ໄອເອັມເອັຟ ອະນຸມັດເງິນກູ້ເກືອບ 160 ລ້ານໂດລາສະໜັບສະໜູນປະເທດ ໄນເຈີ

11

ເວັບໄຊສຳນັກຂ່າວ BNews.vn ລາຍງານວ່າ: ເມື່ອວັນເສົາທີ 8 ກໍລະກົດຜ່ານມາ, ລັດຖະບານ ໄນເຈີ ເປີດເຜີຍວ່າ ກອງທຶນການເງິນລະຫວ່າງປະເທດ ໄອເອັມເອັຟ ( IMF ) ໄດ້ອະນຸມັດຜົນການປະເມີນໂຄງການເສດຖະກິດ ແລະ ການເງິນຂອງໄນເຈີ ຄັ້ງທີ 3 ໃນໄລຍະປີ 2021 – 2024 ເຊິ່ງໄດ້ສະໜັບສະໜູນຈາກກອງທຶນຂະຫຍາຍສິນເຊື່ອ ( ECF ) ແລະ ກອງທຶນເພື່ອການຟື້ນຟູ ແລະ ຄວາມຍືນຍົງ ( RSF ).

ການອະນຸມັດດັ່ງກ່າວ ໄດ້ເຮັດໃຫ້ສາມາດເບີກຈ່າຍສິນເຊື່ອໄດ້ 2 ບ້ວງເງິນກູ້ທີ່ຕ່າງກັນ ໂດຍສະເພາະການປະເມີນໄດ້ສຳເລັດ ສາມາດເບີກຈ່າຍໄດ້ທັນທີ ຈໍານວນ 26,3 ລ້ານໂດລາ. ນອກນີ້, ກໍຍັງມີຂໍ້ຕົກລົງທີ່ກ່ຽວຂ້ອງກັບກອງທຶນອໍານວຍ ຄວາມສະດວກໃນການປັບຕົວ ແລະ ຄວາມຍືນຍົງ ( RSF ) ຈໍານວນ 131,5 ລ້ານໂດລາ ເຊິ່ງທັງ 2 ບ້ວງນີ້ ຄາດວ່າຈະສົ່ງເສີມການພັດທະນາແຫຼ່ງເງິນທຶນ ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.

ຂະນະທີ່ຜູ້ສັງເກດການໃນທ້ອງຖິ່ນຂອງໄນເຈີ ໄດ້ໃຫ້ຂໍ້ສັງເກດວ່າ: ໂຄງການສະໜອງເງິນສະໜັບສະໜູນດັ່ງກ່າວນີ້ ມີເປົ້າໝາຍເພື່ອເພີ່ມສະຖຽນລະພາບຂອງເສດຖະກິດມະຫາພາກ ແລະ ພ້ອມກັນນັ້ນ ກໍວາງຮາກຖານສຳລັບການເຕີບໂຕທີ່ແຂງແກ່ນ ແລະ ຄວບຄຸມເສດຖະກິດຫຼາຍຂຶ້ນໃນປະເທດໄນເຈີ.

ແຫຼ່ງຂ່າວຍັງລະບຸວ່າ: ໂຄງການນີ້ຂະຫຍາຍໄປເຖິງເດືອນມິຖຸນາ ປີ 2025 ເພື່ອໃຫ້ມີເວລາດຳເນີນການປະຕິຮູບທີ່ສຳຄັນ ແລະ ສະໜັບສະໜູນຄວາມພະຍາຍາມໃນການຮວບຮວມການເງິນຂອງລັດຖະບານ.