊຍກໍມີເຮໄປຕາມໆກັນ ເພາະທັງສາມໜຸ່ມທີ່ໄດ້ຮັບການປະກາດໄປ ເອີ້ນໄດ້ວ່າເປັນທີ່ຖືກອົກຖືກໃຈກັນສຸດໆ ແລະ ໜຶ່ງໃນນັ້ນຜູ້ທີ່ໄດ້ຮັບຕໍາແໜ່ງແມ່ນຕ້ອງຂໍສະແດງຄວາມຍິນດີກັບໜຸ່ມຕ້ອມ ເອລະວັນ ສິຣິພັດ ຕົວແທນນໍາສະເໜີແຂວງສາລະວັນ ຄວ້າຕໍາແໜ່ງຮອງອັນດັບໜຶ່ງຈາກເວທີ Mister Universe Laos 2023 ໄປຄອງໄດ້ຢ່າງສະຫງ່າງາມ.

ຂ່າວບັນເທີງຈະພາມາຮູ້ຈັກໜຸ່ມຄົນນີ້ໃຫ້ຫຼາຍຂຶ້ນ ສໍາລັບໜຸ່ມຄົນນີ້ແມ່ນຜູ້ທີ່ມີຄວາມໂດດເດັ່ນ ແລະ ມີຄວາມສາມາດທີ່ຫຼາກຫຼາຍອີກໜຶ່ງຄົນ ບໍ່ວ່າຈະເປັນການເດີນແບບ, ການສະແດງຊີຣີ, ການຖ່າຍໂຄສະນາຕ່າງໆ ກໍຜ່ານມາໝົດແລ້ວ ແລະ ໜຸ່ມເອລະວັນ ສີຣິພັດ ດີກຣີບໍ່ທໍາມະດາເລີຍ ເນື່ອງຈາກວ່າ ໄດ້ດໍາລົງຕໍາແໜ່ງ Mister Friendships Laos, ສຳລັບຜົນງານທີ່ຜ່ານມານ້ອງໄດ້ເປັນເຖິງ Top 5 model laos ( laos fashion week ) ແລະ Mr Grand laos 2021 ອີກດ້ວຍ. ນອກນັ້ນຍັງມີຜົນງານຊີຣີ ຫຼັງພົມແດງທີ່ໄດ້ອອກອາກາດໃຫ້ໄດ້ຮັບຊົມກັນແລ້ວ.


ຈາກການໃຫ້ຂໍ້ມູນກັບໂຄງການປະກວດ Mister Universe Laos ຕ້ອມ ໄດ້ມີໂຄງການ ການກຸສົນທີ່ຢາກສົ່ງເສີມນັ້ນກໍຄືການສົ່ງເສີມການສຶກສາ, ຊ່ວຍເຫຼືອຄົນທຸກຍາກຂາດແຄນ, ຜູ້ດ້ອຍໂອກາດ ແລະ ຮ່ວມການບໍລິຈາກເລືອດ.
ສໍາລັບເປົ້າໝາຍສູງສຸດໃນຊີວິດແມ່ນຢາກເປັນຄົນທີ່ສາມາດເບິ່ງແຍງຄອບຄົວຄົນອ້ອມຂ້າງ, ເປັນແບບຢ່າງທີ່ດີໃຫ້ກັບຄົນອື່ນໄດ້ ແລະ ໃນມື້ນີ້ຄວາມຝັນຂອງນ້ອງກໍເປັນຈິງ ຄວ້າຕໍາແໜ່ງຮອງອັນດັບໜຶ່ງ Mister Universe Laos 2023 ປີນີ້ໄປຄອບຄອງໄດ້ ໜຸ່ມຕ້ອມ ຈະມີໂຄງການດີໆເພື່ອສັງຄົມອອກມາໃຫ້ໄດ້ຕິດຕາມແນ່ນອນເລີຍ.

ນອກຈາກນີ້ ໜຸ່ມຄົນນີ້ແມ່ນເປັນຄົນທີ່ມັນອອກກຳລັງກາຍທີ່ສຸດ ບໍ່ວ່າຈະເປັນຕີດອກປີກໄກ່,ເຕະບານ, ຂີ່ລົດຖີບ, ເຂົ້າຟິດເນັດ ແລະ ບາງຄັ້ງກໍມັກໄປຍ່າງພູຍ່າງຜາຊົມທຳມະຊາດ, ກິນເຂົ້າປ່າ, ສັງສັນນຳໝູ່ຄູ່.
ສຸດທ້າຍນີ້ຂ່າວບັນເທີງຂໍຝາກທຸກຄົນຕິດຕາມຜົນງານ ແລະ ສະໜັບສະໜູນໜຸ່ມຫຼໍ່ ແລະ ການເຄື່ອນໄຫວໜຸ່ມເອ ໄດ້ທີ່ Alavanh Siriphath ນັ້ນເອງ.