ລາຄາອາຫານໂລກ ຫຼຸດລົງຕ່ຳສຸດໃນຮອບ 2 ປີ

18

ສຳນັກຂ່າວຣອຍເຕີລາຍງານວ່າ ອົງການອາຫານ ແລະ ການກະເສດ ( FAO ) ຂອງອົງການສະຫະປະຊາຊາດ ເປີດເຜີຍເມື່ອວັນທີ 7 ກໍລະກົດຜ່ານມາວ່າ: ດັດສະນີລາຄາອາຫານໂລກຫຼຸດລົງ ເຊິ່ງຄຳນວນຈາກລາຄາສິນຄ້າ ແລະ ອາຫານທົ່ວໂລກ ສ່ວນ   ໃຫຍ່ຫຼຸດລົງ ສະເລ່ຍຢູ່ທີ່ 122,3 ຈຸດ ໃນເດືອນມິຖຸນາ 2023 ຫຼຸດລົງຈາກ 124,0 ຈຸດໃນເດືອນພຶດສະພາ.

ລາຍງານລະບຸວ່າ: ດັດສະນີລາຄາອາຫານໂລກ ໃນເດືອນມິຖຸນາເປັນລະດັບຕ່ຳສຸດ ນັບແຕ່ເດືອນມີນາ 2021 ເປັນຕົ້ນມາ ແລະ ໄດ້ຫຼຸດລົງເຖິງ 23,4% ແລ້ວ ຈາກລະດັບສູງສຸດເປັນປະຫວັດການໃນເດືອນພຶດສະພາ 2022, ພາຍຫຼັງເກີດຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ.

ອົງການອາຫານ ແລະ ການກະເສດ ຄາດການວ່າ: ການຜະລິດທັນຍາຫານທົ່ວໂລກໃນປີນີ້ ຈະຢູ່ທີ່ລະດັບ 2.819 ພັນລ້ານໂຕນ ເພີ່ມຂຶ້ນເລັກໜ້ອຍຈາກຕົວເລກທີ່ຄາດການເມື່ອເດືອນຜ່ານມາ ແລະ ເພີ່ມຂຶ້ນ 1,1% ເມື່ອທຽບໃສ່ປີຜ່ານມາ.

ອົງການ FAO ລະບຸວ່າ: ການຜະລິດທັນຍາຫານເພີ່ມຂຶ້ນ ສ່ວນໃຫຍ່ເປັນຜົນມາຈາກທ່າອ່ຽງຂອງການຜະລິດເຂົ້າສາລີເພີ່ມຂຶ້ນ 0,9% ສູ່ລະດັບ 783,3 ລ້ານໂຕນ. ໃນຂະນະທີ່ດັດສະນີລາຄາທັນຍາຫານຫຼຸດລົງ 2,1% ໃນເດືອນມິຖຸນາ ເມື່ອທຽບກັບເດືອນພຶດສະພາ ໂດຍລາຄາສາລີ, ເຂົ້າບາເລ, ເຂົ້າຟ່າງ, ເຂົ້າສາລີ ແລະ ເຂົ້າ ລ້ວນແຕ່ມີທ່າອ່ຽງຫຼຸດລົງ.